ທະຫານເຮືອ ຫວຽດນາມ-ໄທ: ກອງປະຊຸມທາບທາມຄວາມເຫັນສອງຝ່າຍ ຄັ້ງທີ 5
ກປ.ອອນໄລ - ວັນທີ 6 ສິງຫາ, ຢູ່ນະຄອນຫາຍຟ່ອງ, ທະຫານເຮືອປະຊາຊົນຫວຽດນາມ ແລະທະຫານເຮືອ ແຫ່ງລາຊະອານາຈັກ ໄທ ໄດ້ຈັດກອງປະຊຸມທາບທາມຄວາມເຫັນສອງຝ່າຍ ຄັ້ງທີ 5. ທ່ານພັນເອກພິເສດ ໂງດິງຊວຽນ, ຮອງຫົວໜ້າເສນາທິການທະຫານເຮືອປະຊາຊົນຫວຽດນາມ ແລະທ່ານພົນຈັດຕະວາ Chaksawat Saiwong ຫົວໜ້າຫ້ອງການນະໂຍບາຍ ແລະແຜນການ, ກົມສູ້ຮົບ ລາຊະອານາຈັກ ໄທ ເປັນປະທານຮ່ວມກອງປະຊຸມ.
ທີ່ກອງປະຊຸມ, ສອງຝ່າຍໄດ້ເຫັນດີເປັນເອກະພາບຕີລາຄາບັນດາໝາກຜົນທີ່ບັນລຸໄດ້ຜ່ານບັນດາການເຄື່ອນໄຫວຮ່ວມມື ແຕ່ເດືອນ ສິງຫາ 2024 ຫາເດືອນ ສິງຫາ 2025, ໃນນັ້ນມີການແລກປ່ຽນຄະນະຜູ້ແທນ, ການລາດຕະເວນຮ່ວມ, ການຮ່ວມມືແລກປ່ຽນ ແລະແບ່ງປັນຂໍ້ມູນຂ່າວສານ.
ສອງຝ່າຍຕີລາຄາສູງ ຜົນການຢ້ຽມຢາມກອງບັນຊາການທະຫານເຮືອປະຊາຊົນຫວຽດນາມ ຂອງທ່ານພົນໂທ Jirapon Wongwit, ຜູ້ບັນຊາການທະຫານເຮືອ ແຫ່ງ ລາຊະອານາຈັກ ໄທ ໃນເດືອນກໍລະກົດ ຜ່ານມາ.
ສອງຝ່າຍສະແດງຄວາມເພິ່ງພໍໃຈຕໍ່ຜົນການລາດຕະເວນຮ່ວມ ຄັ້ງທີ 48 ແລະ 49; ການເຄື່ອນໄຫວຝຶກແອບກ່ຽວກັບການຊອກຫາກູ້ຊີບກູ້ໄພ; ການເຄື່ອນໄຫວຝຶກແອບທະຫານເຮືອພື້ນຖານ...
    |
 |
ບັນຍາກາດທີ່ກອງປະຊຸມທາບທາມຄວາມເຫັນ. ພາບ: baohaiquanvietnam.vn |
ທະຫານເຮືອໄທ ຂອບໃຈທະຫານເຮືອຫວຽດນາມ ໄດ້ຈັດຕັ້ງກອງປະຊຸມແລກປ່ຽນຂໍ້ມູນຂ່າວສານ ຄັ້ງທີ 9 ຢູ່ ຫາຍຟ່ອງ (ຫວຽດນາມ). ນີ້ໄດ້ຮັບຖືວ່າແມ່ນຊ່ອງທາງຢ່າງເປັນທາງການໃຫ້ການແລກປ່ຽນຂໍ້ມູນຂ່າວສານລະຫວ່າງທະຫານເຮືອສອງປະເທດ.
ສອງຝ່າຍຍັງໄດ້ກຳນົດເນື້ອໃນການຮ່ວມມືໃນປີ 2026 ຄື: ກອງປະຊຸມທາບທາມຄວາມເຫັນທະຫານເຮືອສອງຝ່າຍ ຄັ້ງທີ 6 ທີ່ຈະຈັດຂຶ້ນຢູ່ ໄທ; ສອງຝ່າຍຈະດຳເນີນການລາດຕະເວນຮ່ວມ ຄັ້ງທີ 50, 51.
ທະຫານເຮືອ ໄທ ສືບຕໍ່ສະໜອງທຶນການສຶກສາໃຫ້ແກ່ນາຍທະຫານເຮືອປະຊາຊົນຫວຽດນາມ ຢູ່ໂຮງຮຽນບັນຊາເສນາ ທະຫານເຮືອແຫ່ງລາຊະອານາຈັກ ໄທ; ພ້ອມທັງສະເໜີໃຫ້ທະຫານເຮືອຫວຽດນາມ ສະໜອງທຶນການສຶກສາທີ່ຮຽນພາສາຫວຽດ ໃຫ້ແກ່ນາຍທະຫານເຮືອ ໄທ.
ໂອກາດນີ້, ຄະນະຜູ້ແທນທະຫານເຮືອ ໄທ ໄດ້ໄປຢ້ຽມຢາມຫໍພິພິທະພັນທະຫານເຮືອຫວຽດນາມ; ທັດສະນີຍະພາບຢູ່ ຫາຍຟ່ອງ, ຮ່າໂນ້ຍ ແລະ ນິງບິ່ງ.
ໂດຍ: ຈາງຫງວຽນ