    |
 |
ທ່ານພົນເອກ ຟານວັນຢາງ ເປັນປະທານກອງປະຊຸມ. ພາບ: ຈ້ອງຫາຍ |
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນເອກ ຟານວັນຢາງ ຢັ້ງຢືນວ່າ ສືບທອດມູນເຊື້ອ, ບົດຮຽນໃນການກໍ່ສ້າງ, ປະຕິບັດໜ້າທີ່ຂອງກອງທັບຜ່ານໄລຍະຕ່າງໆ, ໃນຊຸມປີຜ່ານມາ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໄດ້ປະຕິບັດໜ້າທີ່ເປັນ ເສນາທິການໃຫ້ພັກ, ລັດໃນຂົງເຂດການທະຫານ, ປ້ອງກັນຊາດເປັນຢ່າງດີ; ຊີ້ນໍາ, ນຳພາທົ່ວກອງທັບປະຕິບັດສຳເລັດໜ້າທີ່ຢ່າງມີໄຊ, ສ້າງບາດກ້າວບຸກທະລຸຢ່າງແຮງ, ເປັນຂີດໝາຍຄວາມກ້າວໜ້າ; ການເຕີບໂຕໃໝ່, ເພີ່ມທະວີກຳລັງແຮງປ້ອງກັນຊາດ, ຄວາມສາມາດສູ້ຮົບຂອງກອງທັບ, ຕອບສະໜອງໜ້າທີ່ປົກປັກຮັກສາປະເທດຊາດໃນທຸກສະພາວະການ; ພ້ອມທັງປະຕິບັດການກໍ່ສ້າງ, ປັບປຸງກໍາລັງຢ່າງຂ້ຽວຂາດ...
ທີ່ກອງປະຊຸມ, ບັນດາສະຫາຍການນຳກະຊວງປ້ອງກັນປະເທດ, ກົມໃຫຍ່ເສນາທິການ, ກົມໃຫຍ່ການເມືອງຜ່ານໄລຍະຕ່າງໆໄດ້ກ່າວຄໍາເຫັນ, ປະກອບຄຳເຫັນໃສ່ຮ່າງແຜນຮ່າງສືບຕໍ່ສັບຊ້ອນການຈັດຕັ້ງການທະຫານທ້ອງຖິ່ນໃຫ້ຍອດຢ້ຽມ, ກະທັດຮັດ, ເຂັ້ມແຂງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ໃນສະພາບການໃໝ່; ສຸມໃສ່ປະກອບຄຳເຫັນ, ສະເໜີກ່ຽວກັບການຈັດຕັ້ງການທະຫານທ້ອງຖິ່ນເມື່ອບໍ່ມີການຈັດຕັ້ງຫົວໜ່ວຍບໍລິຫານຂັ້ນເມືອງ; ໄຈ້ແຍກ, ຊີ້ແຈ້ງຮູບແບບການຈັດຕັ້ງການທະຫານທ້ອງຖິ່ນ ແລະບັນຫາກ່ຽວກັບແຜນນະໂຍບາຍ, ນະໂຍບາຍ, ກົດໝາຍທີ່ກ່ຽວຂ້ອງເຖິງການກໍ່ສ້າງ ແລະປະຕິບັດໜ້າທີ່ຂອງລະບົບການທະຫານທ້ອງຖິ່ນ...
    |
 |
ບັນຍາກາດທີ່ກອງປະຊຸມ. ພາບ: ຈ້ອງຫາຍ |
ສະຫຼຸບກອງປະຊຸມ, ຕາງໜ້າຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ ໄດ້ສະແດງຄວາມຂອບໃຈຕໍ່ການນຳ, ອະດີດການນຳກະຊວງປ້ອງກັນປະເທດ, ກົມໃຫຍ່ເສນາທິການ, ກົມໃຫຍ່ການເມືອງ ແລະບັນດາຜູ້ແທນດ້ວຍພູມປັນຍາ ແລະບົດຮຽນປະສົບການທີ່ອຸດົມສົມບູນຂອງຕົນໄດ້ໃຊ້ເວລາຄົ້ນຄວ້າດ້ວຍຈິດໃຈຄວາມຮັບຜິດຊອບສູງ, ປະກອບຄຳເຫັນຢ່າງສຸດອົກສຸດໃຈ ແລະລ້ຳຄ່າ. ທ່ານພົນເອກ ຟານວັນຢາງ ຢືນຢັນວ່າ, ພາຍຫຼັງກອງປະຊຸມ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຈະສືບຕໍ່ຄົ້ນຄວ້າ, ເພີ່ມເຕີມເນື້ອໃນແຜນຮ່າງ ແລະປັບປຸງສໍາເນົາເອກະສານໃຫ້ສໍາເລັດລາຍງານຕໍ່ລັດຖະບານຍື່ນສະເໜີຕໍ່ກົມການເມືອງ; ມອບໃຫ້ກົມໃຫຍ່ເສນາທິການສົມທົບກັບກົມໃຫຍ່ການເມືອງປະຕິບັດວຽກງານໂຄສະນາ, ອົບຮົມສຶກສາ ແລະວຽກງານພະນັກງານ, ນະໂຍບາຍໃຫ້ດີ, ຮັບປະກັນຄວາມເຫັນດີເຫັນພ້ອມ, ເປັນເອກະພາບໃນທົ່ວກອງທັບ...
ໂດຍ: ເຈິ່ນຮວ່ຽນ