ໂດຍປະຕິບັດຕາມແຜນການວຽກງານຫັດແອບປີ 2025, ແຕ່ວັນທີ 26 ພຶດສະພາ ຫາວັນທີ 1 ມິຖຸນາ, ຢູ່ກອງພົນນ້ອຍລົດຕັງ 409, ທະຫານເຂດ 1 ໄດ້ຈັດຕັ້ງຊຸດບໍາລຸງສ້າງການຂັບລົດ, ຍິງ, ກວດກາລະດັບທັກສະອາຊີບໃຫ້ກຳລັງລົດຕັງຍານເກາະທີ່ປະຕິບັດໜ້າທີ່ຫັດແອບ, ກຽມພ້ອມສູ້ຮົບ ປີ 2025.

ຝຶກຝົນຫຼໍ່ຫຼອມຢ່າງແທດຈິງ, ໃກ້ຊິດຕິດແທດກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່

ຊຸດຝຶກແອບໄດ້ຜັນຂະຫຍາຍຖືກຕາມທິດນຳ “ພື້ນຖານ-ແທດຈິງ-ໝັ້ນຄົງເຂັ້ມແຂງ”, ສຸມໃສ່ເຂົ້າຈັງຫວະທີ່ເປັນພື້ນຖານ, ຈັງຫວະການບັນຊາລົດສູ້ຮົບ. ແຕ່ລະເນື້ອໃນຝຶກແອບລ້ວນແຕ່ໄດ້ກໍ່ສ້າງຕິດພັນກັບເງື່ອນໄຂຕົວຈິງ, ເອົາໃຈໃສ່ຄວາມສາມາດໃນການໝູນໃຊ້ເຕັກນິກຢ່າງມີໄຫວພິບ, ແກ້ໄຂກໍລະນີສຸກເສີນ, ເປັນເຈົ້າຂອງພາຫະນະໃນທຸກສະພາບການ.

leftcenterrightdel
ຈຸລົດຕັງ T54B ເລີ່ມປະຕິບັດງານຈາກຈຸດກວດກາ. ພາບ: ບຸ່ຍຮ້ຽບ

ທ່ານພັນຕີ ຟານແທັງເກືອງ, ໂຊເຟີ ມາຈາກກອງບັນຊາການທະຫານແຂວງຖ໊າຍງວຽນ ແບ່ງປັນວ່າ “ຊຸດບຳລຸງສ້າງຄັ້ງນີ້ຊ່ວຍໃຫ້ຂ້າພະເຈົ້າຝຶກຝົນຫຼໍ່ຫຼອມໄດ້ຫຼາຍຢ່າງກ່ຽວກັບທັກສະແກ້ໄຂກໍລະນີຕົວຈິງ. ເນື້ອໃນຝຶກແອບລອຍນ້ຳດ້ວຍ BR-ĐM2 ແທ້ຈິງແລ້ວແມ່ນການທົດສອບຂະໜາດໃຫຍ່, ແຕ່ວ່າຜ່ານນັ້ນກໍ່ຊ່ວຍໃຫ້ຂ້າພະເຈົ້າ ມີຄວາມເຊື່ອໝັ້ນຕົນເອງ ແລະເປັນເຈົ້າຂອງໃນການນຳໃຊ້ພາຫະນະໃນເງື່ອນໄຂທີ່ສັບສົນ”.

ບໍ່ພຽງແຕ່ເປັນການຝຶກແອບ “ສີມືແຮງງານ” ເທົ່ານັ້ນ, ຊຸດບຳລຸງສ້າງຍັງແມ່ນສະພາບແວດລ້ອມແຫ່ງການຝຶກຜົນຫຼໍ່ຫຼອມຄຸນທາດ, ຈິດໃຈມີວິໄນດີ ແລະເຈດຈຳນົງຜ່ານຜ່າຄວາມຫຍຸ້ງຍາກໃຫ້ນັກສຳມະນາກອນແຕ່ລະຄົນ. ຊຸມວັນທ້າຍເດືອນພຶດສະພາ, ໃນເງື່ອນໄຂຝົນຕົກ, ຟ້າແດດຜິດປົກກະຕິ, ພູມສັນຖານໝື່ນ ແລະອາກາດຮ້ອນອົບເອົ້າກໍ່ບໍ່ສາມາດເຮັດໃຫ້ຈິດໃຈຝຶກແອບຫຼຸດລົງ. ນັກສຳມະນາກອນແຕ່ລະຄົນລ້ວນແຮ່ຮັບຮູ້ໄດ້ບົດບາດ, ຄວາມຮັບຜິດຊອບຂອງຕົນ ເພື່ອເປັນເຈົ້າຂອງອາວຸດ, ວັດຖຸອຸປະກອນເຕັກນິກທັນສະໄໝ, ຕອບສະໜອງຄວາມຮຽກຮ້ອງຕ້ອງການນັບມື້ນັບສູງຂອງໜ້າທີ່ຫັດແອບ, ກຽມພ້ອມສູ້ຮົບ.

leftcenterrightdel
ນັກສຳມະນາກອນປະຕິບັດການບັນຊາລົດຍານເກາະ (BR-ĐM2) ລຸຍນໍ້າ. ພາບ: ບຸ່ຍຮ້ຽບ

ຢູ່ສະໜາມຝຶກຊ້ອມຂອງກອງພົນນ້ອຍ 409, ບັນຍາກາດການຝຶກແອບໄດ້ດຳເນີນໄປຢ່າງຟົດຟື້ນ, ຮີບເຮັ່ງ. ລົດຕັງ T54, T54B, ພາຫະນະສູ້ຮົບແຕ່ລະຄັນ ບັນດານັກສໍາມະນາກອນໄດ້ຂັບຂີ່ຢ່າງຄ່ອງແຄ້ວຜ່ານບົດຫັດແອບທີ່ຍາກ. ບໍ່ພຽງແຕ່ມີຄວາມຮຽກຮ້ອງຕ້ອງການດ້ານເຕັກນິກໃນການຂັບລົດເທົ່ານັ້ນ, ບັນດາບົດຝຶກຫັດຍັງຊ່ວຍໃຫ້ນັກສຳມະນາກອນຝຶກຝົນຫຼໍ່ຫຼອມຄຸນທາດແກ້ໄຂທຸກກໍລະນີ, ເປັນເຈົ້າຂອງພາຫະນະເມື່ອປະສົບກັບເຫດບັງເອີນ.

ທ່ານພັນຕີ ຫວູກວາງຮວ່າ, ນັກສຳມະນາກອນມາຈາກສາງ K21, ກົມໃຫຍ່ພະລາທິການ-ເຕັກນິກ, ກອງບັນຊາການທະຫານເຂດ 1 ແບ່ງປັນວ່າ: “ຕາມປົກກະຕິແລ້ວເປົ້າໝາຍນັກສຳມະນາກອນທີ່ມາຈາກບັນດາສາງ, ປ້ອມຄືພວກຂ້າພະເຈົ້າ ແມ່ນບໍ່ມີເງື່ອນໄຂຂັບລົດຕັງຢູ່ພູມສັນຖານທີ່ສັບສົນ, ສະນັ້ນການເຂົ້າຮ່ວມຊຸດບຳລຸງສ້າງການຂັບລົດຄືແນວນີ້ມີຜົນປະໂຫຍດແທ້ຈິງ. ຜ່ານນີ້ຊ່ວຍພວກຂ້າພະເຈົ້າປັບປຸງຄວາມຮູ້ພື້ນຖານ, ຍົກສູງທັກສະດ້ານອາຊີບ ແລະຮູ້ສຶກໝັ້ນໃຈກວ່າເມື່ອໄດ້ນຳໃຊ້ພາຫະນະປະຕິບັດໜ້າທີ່”.

ພື້ນຖານທີ່ໜັກແໜ້ນສຳລັບການຂຸດຄົ້ນ, ຫັດແອບ ແລະສູ້ຮົບ

ສິ້ນສຸດເວລາຫັດແອບ, ບັນດານັກສຳມະນາກອນຊຸດບຳລຸງສາມາດກຳແໜ້ນເຕັກນິກໃນການນຳໃຊ້, ບັນຊາລົດສູ້ຮົບຢູ່ພູມສັນຖານຫຼາຍປະເພດ, ມີທັງບ່ອນແຫ້ງ ແລະນ້ຳຖ້ວມ. ພິເສດ, ທັກສະແກ້ໄຂກໍລະນີບັງເອີນ - ຄວາມຮຽກຮ້ອງເປັນຕາຍໃນການສູ້ຮົບຕົວຈິງ, ນັກສຳມະນາກອນແຕ່ລະຄົນໄດ້ຫັດແອບຢ່າງຄ່ອງແຄ້ວຜ່ານກໍລະນີຈຳລອງທີ່ຕິດແທດກັບພຶດຕິກຳຕົວຈິງ.

leftcenterrightdel
ບັນດາສະມາຊິກໃນຊຸດບຳລຸງສ້າງໃນຂັ້ນຕອນການປະຕິບັດເນື້ອໃນຝຶກແອບ. ພາບ: qdnd.vn

ທ່ານພັນຕີ ຫງວຽນແທັ່ງລອງ, ນັກສຳມະນາກອນມາຈາກສະໜາມຍິງປືນແຫ່ງຊາດເລກ 1 ໃຫ້ຮູ້ວ່າ: “ຜ່ານຊຸດບຳລຸງສ້າງນີ້, ຂ້າພະເຈົ້າ ບໍ່ພຽງແຕ່ຍົກສູງສີມືແຮງງານເທົ່ານັ້ນ ຫາກຍັງມີຄວາມເຂົ້າໃຈຢ່າງຈະແຈ້ງກວ່າກ່ຽວກັບຄວາມສາມາດສູ້ຮົບຂອງພາຫະນະປະເພດຕ່າງໆ. ສຳຄັນກວ່າແມ່ນໄດ້ເສີມຈິນຕະນາການສູ້ຮົບຢ່າງມີໄຫວພິບ, ກຽມພ້ອມຮັບມືກັບທຸກກໍລະນີທີ່ເກີດຂຶ້ນຢູ່ສະໜາມຮົບ”.

ຕາມທ່ານພັນເອກພິເສດ ຫງວຽນຫຶວຮຸ່ງ, ຫົວໜ້າພະແນກລົດຕັງ-ຍານເກາະທະຫານເຂດ 1, ຮອງຫົວໜ້າຄະນະຈັດຕັ້ງຊຸດບຳລຸງສ້າງ ໃຫ້ຮູ້ວ່າ: ນີ້ບໍ່ພຽງແຕ່ແມ່ນຂະບວນການບຳລຸງສ້າງຄວາມສາມາດເທົ່ານັ້ນ ຫາກຍັງແມ່ນບາດກ້າວກະກຽມພື້ນຖານ, ຊ່ວຍກຳລັງລົດຕັງ-ຍານເກາະທະຫານເຂດ 1 ຍາມໃດກໍ່ຢູ່ໃນສະພາບການກຽມພ້ອມສູ້ຮົບສູງສຸດ, ມີເງື່ອນໄຂຢ່າງຄົບຖ້ວນເພື່ອສຳເລັດໜ້າທີ່ຝຶກແອບ, ກຽມພ້ອມສູ້ຮົບ ກໍ່ຄືປະຕິບັດໜ້າທີ່ເຂົ້າຮ່ວມການປ້ອງກັນ, ຕ້ານໄພທຳມະຊາດ, ຊອກຫາກູ້ຊີບກູ້ໄພ.

ຊຸດຝຶກແອບໄດ້ສິ້ນສຸດລົງ, ແຕ່ວ່າຈິດໃຈຮັບຜິດຊອບ, ຈິດໃຈບຸກບືນໃນການຮ່ຳຮຽນ ແລະເຕີບໃຫຍ່ຂະຫຍາຍຕົວຮອບດ້ານຂອງນັກສຳມະນາກອນແຕ່ລະຄົນ ຈະສືບຕໍ່ຊ່ວຍແຜ່ຂະຫຍາຍຢ່າງແຂງແຮງໃນບັນດາກົມກອງ, ນັ້ນກໍ່ແມ່ນພະຍານຫຼັກຖານທີ່ພິສູດໃຫ້ເຫັນຄວາມເປັນເຈົ້າການ, ປະດິດຄິດສ້າງ, ຕັດສິນໃຈຜ່ານຜ່າຄວາມຫຍຸ້ງຍາກຂອງກຳລັງລົດຕັງຍານເກາະທະຫານເຂດ 1 ໃນການກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດຢ່າງແຂງແຮງ, ປົກປັກຮັກສາປະເທດຊາດໃນທຸກກໍລະນີ.

ໂດຍ: ແສງເດືອນ