ເພີ່ມທະວີການເຂົ້າຮ່ວມຂອງແມ່ຍິງ ແລະຄວາມສະເໝີພາບລະຫວ່າງຍິງ ແລະຊາຍໃນກອງທັບ
ກປ.ອອນໄລ - ວັນທີ 2 ມິຖຸນາ, ທ່ານພົນໂທ ຝຸ່ງສີເຕີນ ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ ແລະທ່ານນາງ Leigh McCumber, ອຸປະທູດຊົ່ວຄາວ, ສະຖານທູດການາດາ ປະຈໍາ ຫວຽດນາມ ເປັນປະທານຮ່ວມພິທີໄຂຊຸດຝຶກອົບຮົມເພີ່ມທະວີການເຂົ້າຮ່ວມຂອງແມ່ຍິງ ແລະຄວາມສະເໝີພາບລະຫວ່າງຍິງ ແລະຊາຍໃນກອງທັບ, ໂດຍຫວຽດນາມ ແລະການາດາ ຈັດຕັ້ງຢູ່ກົມຮັກສາສັນຕິພາບຫວຽດນາມ. ພ້ອມເຂົ້າຮ່ວມພິທີໄຂມີທ່ານນາງ Veronique Fortin, ຫົວໜ້າກົມກໍ່ສ້າງ ແລະຮ່ວມມືການທະຫານການາດາ.