ທ່ານພັນເອກພິເສດ ດິງຊວນຮຸ່ງ ໄດ້ອວຍພອນພະນັກງານ, ພາລະກອນ ແລະນັກຮົບຂອງກົມກອງເນື່ອງໃນໂອກາດປີໃໝ່ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະອວຍພອນນໍ້າໃຈສາມັກຄີ, ມິດຕະພາບລະຫວ່າງສອງປະເທດຊາດ ແລະກໍາລັງທະຫານຊາຍແດນສອງແຂວງໃຫ້ແໜ້ນແຟ້ນຕະຫຼອດໄປ.

leftcenterrightdel
ຄະນະປະຕິບັດງານຄ້າຍທະຫານຊາຍແດນເຮືອງເລິບ ມອບຂອງຂວັນໃຫ້ຄະນະພັກເມືອງເຊໂປນ. ພາບ: ແທງຈຸກ.

ທ່ານພັນເອກພິເສດ ດິງຊວນຮຸ່ງ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ເພີ່ມທະວີການປະສານສົມທົບກັນ, ປົກປັກຮັກສາອະທິປະໄຕການປ້ອງກັນຄວາມສະຫງົບຊາຍແດນແຫ່ງຊາດຢ່າງເຂັ້ມແຂງ, ປະກອບສ່ວນເພີ່ມພູນຄູນສ້າງການພົວພັນສາມັກຄີລະຫວ່າງສອງກົມກອງ ແລະຄວາມມິດຕະພາບແບບພິເສດ ຫວຽດນາມ - ລາວ.

ທ່ານພັນເອກ ໂສພາ ໂພໄຊຍະວົງ ຫົວໜ້າຫ້ອງການເມືອງກອງບັນຊາການທະຫານແຂວງສາລະວັນ ໄດ້ຂອບໃຈຄະນະພັກ ແລະກອງບັນຊາການທະຫານຊາຍແດນແຂວງກວາງຈິ້ ທີ່ໄດ້ມາຢ້ຽມຢາມ, ອວຍພອນບຸນປີໃໝ່ປະຈຳຊາດ, ພ້ອມທັງຂອບໃຈກອງບັນຊາການທະຫານຊາຍແດນແຂວງກວາງຈິ້ ທີ່ໄດ້ເອົາໃຈໃສ່, ຊ່ວຍເຫຼືອ, ໜູນຊ່ວຍທັງທາງດ້ານວັດຖຸ ແລະຈິດໃຈໃນຕະຫຼອດໄລຍະຜ່ານມາໃຫ້ບັນດາກອງຮ້ອຍທະຫານຊາຍແດນ. ພະນັກງານ, ນັກຮົບກອງບັນຊາການທະຫານແຂວງສາລະວັນ ແລະກອງບັນຊາການທະຫານຊາຍແດນແຂວງກວາງຈິ້ ຍາມໃດກໍ່ໃກ້ຊິດສະໜິດສະໜົມ ແລະທັງນີ້ກໍ່ແມ່ນພື້ນຖານເພື່ອໃຫ້ລຸ້ນໜຸ່ມສືບຕໍ່ສືບທອດ ແລະເສີມຂະຫຍາຍມູນເຊື້ອສາມັກຄີ, ມິດຕະພາບລະຫວ່າງສອງຝ່າຍ.

ໃນວັນດຽວກັນ, ຄະນະປະຕິບັດງານຄ້າຍທະຫານຊາຍແດນແຂວງ ເຮືອງເລິບ (ແຂວງກວາງຈິ້) ໄດ້ໄປຢ້ຽມຢາມ ແລະອວຍພອນບຸນປີໃໝ່ປະຈຳຊາດໃຫ້ແກ່ບັນດາຫົວໜ່ວຍຄື: ຄະນະພັກເມືອງ, ກອງບັນຊາການທະຫານ ແລະປ້ອງກັນຄວາມສະຫງົບເມືອງເຊໂປນ (ແຂວງສະຫວັນນະເຂດ, ລາວ).

ໂດຍ: ຈາງຫງວຽນ