ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ ແລະມາເລເຊຍ
ກປ.ອອນໄລ - ຕອນບ່າຍວັນທີ 5 ມິຖຸນາ, ທີ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຮວ່າງຊວນຈ໊ຽນ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕ້ອນຮັບທ່ານພັນເອກ Zunaidi Bin Hassan ທີ່ປຶກສາທູດປ້ອງກັນຊາດມາເລເຊຍ ປະຈໍາ ຫວຽດນາມ.
ທ່ານພົນໂທ ຮວ່າງຊວນຈ໊ຽນ ຊົມເຊີຍທ່ານພັນເອກ Zunaidi Bin Hassan ໄດ້ຮັບການແຕ່ງຕັ້ງເປັນທີ່ປຶກສາທູດປ້ອງກັນຊາດມາເລເຊຍ ປະຈໍາ ຫວຽດນາມ; ຊົມເຊີຍ ແລະເຊື່ອໝັ້ນວ່າມາເລເຊຍ ຈະປະຕິບັດຖານະຕໍາແໜ່ງເປັນປະທານອາຊຽນ 2025 ສໍາເລັດເປັນຢ່າງດີ; ພ້ອມທັງຕີລາຄາວ່າ ໃນໄລຍະຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ມາເລເຊຍ ສືບຕໍ່ໄດ້ຮັບການເອົາໃຈໃສ່ຊຸກຍູ້ຈາກສອງຝ່າຍ, ບັນລຸໝາກຜົນຢ່າງຕັ້ງໜ້າ.
    |
 |
ທ່ານພົນໂທ ຮວ່າງຊວນຈ໊ຽນ ຕ້ອນຮັບທ່ານພັນເອກ Zunaidi Bin Hassan ທີ່ປຶກສາທູດປ້ອງກັນຊາດມາເລເຊຍ ປະຈໍາ ຫວຽດນາມ. ພາບ: qdnd.vn |
ທ່ານພົນໂທ ຮວ່າງຊວນຈ໊ຽນ ສະເໜີໃນໄລຍະຈະມາເຖິງ, ທ່ານພັນເອກ Zunaidi Bin Hassan ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບາງເນື້ອໃນຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃຫ້ມີປະສິດທິຜົນ, ຄື: ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂ້ັນ; ຮັກສາບັນດາກົນໄກການເຈລະຈາ, ປຶກສາຫາລື: ການຮ່ວມມືລະຫວ່າງບັນດາເຫຼົ່າຮົບ, ເຫຼົ່າທັບ, ພົບປະແລກປ່ຽນນາຍທະຫານໜຸ່ມ; ຊຸກຍູ້ການຮ່ວມມືອຸດສາຫະກໍາປ້ອງກັນຊາດ, ພະລາທິການ; ສົມທົບກັນຮັບມືກັບໄຟພິບັດທໍາມະຊາດ ແລະຊອກຫາກູ້ໄພ-ກູ້ຊີບ; ການຮ່ວມມືໃນຂົງເຂດຮັກສາສັນຕິພາບ ສປຊ; ສືບຕໍ່ປຶກສາຫາລື, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສ, ກົນໄກຫຼາຍຝ່າຍໂດຍອາຊຽນ ຊັກນໍາ. ທ່ານພົນໂທ ຮວ່າງຊວນຈ໊ຽນ ຢືນຢັນວ່າ ກະຊວງປ້ອງກັນປະເທດຫວຽດນາມ ຈະສ້າງເງື່ອນໄຂສະດວກ ເພື່ອໃຫ້ທ່ານພັນເອກ Zunaidi Bin Hassan ປະຕິບັດໜ້າທີ່ວຽກງານຢູ່ຫວຽດນາມ ປະສົບຜົນສໍາເລັດ.
    |
 |
ທ່ານພົນໂທ ຮວ່າງຊວນຈ໊ຽນ ມອບຂອງຂວັນທີ່ລະນຶກໃຫ້ທ່ານພັນເອກ Zunaidi Bin Hassan. ພາບ: qdnd.vn |
ສ່ວນທ່ານພັນເອກ Zunaidi Bin Hassan ສະແດງຄວາມປິຕິຊົມຊື່ນເມື່ອໄດ້ຮັບໜ້າທີ່ຢູ່ຫວຽດນາມ; ຢ້ັງຢືນວ່າບົນຖານະຕໍາແໜ່ງວຽກງານຂອງຕົນ ຈະເສີມຂະຫຍາຍໝາກຜົນບັນລຸໄດ້ຂອງຜູ້ເກົ່າ, ສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການທີ່ກ່ຽວຂ້ອງຂອງກະຊວງປ້ອງກັນປະເທດຫວຽດນາມ ເພື່ອຜັນຂະຫຍາຍບັນດາເນື້ອໃນທີ່ໄດ້ເຫັນດີເປັນເອກະພາບຢ່າງມີປະສິດທິຜົນ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດເວົ້າລວມ, ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍເວົ້າສະເພາະໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ.
ໂດຍ: ໄຊນີດາ