ທ່ານພົນເອກ ຫງວຽນເຕີນເກືອງ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເຂົ້າຮ່ວມ ແລະຊີ້ນໍາກອງປະຊຸມໃຫຍ່.
ທີ່ກອງປະຊຸມໃຫຍ່, ດ້ວຍຈິດໃຈຮັບຜິດຊອບ, ປະຊາທິປະໄຕ, ກົງໄປກົງມາ, ບັນດາຜູ້ແທນໄດ້ວິເຄາະຢ່າງເລິກເຊິ່ງເພື່ອເຮັດແຈ້ງບັນດາໝາກຜົນທີ່ບັນລຸໄດ້ໃນວຽກງານນໍາພາ, ຊີ້ນໍາຂອງຄະນະພັກວິທະຍາຄານປ້ອງກັນຊາດ ອາຍຸການ 2020-2025; ຍົກໃຫ້ເຫັນຂໍ້ຈຳກັດ, ຖອດຖອນ 5 ບົດຮຽນໃນພຶດຕິກໍາຕົວຈິງ, ວາງອອກທິດທາງ, ເປົ້າໝາຍ, ໜ້າທີ່ ແລະມາດຕະການຈຸດສຸມໃນວຽກງານນໍາພາ, ຊີ້ນໍາ ອາຍຸການ 2025-2030.
ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານພົນເອກ ຫງວຽນເຕີນເກືອງ ໄດ້ຍ້ອງຍໍຊົມເຊີຍບັນດາຜົນງານ, ໝາກຜົນທີ່ອົງຄະນະພັກວິທະຍາຄານປ້ອງກັນຊາດ ບັນລຸໄດ້ ໃນອາຍຸການ 2020-2025.
    |
 |
ທ່ານພົນເອກ ຫງວຽນເຕີນເກືອງ ມອບຊໍ່ດອກໄມ້ອວຍພອນກອງປະຊຸມໃຫຍ່. ພາບ: qdnd.vn |
ເພື່ອນຳພາປະຕິບັດເປົ້າໝາຍ, ໜ້າທີ່ໃນອາຍຸການ 2025-2030 ຢ່າງມີໄຊ, ທ່ານພົນເອກ ຫງວຽນເຕີນເກືອງ ຮຽກຮ້ອງວ່າ: ຄະນະພັກວິທະຍາຄານປ້ອງກັນຊາດ ເປັນເຈົ້າການໃນການຄົ້ນຄວ້າ, ກໍາແໜ້ນສະພາບການໂລກ, ພາກພື້ນ, ພາຍໃນປະເທດ; ຄວາມສາມາດສູ້ຮົບຂອງກອງທັບເຮົາ, ເປັນເສນາທິການຢ່າງທັນການ, ສະເໜີໃຫ້ພັກ, ລັດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ກ່ຽວກັບແຜນນະໂຍບາຍ, ແນວທາງດ້ານການທະຫານ, ການປ້ອງກັນຊາດ, ບັນດາບັນຫາຍຸດທະສາດໃນການຕໍ່ສູ້ປົກປັກຮັກສາປະເທດຊາດ, ການພົວພັນຕ່າງປະເທດດ້ານປ້ອງກັນຊາດ, ປົກປັກຮັກສາປະເທດຊາດ ຢ່າງໝັ້ນຄົງຕັ້ງແຕ່ຫົວທີ່ ແລະຈາກທາງໄກ.
ທ່ານພົນເອກ ຫງວຽນເຕີນເກືອງ ເຊື່ອໝັ້ນວ່າ, ພາຍຫຼັງກອງປະຊຸມໃຫຍ່, ວິທະຍາຄານປ້ອງກັນຊາດ ຈະມີບັນດາບາດກ້າວຫັນປ່ຽນຢ່າງແຮງໃນທຸກດ້ານ, ປະຕິບັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງມີໄຊ, ສົມເປັນສູນການສຶກສາກໍ່ສ້າງ ແລະຄົ້ນຄວ້າວິທະຍາສາດດ້ານການທະຫານແຖວໜ້າຂອງກອງທັບ ແລະປະເທດຊາດ.
ກອງປະຊຸມໃຫຍ່ ໄດ້ດໍາເນີນການເລືອກຕັ້ງຄະນະບໍລິຫານງານອົງຄະນະພັກວິທະຍາຄານປ້ອງກັນຊາດ ອາຍຸການ 2025 - 2030 ດ້ວຍຈຳນວນຄະແນນສຽງໄວ້ເນື້ອເຊື່ອໃຈສູງ.
ໂດຍ: ຈາງຫງວຽນ