ຕາງໜ້າກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນໂທ ເລກວາງມິງ ອວຍພອນພະນັກງານ, ພາລະກອນສະຖານທູດ ທຸກຖ້ວນໜ້າ ເນື່ອງໃນໂອກາດວັນບຸນໃຫຍ່ຂອງປະຊາຊົນລາວ ອ້າຍນ້ອງ.

ທ່ານພົນໂທ ເລກວາງມິງ ເນັ້ນໜັກວ່າ: ການກຳເນີດຂອງພັກປະຊາຊົນປະຕິວັດລາວ 70 ປີ ກ່ອນນີ້ ໄດ້ເປີດໜ້າປະຫວັດສາດອັນສະຫງ່າລາສີ, ເປັນຂີດໝາຍບາດລ້ຽວທີ່ຍິ່ງໃຫຍ່ໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ສ້າງສາ ແລະປົກປັກຮັກສາປະເທດຊາດຂອງປະຊາຊົນລາວ. ພາຍໃຕ້ການນຳພາທີ່ສະເໝີຕົ້ນສະເໝີປາຍ ແລະສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ສປປ ລາວ ໄດ້ຮັບໄຊຊະນະອັນສະຫງ່າລາສີໃນການຕໍ່ສູ້ຕ້ານລ່າເມືອງຂຶ້ນ, ຈັກກະພັດ, ປົກປັກຮັກສາເອກະລາດ ແລະຜືນແຜ່ນດິນອັນຄົບຖ້ວນ, ພ້ອມທັງບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງໃນພາລະກິດສ້າງສາ, ພັດທະນາປະເທດຊາດ.

leftcenterrightdel
ທ່ານພົນໂທ ເລກວາງມິງ ແລກປ່ຽນກັບທ່ານນາງ ລັດຕະນາ ສີຫາລາດ ຮອງເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ. ພາບ: ຮວ່າງຫວູ້

ທ່ານພົນໂທ ເລກວາງມິງ ສະແດງຄວາມປິຕິຊົມຊື່ນເມື່ອໄດ້ເຫັນປະຈັກຕາບັນດາຜົນງານອັນໃຫຍ່ຫຼວງທີ່ປະຊາຊົນລາວ ບັນລຸໄດ້ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ. ທ່ານພົນໂທ ເລກວາງມິງ ຢືນຢັນວ່າ: ຄວາມສາມັກຄີແບບພິເສດລະຫວ່າງສອງພັກ, ສອງລັດ ແລະປະຊາຊົນຫວຽດນາມ - ລາວ ແມ່ນຊັບສົມບັດອັນລ້ຳຄ່າ ແລະແມ່ນ ກົດເກນທີ່ຍືນຍົງຄົງຕົວ ແລະພັດທະນາຂອງສອງປະເທດ. ກະຊວງປ້ອງກັນປະເທດຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການຮ່ວມມືກັບກະຊວງປ້ອງກັນປະເທດລາວ, ຖືວ່າແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນໃນການພົວພັນລະຫວ່າງສອງປະເທດ. ໃນຊຸມປີມໍ່ໆມານີ້, ສອງຝ່າຍໄດ້ຜັນຂະຫຍາຍຫຼາຍເນື້ອໃນການຮ່ວມມືດ້ານປ້ອງກັນຊາດຢ່າງມີປະສິດທິຜົນ ແລະແທດຈິງ.

leftcenterrightdel
ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ອວຍພອນພັກປະຊາຊົນປະຕິວັດລາວ ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ. ພາບ: ຮວ່າງຫວູ້

ສ່ວນ ທ່ານນາງ ລັດຕະນາ ສີຫາລາດ, ຮອງເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ ໄດ້ສະແດງຄວາມຂອບໃຈມາຍັງຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ທີ່ໄດ້ມາອວຍພອນຢູ່ສະຖານທູດເນື່ອງໃນໂອກາດສະເຫຼີມສະຫຼອງວັນບຸນສຳຄັນນີ້. ທ່ານນາງ ລັດຕະນາ ສີຫາລາດ ຢືນຢັນວ່າ: ພັກ, ລັດ, ລັດຖະບານ, ກອງທັບ ແລະປະຊາຊົນລາວ ຍາມໃດກໍ່ຂອບອົກຂອບໃຈພັກ, ລັດ, ລັດຖະບານ, ກອງທັບ ແລະປະຊາຊົນຫວຽດນາມ ທີ່ໄດ້ຢືນຄຽງບ່າຄຽງໄຫຼ່ໃນພາລະກິດຕໍ່ສູ້ຍາດເອົາເອກະລາດ, ທ້ອນໂຮມປະເທດຊາດເປັນເອກະພາບກ່ອນນັ້ນ ກໍ່ຄືໃນພາລະກິດສ້າງສາ, ປົກປັກຮັກສາ ແລະພັດທະນາປະເທດຊາດໃນປະຈຸບັນ. ທ່ານນາງ ລັດຕະນາ ສີຫາລາດ ຊີ້ແຈ້ງວ່າ: ບັນດາຜົນງານທີ່ລາວ ບັນລຸໄດ້ລ້ວນແຕ່ມີການສະໜັບສະໜູນ, ການຊ່ວຍເຫຼືອອັນໃຫຍ່ຫຼວງຂອງຫວຽດນາມ; ຢືນຢັນວ່າ ການພົວພັນລາວ-ຫວຽດນາມ ແມ່ນມີຄວາມພິເສດ, ເປັນແບບຢ່າງ, ຫາຍາກໃນໂລກ. ທ່ານນາງ ລັດຕະນາ ສີຫາລາດ ໄດ້ຕີລາຄາສູງການຮ່ວມມືຢ່າງແໜ້ນແຟ້ນ, ມີຄວາມໝາຍລະຫວ່າງກະຊວງປ້ອງກັນປະເທດສອງປະເທດໃນໄລຍະຜ່ານມາ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງ ແລະຮັດແໜ້ນສາຍພົວພັນມິດຕະພາບ ລາວ-ຫວຽດນາມ.

ໂດຍ: ຈາງຫງວຽນ