ພາຍຫຼັງຮັບຟັງພະແນກການເມືອງກົມໃຫຍ່ເສນາທິການ ແລະການນຳບັນດາອົງການ, ກົມກອງລາຍງານຜົນການປະຕິບັດແຜນການຈັດຕັ້ງບັນດາກິດຈະກຳສະເຫຼີມສະຫຼອງວັນມູນເຊື້ອກົມໃຫຍ່ເສນາທິການ ຄົບຮອບ 80 ປີ, ທ່ານພົນໂທ ຟຸ່ງສີເຕິ້ນ ຮຽກຮ້ອງໃຫ້ບັນດາອົງການ, ກົມກອງດຳເນີນການສ້າງ, ຜັນຂະຫຍາຍປະຕິບັດແຜນການລະອຽດຕາມໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍ ແລະຍູ້ແຮງການໂຄສະນາເຜີຍແຜ່; ຈັດຕັ້ງການປຸກລະດົມບັ້ນແຂ່ງຂັນຈຸດສູງ “ພະນັກງານ, ນັກຮົບກົມໃຫຍ່ເສນາທິການເສີມຂະຫຍາຍມູນເຊື້ອ, ຍົກສູງທຸງສີແດງເດືອນສິງຫາ - ແຂ່ງຂັນກັນຍາດເອົາ 3 ທີ່ສຸດ”; ຈັດຕັ້ງການແຂ່ງຂັນຊອກຮູ້ກ່ຽວກັບປະຫວັດສາດ, ມູນເຊື້ອ 80 ປີແຫ່ງການສ້າງຕັ້ງ, ສູ້ຮົບ ແລະເຕີບໃຫຍ່ຂະຫຍາຍຕົວຂອງກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ໃຫ້ເປັນຢ່າງດີ.
    |
 |
ທ່ານພົນໂທ ຟຸ່ງສີເຕິ້ນ ເປັນປະທານກອງປະຊຸມ. ພາບ: qdnd.vn |
ທ່ານພົນໂທ ຟຸ່ງສີເຕິ້ນ ສະເໜີບັນດາອົງການ, ກົມກອງຂຶ້ນກັບກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວໂຄສະນາເຜີຍແຜ່ສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອຂອງກົມໃຫຍ່ເສນາທິການ ແລະໂຄສະນາເຜີຍແຜ່ກ່ຽວກັບການເຄື່ອນໄຫວການທະຫານ, ການປ້ອງກັນຊາດໃນໜັງສືພິມ, ສື່ມວນຊົນ, ສື່ສັງຄົມອອນລາຍ...
* ຕອນເຊົ້າວັນດຽວກັນ, ທ່ານພົນໂທ ຟຸ່ງສີເຕິ້ນ ໄດ້ເປັນປະທານກອງປະຊຸມຄະນະພັກກົມໃຫຍ່ເສນາທິການ - ອົງການກະຊວງປ້ອງກັນປະເທດຊາບຊຶມ, ຈັດຕັ້ງປະຕິບັດມະຕິສະບັບເລກທີ 59-NQ/TW ຂອງກົມການເມືອງ ວ່າດ້ວຍການເຊື່ອມໂຍງເຂົ້າກັບສາກົນໃນສະພາບການໃໝ່ ແລະຂໍ້ສະຫຼຸບສະບັບເລກທີ 125-KL/TW ຂອງຄະນະເລຂາທິການ ວ່າດ້ວຍການເພີ່ມທະວີການປະຕິບັດຄໍາສັ່ງ ສະບັບເລກທີ 25-CT/TW ຂອງຄະນະເລຂາທິການ ວ່າດ້ວຍການຍູ້ແຮງ ແລະຍົກລະກັບການທູດຫຼາຍຝ່າຍຮອດປີ 2030.
ກ່າວຄຳເຫັນໄຂກອງປະຊຸມ, ທ່ານພົນໂທ ຟຸ່ງສີເຕິ້ນ ເນັ້ນໜັກວ່າ ບັນດາເອກະສານທີ່ໄດ້ຮັບການຊາບຊຶມທີ່ກອງປະຊຸມມີຄວາມໝາຍສຳຄັນໃນການກໍານົດທິດພັດທະນາ ແລະປົກປັກຮັກສາປະເທດຊາດ. ພະນັກງານ, ສະມາຊິກພັກ, ມະຫາຊົນທຸກຖ້ວນໜ້າຂອງກົມໃຫຍ່ເສນາທິການ ຕ້ອງຄົ້ນຄວ້າຮໍ່າຮຽນຢ່າງເຂັ້ມງວດ ເພື່ອໃຫ້ມີຄວາມຮັບຮູ້ຢ່າງຖືກຕ້ອງ ແລະຄົບຖ້ວນກ່ຽວກັບມະຕິສະບັບເລກທີ 59 ແລະຂໍ້ສະຫຼຸບສະບັບເລກທີ 125, ຜ່ານນັ້ນ ຜັນຂະຫຍາຍຢ່າງມີປະສິດທິຜົນ, ຂ້ຽວຂາດ, ຄົບຊຸດໃນການປະຕິບັດໜ້າທີ່ຕົວຈິງຂອງອົງການ, ກົມກອງຂອງຕົນ.
ພະນັກງານ, ສະມາຊິກພັກທີ່ເຂົ້າຮ່ວມກອງປະຊຸມ ໄດ້ຮັບການເຜີຍແຜ່, ຊາບຊຶມກ່ຽວກັບບົດບາດ, ຄວາມໝາຍ, ເປົ້າໝາຍ, ບັນດາໜ້າທີ່, ມາດຕະການຕົ້ນຕໍໃນການເຊື່ອມໂຍງເຂົ້າກັບສາກົນ ແລະຍົກລະດັບການທູດຫຼາຍຝ່າຍ, ປະກອບສ່ວນຍົກສູງຖານະ, ທີ່ຕັ້ງ, ຍາດແຍ່ງແຫຼ່ງກຳລັງ ແລະສະພາບແວດລ້ອມສັນຕິພາບ, ອຳນວຍຄວາມສະດວກໃຫ້ແກ່ການພັດທະນາປະເທດຊາດ...
ວັນທີ 3 ມິຖຸນາ, ຄະນະປະຕິບັດງານຂອງກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ນໍາໂດຍທ່ານພົນຕີ ເຈືອງທຽນໂຕ, ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ໄດ້ລົງກວດກາກໍາແໜ້ນສະພາບການເຄື່ອນໄຫວວຽກງານພັກ, ວຽກງານການເມືອງ 6 ເດືອນຕົ້ນປີ 2025 ຢູ່ກອງພົນທີ 5 (ທະຫານເຂດ 7).
    |
 |
ທ່ານພົນຕີ ເຈືອງທຽນໂຕ ກ່າວຄໍາເຫັນຊີ້ນໍາທີ່ການກວດກາ. ພາບ: qdnd.vn |
ທ່ານພົນຕີ ເຈືອງທຽນໂຕ ຍ້ອງຍໍຊົມເຊີຍຜົນການເຄື່ອນໄຫວວຽກງານພັກ, ວຽກງານການເມືອງຂອງກອງພົນທີ 5 ໃນໄລຍະຜ່ານມາ; ພ້ອມທັງຮຽກຮ້ອງໃຫ້ກອງພົນມີມາດຕະການແກ້ໄຂຈຸດອ່ອນ. ຄະນະພັກ, ຄະນະບັນຊາຕ້ອງຕີລາຄາ, ຄາດຄະເນຄວາມຫຍຸ້ງຍາກຢ່າງຖືກຕ້ອງ ເພື່ອໃຫ້ມີມາດຕະການຢ່າງມີປະສິດທິຜົນ ນຳພາກົມກອງປະຕິບັດທຸກໜ້າທີ່ຢ່າງມີໄຊ, ໂດຍສະເພາະແມ່ນຢູ່ບໍລິເວນເຂດຊາຍແດນ. ສືບຕໍ່ປະຕິບັດໜ້າທີ່ອົບຮົມຫັດແອບ, ກຽມພ້ອມສູ້ຮົບໃຫ້ເປັນຢ່າງດີ, ຮັບປະກັນຄວາມປອດໄພ, ມີໄຊໃນທຸກສະຖານະການ; ສຸມໃສ່ກໍ່ສ້າງອົງຄະນະພັກປອດໃສ, ໝັ້ນຄົງເຂັ້ມແຂງ, ຢຶດໝັ້ນຫຼັກການນຳພາຂອງພັກ, ເພີ່ມທະວີຄວາມສາມັກຄີເປັນເອກະພາບໃນໝູ່ຄະນະ.
ວັນທີ 3 ມິຖຸນາ, ອົງຄະນະພັກກົມຈັດຕັ້ງ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ຈັດກອງປະຊຸມໃຫຍ່ອາຍຸການ 2025-2030. ທ່ານພົນຕີ ໂດ໋ຊວນຕຸ້ງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມ ແລະຊີ້ນໍາກອງປະຊຸມໃຫຍ່.
    |
 |
ທ່ານພົນຕີ ໂດ໋ຊວນຕຸ້ງ ກ່າວຄໍາເຫັນຊີ້ນໍາກອງປະຊຸມໃຫຍ່. ພາບ: qdnd.vn |
ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່, ທ່ານພົນຕີ ໂດ໋ຊວນຕຸ້ງ ໄດ້ຍ້ອງຍໍຊົມເຊີຍບັນດາຜົນງານທີ່ອົງຄະນະພັກກົມຈັດຕັ້ງ ບັນລຸໄດ້ໃນໄລຍະຜ່ານມາ, ພ້ອມທັງຮຽກຮ້ອງວ່າ ໃນໄລຍະຈະມາເຖິງ, ອົງຄະນະພັກກົມຈັດຕັ້ງ ຕ້ອງກຳແໜ້ນພາລະໜ້າທີ່; ຕັ້ງໜ້າປ່ຽນແປງໃໝ່, ຍົກສູງຄຸນນະພາບການຄົ້ນຄວ້າ, ເປັນເສນາທິການ; ໃກ້ຊິດຕິດແທດກັບຄວາມຕ້ອງການກໍ່ສ້າງກອງທັບ “ຍອດຢ້ຽມ, ກະທັດຮັດ, ເຂັ້ມແຂງ”; ສະເໜີໃຫ້ການນໍາກົມໃຫຍ່ການເມືອງ, ຄະນະປະຈຳຄະນະພັກການທະຫານສູນກາງ, ຄະນະພັກການທະຫານສູນກາງ ນຳພາ, ຊີ້ນໍາຜັນຂະຫຍາຍຢ່າງຮອບດ້ານບັນດາເນື້ອໃນວຽກງານຈັດຕັ້ງ ກໍ່ສ້າງພັກ, ສອດຄ່ອງກັບການດັດປັບການຈັດຕັ້ງກໍາລັງ, ສັບຊ້ອນ, ປັບປຸງອົງການການເມືອງທຸກຂັ້ນ... ຍູ້ແຮງການຄົ້ນຄວ້າທິດສະດີ, ສະຫຼຸບພຶດຕິກໍາຕົວຈິງ, ຍົກສູງຄຸນນະພາບການເປັນເສນາທິການ, ແນະນໍາ, ຊີ້ນໍາ, ກວດກາວຽກງານຈັດຕັ້ງກໍ່ສ້າງພັກ ແລະວຽກງານພັກ, ວຽກງານການເມືອງໃນທົ່ວກອງທັບກວ່າອີກ.
ໂດຍ: ໄຊຊະນະ