leftcenterrightdel
ໂຮງຮຽນນາຍທະຫານບົກ ເລກ 1 ຈັດຕັ້ງບຸນປີໃໝ່ປະຈໍາຊາດໃຫ້ນັກສໍາມະນາກອນລາວ. ພາບ:​qdnd.vn

ປີນີ້, ບຸນປີໃໝ່ປະຈໍາຊາດຂອງລາວ ດໍາເນີນໄປກົງກັບໂອກາດໂຮງຮຽນນາຍທະຫານບົກ ເລກ 1 ສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອ ແລະຮັບຫຼຽນໄຊປົກປັກຮັກສາປະເທດຊາດ ຊັ້ນ 1. ໃນໄລຍະຜ່ານມາ, ບັນດານັກສໍາມະນາກອນກອງທັບປະຊາຊົນລາວ ໄດ້ຕັ້ງໜ້າສູ້ຊົນ, ແຂ່ງຂັນຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມ ແລະປະຕິບັດບັນດາໜ້າທີ່ເປັນຢ່າງດີ. ເພື່ອໃຫ້ນັກສໍາມະນາກອນລາວ ຕ້ອນຮັບປີໃໝ່ຢ່າງອົບອຸ່ນ, ມ່ວນຊື່ນ, ໂຮງຮຽນນາຍທະຫານບົກ ເລກ 1 ໄດ້ຈັດຕັ້ງກິດຈະກຳສະແດງສິລະປະ, ແຂ່ງຂັນກິລາມິດຕະພາບ... ຜ່ານນັ້ນປະກອບສ່ວນຮັດແໜ້ນນໍ້າໃຈສາມັກຄີ, ມິດຕະພາບລະຫວ່າງນັກສໍາມະນາກອນຂອງກອງທັບສອງປະເທດ.

ໂດຍ: ໄຊນີດາ