ທ່ານພົນເອກ ຫງວຽນເຕິນເກືອງ ຢ້ຽມຢາມໂຮງຮຽນມິດຕະພາບ ນາຍສິບ ເລກ 4 ກໍາປູເຈຍ - ຫວຽດນາມ
ກປ.ອອນໄລ - ເນື່ອງໃນໂອກາດນໍາໜ້າຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນຫວຽດນາມ ຢ້ຽມຢາມ ກໍາປູເຈຍ ຢ່າງເປັນທາງການ, ຕອນບ່າຍວັນທີ 5 ມິຖຸນາ, ທ່ານພົນເອກ ຫງວຽນເຕິນເກືອງ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໄປຢ້ຽມຢາມໂຮງຮຽນມິດຕະພາບນາຍສິບເລກ 4 ກໍາປູເຈຍ-ຫວຽດນາມ ຂຶ້ນກັບກອງບັນຊາການທະຫານເຂດ 4 (ກອງທັບແຫ່ງລາຊະອານາຈັກກໍາປູເຈຍ) ຢູ່ແຂວງ Siem Reap.
    |
 |
ການນໍາທະຫານເຂດ 4 ແລະໂຮງຮຽນມິດຕະພາບ ນາຍສິບ ເລກ 4 ກໍາປູເຈຍ-ຫວຽດນາມ ມອບຊໍ່ດອກໄມ້ໃຫ້ທ່ານພົນເອກ ຫງວຽນເຕິນເກືອງ. ພາບ: qdnd.vn |
ທ່ານພົນເອກ ຫງວຽນເຕິນເກືອງ ສະແດງຄວາມປະທັບໃຈຕໍ່ມູນເຊື້ອອັນຍາວນານ ກໍຄືການພັດທະນາຮອບດ້ານຂອງໂຮງຮຽນໃນໄລຍະເກືອບ 50 ປີ ແຫ່ງການສ້າງຕັ້ງ ແລະເຕີບໃຫຍ່ຂະຫຍາຍຕົວ; ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະສະຫງວນບຸລິມະສິດແຖວໜ້າໃຫ້ແກ່ການປັບປຸງ ແລະພັດທະນາການພົວພັນບ້ານໃກ້ເຮືອນຄຽງທີ່ດີ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານກັບກຳປູເຈຍ; ຊີ້ແຈ້ງວ່າ ການຮ່ວມມືບຳລຸງສ້າງພະນັກງານກອງທັບຂອງແຕ່ລະປະເທດໃຫ້ມີລະດັບວິຊາສະເພາະເທົ່າທຽມກັບໜ້າທີ່ວຽກງານ, ມີຄຸນສົມບັດສິນທໍາດີ, ມີສະຕິໃນການຮັກສາ, ເພີ່ມພູນຄູນສ້າງການພົວພັນຫວຽດນາມ - ກໍາປູເຈຍ ແມ່ນບັນຫາສຳຄັນທີ່ມີຄວາມໝາຍຍຸດທະສາດ; ເຊື່ອໝັ້ນວ່າ ໂຮງຮຽນມິດຕະພາບນາຍສິບເລກ 4 ກຳປູເຈຍ-ຫວຽດນາມ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມ, ຜ່ານຜ່າຄວາມຫຍຸ້ງຍາກ, ສາມັກຄີ, ຮ່ວມແຮງຮ່ວມໃຈກັນກໍ່ສ້າງໂຮງຮຽນໃຫ້ໝັ້ນຄົງເຂັ້ມແຂງ, ປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ, ຍົກສູງຄຸນນະພາບການສຶກສາ-ບຳລຸງສ້າງ, ພັດທະນາຮອບດ້ານ.
    |
 |
ບັນຍາກາດທີ່ການເຮັດວຽກ. ພາບ: qdnd.vn |
    |
 |
ທ່ານພົນເອກ ຫງວຽນເຕິນເກືອງ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: qdnd.vn |
ເນື່ອງໃນໂອກາດນີ້, ທ່ານພົນເອກ ຫງວຽນເຕິນເກືອງ ຫວັງວ່າບັນດານັກຮຽນການທະຫານ ຍາມໃດກໍມີຄວາມຮັບຮູ້ຢ່າງເລິກເຊິ່ງກ່ຽວກັບຄວາມເປັນກຽດ, ຄວາມພາກພູມໃຈ ແລະສະຕິຄວາມຮັບຜິດຊອບຂອງຕົນເອງເມື່ອສຶກສາຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມຢູ່ໂຮງຮຽນແຫ່ງນີ້, ຈາກນັ້ນສ້າງແຮງກະຕຸ້ນສູ້ຊົນ, ມານະພະຍາຍາມຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທຳ ແລະພອນສະຫວັນ, ກາຍເປັນຜູ້ນໍາທີ່ມີຈິນຕະນາການ, ມີວິໄສທັດທີ່ແທດຈິງ, ເສີມສ້າງກວ່າອີກໃຫ້ແກ່ການພັດທະນາການພົວພັນ ຫວຽດນາມ-ກໍາປູເຈຍ ຢ່າງໝັ້ນແກ່ນ.
    |
 |
ທ່ານພົນເອກ ຫງວຽນເຕິນເກືອງ ມອບສັນຍາລັກຂອງຂວັນຂອງກະຊວງປ້ອງກັນປະເທດຫວຽດນາມ ໃຫ້ໂຮງຮຽນມິດຕະພາບນາຍສິບເລກ 4 ກໍາປູເຈຍ-ຫວຽດນາມ. ພາບ: qdnd.vn |
ທ່ານພົນເອກ ຫງວຽນເຕິນເກືອງ ຢັ້ງຢືນວ່າ ກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ຍາມໃດກໍ່ຊົມເຊີຍການຮ່ວມມືຢ່າງແໜ້ນແຟ້ນ, ມີປະສິດທິຜົນ ແລະຮອບດ້ານກວ່າອີກລະຫວ່າງໂຮງຮຽນກັບບັນດາອົງການ, ກົມກອງຂອງກອງທັບປະຊາຊົນຫວຽດນາມ; ພ້ອມກັນນັ້ນ, ກອງທັບປະຊາຊົນຫວຽດນາມ ພ້ອມທີ່ຈະຮັບພະນັກງານ, ຄູອາຈານຂອງໂຮງຮຽນໄປບຳລຸງສ້າງ, ຝຶກອົບຮົມວິຊາສະເພາະຢູ່ຫວຽດນາມ, ກໍຄືພ້ອມທີ່ຈະສົ່ງພະນັກງານ, ຊ່ຽວຊານໃນບັນດາຂົງເຂດທີ່ກ່ຽວຂ້ອງຕາມຄຳສະເໜີຂອງໂຮງຮຽນ.
ໂດຍ: ໄຊຊະນະ