ທ່ານພົນເອກ ຈິ້ງວັນກວຽດ ໄດ້ຮັບຮູ້ ແລະຍ້ອງຍໍຊົມເຊີຍບັນດາໝາກຜົນ ທີ່ອົງຄະນະພັກ, ອໍານາດການປົກຄອງ, ກຳລັງປະກອບອາວຸດ ແລະປະຊາຊົນຕາແສງ ຫວໍຍາຍ ບັນລຸໄດ້ໃນອາຍຸການຜ່ານມາ. ຊີ້ແຈ້ງບັນດາຄວາມສະດວກ, ຂໍ້ຫຍຸ້ງຍາກທີ່ສົ່ງຜົນກະທົບໂດຍກົງເຖິງສະພາບການພັດທະນາຂອງທ້ອງຖິ່ນໃນໄລຍະປະຈຸບັນ ແລະໄລຍະຈະມາເຖິງ, ທ່ານພົນເອກ ຈິ້ງວັນກວຽດ ຮຽກຮ້ອງໃຫ້ຄະນະພັກຕາແສງຫວໍຍາຍ ຕ້ອງສຸມໃສ່ນໍາພາ, ຊີ້ນໍາຊາບຊຶມຢ່າງເລິກເຊິ່ງກວ້າງຂວາງ ໃຫ້ພະນັກງານ, ສະມາຊິກພັກ ແລະປະຊາຊົນທຸກຖ້ວນໜ້າ ກ່ຽວກັບແຜນນະໂຍບາຍໃໝ່ຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ, ພິເສດແມ່ນບັນດາມະຕິ, ລັດຖະນະໂຍບາຍຍຸດທະສາດ ແລະການເຄື່ອນໄຫວຮູບແບບອໍານາດການປົກຄອງ 2 ຂັ້ນຢ່າງມີປະສິດທິຜົນ.

leftcenterrightdel
ທ່ານພົນເອກ ຈິ້ງວັນກວຽດ ກ່າວຄໍາເຫັນຊີ້ນໍາກອງປະຊຸມໃຫຍ່. ພາບ: qdnd.vn

ຄຽງຂ້າງນັ້ນ, ກຳນົດບັນດາໂຮງຮ່າງ, ແຜນການ, ໜ້າທີ່ຈຸດສຸມຈຳເປັນຕ້ອງຜັນຂະຫຍາຍ ເພື່ອປະຕິບັດເປົ້າໝາຍຂອງມະຕິກອງປະຊຸມໃຫຍ່ໃຫ້ສໍາເລັດຜົນ ດ້ວຍຈິດໃຈ “ຜູ້ຮັບຜິດຊອບຈະແຈ້ງ, ວຽກງານຈະແຈ້ງ, ມີຄວາມຮັບຜິດຊອບຈະແຈ້ງ, ຜະລິດຕະພັນຊັດເຈນ, ໄດ້ຮັບໝາກຜົນລະອຽດ, ກຳນົດເວລາທີ່ຈະແຈ້ງ, ວິວັດທະນາການຈະແຈ້ງ”.

leftcenterrightdel
ບັນຍາກາດທີ່ກອງປະຊຸມໃຫຍ່. ພາບ: qdnd.vn
leftcenterrightdel
ທ່ານພົນເອກ ຈິ້ງວັນກວຽດ ແລະບັນດາຜູ້ແທນພ້ອມກັບຄະນະບໍລິຫານງານອົງຄະນະພັກຕາແສງຫວໍຍາຍ ອາຍຸການ 2025-2030. ພາບ: qdnd.vn

ຄຽງຂ້າງບັນດາໜ້າທີ່ດັ່ງກ່າວ, ທ່ານພົນເອກ ຈິ້ງວັນກວຽດ ໃສ່ໃຈວ່າ: ຄະນະພັກຕາແສງຫວໍຍາຍ ຕ້ອງເພີ່ມທະວີການຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ...

* ໃນການຢ້ຽມຢາມ ແລະເຮັດວຽກຢູ່ແຂວງຖ໊າຍງວຽນ, ທ່ານພົນເອກ ຈິ້ງວັນກວຽດ ພ້ອມດ້ວຍຄະນະ, ການນຳທະຫານເຂດ 1, ແຂວງ ຖ໊າຍງວຽນ ໄດ້ໄປຖະຫວາຍທູບທຽນຢູ່ເຂດປູຊະນີຍະສະຖານປະຫວັດສາດແຫ່ງຊາດ ສະຖານທີ່ສ້າງຕັ້ງໝວດທະຫານກູ້ຊາດ II (ປ່າຄວນແມ໊ງ, ຕາແສງ ຈ່າງຊ໊າ).

ໃນວັນດຽວກັນ, ຢູ່ບໍລິເວນສູນບໍລິຫານງານຕາແສງ ຫວໍຍາຍ, ທ່ານພົນເອກ ຈິ້ງວັນກວຽດ ພ້ອມດ້ວຍຄະນະ ໄດ້ພົບປະ, ຢ້ຽມຢາມຖາມຂ່າວ, ມອບຂອງຂວັນ 50 ພູດ ໃຫ້ແກ່ບັນດາຄອບຄົວນະໂຍບາຍ, ຜູ້ມີຄຸນງາມຄວາມດີຕໍ່ປະຕິວັດໃນຕາແສງຫວໍຍາຍ.

ໂດຍ: ທະນາພອນ