ກອງບັນຊາການທະຫານແຂວງດັກລັກ ຈັດຕັ້ງການກວດພະຍາດ, ມອບຂອງຂວັນໃຫ້ປະຊາຊົນແຂວງ Mondulkiri
ກປ.ອອນໄລ - ໃນວັນທີ 21 ແລະ 22 ມີນາ, ຄະນະປະຕິບັດງານຂອງກອງບັນຊາການທະຫານແຂວງດັກລັກ ນໍາໂດຍ ທ່ານ ພັນເອກພິເສດ ຟານແທັງເຕິມ ຮອງຫົວໜ້າການທະຫານ ກອງບັນຊາການທະຫານແຂວງ ໄດ້ສົມທົບກັບອໍານາດການປົກຄອງ, ກໍາລັງປະກອບອາວຸດແຂວງ ແລະຂະແໜງສາທາລະນະສຸກແຂວງ Mondulkiri (ກໍາປູເຈຍ) ຈັດຕັ້ງການມອບຂອງຂວັນ, ກວດພະຍາດ, ແຈກຢາຍຢາ, ໃຫ້ຄໍາປຶກສາສຸຂະພາບໃຫ້ປະຊາຊົນຕາແສງ S’re Am Pum, ເມືອງ Bet Chan Đa, ເນື່ອງໃນໂອກາດບຸນປີໃໝ່ Chol Chnam Thmay ຂອງ ກໍາປູເຈຍ ປີ 2025.
ຕາມນັ້ນແລ້ວ, ທີມງານແພດໝໍຂອງກອງບັນຊາການທະຫານແຂວງດັກລັກ ໄດ້ຈັດຕັ້ງການກວດພະຍາດ, ແຈກຢາຍຢາ, ໂຄສະນາ, ແນະນໍາວິທີປ້ອງ ກັນ, ຕ້ານພະຍາດທົ່ວໄປ, ສົ່ງເສີມສຸຂະພາບໃນລະດູຮ້ອນໃຫ້ປະຊາຊົນ 650 ກວ່າເທື່ອຄົນ.
    |
 |
ການນໍາກອງບັນຊາການທະຫານແຂວງດັກລັກ ມອບຂອງຂວັນໃຫ້ປະຊາຊົນຕາແສງ S’re Am Pum. ພາບ: qdnd.vn |
ແບ່ງປັນກັບປະຊາຊົນຕາແສງ S’re Am Pum, ເມືອງ Bet Chan Đa, ແຂວງ Mondulkiri ເນື່ອງໃນໂອກາດບຸນປີໃໝ່ Chol Chnam Thmay ຂອງ ກໍາປູເຈຍ, ກອງບັນຊາການທະຫານແຂວງດັກລັກ ໄດ້ມອບຂອງຂວັນ 250 ພູດໃຫ້ຄອບຄົວທຸກຍາກ, ຄອບຄົວນະໂຍບາຍ. ລວມມູນຄ່າ 250 ກວ່າລ້ານດົ່ງ.
    |
 |
ແພດໝໍກອງບັນຊາການທະຫານແຂວງດັກລັກ ກວດພະຍາດໃຫ້ປະຊາຊົນຕາແສງ S’re Am Pum. ພາບ: qdnd.vn |
    |
 |
ຄວາມມ່ວນຊື່ນຂອງປະຊາຊົນຕາແສງ S’re Am Pum ເມື່ອຮັບຂອງຂວັນຈາກກອງບັນຊາການທະຫານແຂວງດັກລັກ. ພາບ: qdnd.vn |
ນີ້ແມ່ນກິດຈະກໍາເຄື່ອນໄຫວປະຈໍາປີຂອງກອງບັນຊາການທະຫານແຂວງດັກລັກ ໃນໂອກາດບຸນປີໃໝ່ Chol Chnam Thmay ຂອງປະຊາຊົນກໍາປູເຈຍ. ດ້ວຍບັນດາວຽກງານທີ່ເຕັມໄປດ້ວຍສາຍຈິດມິດໃຈ, ແທດຈິງ ທີ່ສະຫງວນໃຫ້ແກ່ປະຊາຊົນຕາແສງ S’re Am Pum ໄດ້ປະກອບສ່ວນປັບປຸງ, ຮັດແໜ້ນນ້ຳໃຈມິດຕະພາບຕື່ມອີກ ດ້ວຍທິດນໍາ “ບ້ານໃກ້ເຮືອນຄຽງທີ່ດີ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານ” ເຊິ່ງ ການນໍາ, ປະຊາຊົນສອງປະເທດ ໄດ້ເພີ່ມພູນຄູນສ້າງ, ໄດ້ຮັບການປັບປຸງ ແລະພັດທະນາອັນດີງາມຢ່າງບໍ່ຢຸດຢັ້ງ. ພ້ອມທັງຮັກສາ ແລະຮັດແໜ້ນການພົວພັນສາມັກຄີ, ນໍ້າໃຈມິດຕະພາບ, ສະໜິດຕິດພັນລະຫວ່າງກໍາລັງປະກອບອາວຸດແຂວງດັກລັກ ກັບກອງບັນຊາການທະຫານແຂວງ ແລະປະຊາຊົນແຂວງ Mondulkiri.
ໂອກາດນີ້, ຄະນະປະຕິບັດງານກອງບັນຊາການທະຫານແຂວງດັກລັກ ໄດ້ຖະຫວາຍທູບທຽນທີ່ອະນຸສາວະລີມິດຕະພາບ ຫວຽດນາມ-ກໍາປູເຈຍ ແລະໄວ້ອາໄລບັນດາວິລະຊົນນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ.
ໂດຍ: ໄຊຊະນະ