ເພື່ອສ່ົງເສີມຊາວປະມົງໃຫ້ມີຄວາມອຸ່ນອ່ຽນໃຈອອກໄປຫາປາຢູ່ທະເລ ດ້ວຍທິດນໍາທີ່ວ່າ: ກຳປັ່ນອອກທະເລແຕ່ລະລຳແມ່ນ “ຫຼັກໝາຍອະທິປະໄຕ”, ຊາວປະມົງແຕ່ລະຄົນແມ່ນນັກຮົບປົກປັກຮັກສາອະທິປະໄຕ ແລະ ຄວາມໝັ້ນຄົງຢູ່ທະເລ, ນັບແຕ່ປີ 2019, ຄະນະປະຈຳຄະນະພັກຕໍາຫຼວດທະເລ ຫວຽດນາມ ໄດ້ລົງນາມໃນໂຄງການສົມທົບກັນປະຕິບັດວຽກງານຂົນຂວາຍປະຊາຊົນ “ຕໍາຫຼວດທະເລຮ່ວມເດີນທາງພ້ອມກັບຊາວປະມົງ” ກັບຄະນະປະຈໍາພັກແຂວງ, ນະຄອນແຄມທະເລ.

ບົນພື້ນຖານໂຄງການທີ່ໄດ້ຮັບການລົງນາມ, ດ້ວຍການເຂົ້າຮ່ວມຢ່າງຂ້ຽວຂາດຂອງຄະນະພັກ, ຜູ້ບັນຊາການທຸກຂັ້ນໃນກໍາລັງຕໍາຫຼວດທະເລ, ຄະນະພັກ, ອຳນາດການປົກຄອງ, ອົງການທີ່ກ່ຽວຂ້ອງ, ບັນດາອົງການຈັດຕັ້ງການເມືອງ-ສັງຄົມຂອງທ້ອງຖິ່ນ, ໂຄງການໄດ້ປະຕິບັດສໍາເລັດເນື້ອໃນທີ່ໄດ້ກຳນົດໄວ້, ສ່ົງຜົນສະທ້ອນອັນໃຫຍ່ຫຼວງ ແລະແຜ່ຂະຫຍາຍຢ່າງເລິກເຊິ່ງກວ້າງຂວາງໃນທົ່ວສັງຄົມ.

ຈຸດພົ້ນເດັ່ນແມ່ນຜ່ານໂຄງການ, ໄດ້ຜັນຂະຫຍາຍຫຼາຍການເຄື່ອນໄຫວຂົນຂວາຍປະຊາຊົນ ຄື: ຕໍາຫຼວດທະເລ ກັບພໍ່ແມ່ປະຊາຊົນທີ່ເປັນຊາວຊົນເຜົ່າ, ສາສະໜາ, ລາຍການ “ລະດູບານໃໝ່ຢູ່ເຂດຊາຍແດນ”, “ບຸນເຕັດຢູ່ໝູ່ເກາະ”, “ບຸນໄຫວ້ພະຈັນຢູ່ເຂດຊາຍແດນ”, ການປະກວດ “ນ້ອງຮັກທະເລ, ໝູ່ເກາະຂອງບ້ານເກີດເມືອງນອນ”... ບັນດາອົງການ, ກົມກອງຂຶ້ນກັບຕໍາຫຼວດທະເລຫວຽດນາມ ໄດ້ຈັດຕັ້ງ 120 ການປະກວດ “ນ້ອງຮັກທະເລ, ໝູ່ເກາະຂອງບ້ານເກີດເມືອງນອນ”  ຢູ່ບໍລິເວນ 92 ເມືອງ, ເທດສະບານ ຂຶ້ນກັບ 35 ແຂວງ, ນະຄອນ.

leftcenterrightdel
ທ່ານພົນຕີ ບຸ່ຍກວກອວາຍ, ເລຂາພັກ, ຫົວໜ້າການເມືອງ ກອງບັນຊາການຕໍາຫຼວດທະເລຫວຽດນາມ ມອບຂອງຂວັນ ແລະໂອ້ລົມກັບຊາວປະມົງ ຢູ່ທ່າກໍາປັ່ນ ເມືອງໂກນດ໋າວ, ແຂວງບ່າເຣ້ຍ-ຫວູງເຕົ່າ. ພາບ: qdnd.vn

ການປະກວດໄດ້ກາຍເປັນກິດຈະການເຄື່ອນໄຫວທີ່ມີຄວາມໝາຍດ້ານການສຶກສາ ແລະການເມືອງຢ່າງເລິກເຊິ່ງ, ເປັນສະໜາມລະຫຼິ້ນທີ່ມີປະໂຫຍດ, ມີປະສິດທິຜົນ ໄດ້ຮັບການຕີລາຄາສູງຈາກຄະນະພັກ ແລະ ອຳນາດການປົກຄອງທຸກຂັ້ນ, ດຶງດູດນັກຮຽນ, ຄູອາຈານ ແລະ ປະຊາຊົນທຸກຊັ້ນຄົນ ເຂົ້າຮ່ວມຢ່າງຕັ້ງໜ້າ, ປະກອບສ່ວນປຸກລຸກຄວາມເມົາມົວຕໍ່ການຊອກຮູ້, ຍົກສູງຄວາມຄວາມຮູ້ກ່ຽວກັບອະທິປະໄຕ ທະເລ, ໝູ່ເກາະໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ ໃຫ້ແກ່ນັກຮຽນ.

ບັນດາອົງການ, ກົມກອງຂຶ້ນກັບຕໍາຫຼວດທະເລຫວຽດນາມ ໄດ້ສົມທົບກັນຈັດຕັ້ງການໂຄສະນາກ່ຽວກັບກົດໝາຍວ່າດ້ວຍທະເລ, ໝູ່ເກາະ ຂອງຫວຽດນາມ, ສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ກົດໝາຍວ່າດ້ວຍການປະມົງ ປີ 2017, ການກໍານົດກ່ຽວກັບການຕ້ານການຂຸດຄົ້ນສິນໃນນໍ້າທີ່ຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ຖືກຕາມຂໍ້ກໍານົດ (IUU)... ໃຫ້ແກ່ພະນັກງານ, ສະມາຊິກພັກ, ປະຊາຊົນ, ນັກຮຽນ... ຊ່ວຍໃຫ້ປະຊາຊົນ, ຊາວປະມົງມີຄວາມຮູ້ດ້ານກົດໝາຍ, ປະຕິບັດການຂຸດຄົ້ນສິນໃນນໍ້າ, ພັດທະນາເສດຖະກິດທະເລຕາມທິດຍືນຍົງ.

ກອງບັນຊາການຕໍາຫຼວດທະເລເຂດຕ່າງໆ ໄດ້ສົມທົບກັບທ້ອງຖິ່ນ ຈັດຕັ້ງຊຸດຝຶກອົບຮົມໃຫ້ແກ່ຊາວປະມົງ, ແນະນຳໃຫ້ເຈົ້າຂອງກໍາປັ່ນຫາປາ ແລະ ຊາວປະມົງມີຄວາມຮູ້ກ່ຽວກັບຄວາມປອດໄພໃນການເດີນທະເລ; ທັກສະການປ້ອງກັນ ແລະຕ້ານອັກຄີໄຟຢູ່ທະເລ; ວິທີການແກ້ໄຂ ແລະຮັບມືຕໍ່ກັບອຸບັດຕິເຫດຢູ່ທະເລ. ຕໍາຫຼວດທະເລຫວຽດນາມ ຍັງຮັກສາກຳປັ່ນ, ເຮືອຫຼາຍສິບລຳ ເພື່ອປະຕິບັດໜ້າທີ່ລາດຕະເວນ, ກວດກາ, ຄວບຄຸມ, ຮັກສາການປະຕິບັດກົດໝາຍ, ປົກປັກຮັກສາຄວາມໝັ້ນຄົງ, ອະທິປະໄຕຢູ່ເຂດທະເລຂອງປະເທດ; ຮັກສາການເວນຍາມກູ້ໄພກູ້ຊີບຕະຫຼອດ 24 ຊົ່ວໂມງ, ໜູນຊ່ວຍຢ່າງທັນການ, ຊ່ວຍເຫຼືອຊາວປະມົງຕໍ່ໜ້າສະພາບອັນຕະລາຍ, ອຸບັດຕິເຫດຢູ່ທະເລ, ສະໜອງອາຫານ, ນ້ຳມັນ, ນ້ຳຈືດ, ປະຖົມພະຍາບານຊາວປະມົງ, ນໍາກຳປັ່ນກັບຄືນທ່າຢ່າງປອດໄພ.

ໂຄງການ “ຕໍາຫຼວດທະເລຮ່ວມເດີນທາງພ້ອມກັບຊາວປະມົງ” ໄດ້ປະກອບສ່ວນປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນ, ຍົກສູງຈິດໃຈຮັກຊາດ, ຄວາມເອກອ້າງທະນົງໃຈຂອງຊາດ, ສະຕິຄວາມຮັບຜິດຊອບຂອງປະຊາຊົນໃນການປະຕິບັດກົດໝາຍ, ເຂົ້າຮ່ວມການປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງ, ຄວາມປອດໄພຢູ່ທະເລ, ໝູ່ເກາະ; ພົບເຫັນ ແລະ ສະໜອງຂໍ້ມູນໃຫ້ຕຳຫຼວດທະເລຫວຽດນາມ ກ່ຽວກັບການກະທຳລະເມີດກົດໝາຍ ແລະ ກຳປັ່ນຫາປາຕ່າງປະເທດລະເມີດເຂດທະເລຂອງຫວຽດນາມ ຢ່າງທັນການ ເພື່ອຕໍ່ສູ້ປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະຂອງປະເທດຊາດ.

ໃນໄລຍະຈະມາເຖິງ, ຄະນະປະຈຳຄະນະພັກຕໍາຫຼວດທະເລຫວຽດນາມ ກັບຄະນະປະຈຳພັກບັນດາແຂວງ, ນະຄອນແຄມທະເລ ຈະສືບຕໍ່ ເອົາໃຈໃສ່ຊາບຊຶບ ແລະຜັນຂະຫຍາຍບັນດາມະຕິ, ຄຳສັ່ງຂອງຄະນະບໍລິຫານງານສູນກາງພັກ, ຄະນະພັກການທະຫານສູນກາງ ກ່ຽວກັບການເພີ່ມທະວີ, ປ່ຽນແປງໃໝ່ວຽກງານຂົນຂວາຍປະຊາຊົນໃນສະພາບການໃໝ່ ໃຫ້ມີປະສິດທິຜົນ; ຍົກສູງຄຸນນະພາບ ແລະປະສິດທິຜົນຂອງການຊີ້ນໍານໍາພາ, ຜັນຂະຫຍາຍປະຕິບັດໂຄງການ.

ຍູ້ແຮງການປະຕິບັດບັນດາໂຄງການ ແລະ ການຂົນຂວາຍຂອງສູນກາງ, ທ້ອງຖິ່ນ ແລະ ກອງທັບ; ຕິດພັນການພັດທະນາເສດຖະກິດກັບການຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ຈົດທະບຽນ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ກຳປັ່ນກຽມພ້ອມເຂົ້າຮ່ວມການຕໍ່ສູ້ປົກປັກຮັກສາຄວາມໝັ້ນຄົງ, ອະທິປະໄຕທະເລ, ໝູ່ເກາະຂອງປະເທດຊາດ. ເພີ່ມທະວີການແລກປ່ຽນສະພາບຄວາມໝັ້ນຄົງດ້ານການເມືອງຢູ່ເຂດຕັ້ງທັບ, ສະພາບອາດຊະຍາກຳ ແລະ ສະພາບລະເມີດກົດໝາຍຢູ່ທະເລ; ຕັ້ງໜ້າປ້ອງກັນ, ຕ້ານ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ, ໄພພິບັດ, ກູ້ໄພກູ້ຊີບຢູ່ທະເລ.

ຍົກສູງປະສິດທິຜົນການໂຄສະນາເຜີຍແຜ່ດ້ານກົດໝາຍໃຫ້ແກ່ຊາວປະມົງ, ຈຳກັດ, ມຸ່ງໄປເຖິງສະພາບຊາວປະມົງລະເມີດ ແລະຂຸດຄົ້ນສິນທະເລຜິດກົດໝາຍຢູ່ເຂດທະເລຕ່າງປະເທດ; ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ການນຳພາຂອງພັກ, ການຄຸ້ມຄອງ ແລະບໍລິຫານຂອງລັດ. ເພີ່ມທະວີ ແລະເສີມຂະຫຍາຍກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ; ຍົກສູງຄຸນນະພາບຊີວິດ, ສະພາບແວດລ້ອມທຳມະຊາດ, ສະພາບແວດລ້ອມການດຳລົງຊີວິດຂອງປະຊາຊົນຢູ່ເຂດແຄມທະເລ, ໝູ່ເກາະ.

ທ່ານພົນຕີ ບຸ່ຍກວກອວາຍ, ເລຂາພັກ, ຫົວໜ້າການເມືອງກອງບັນຊາການຕໍາຫຼວດທະເລຫວຽດນາມ.