leftcenterrightdel
ທ່ານພົນໂທ ຮ່ວາງຊວນຈ໊ຽນ ມອບຂໍ້ຕົກລົງໃຫ້ແກ່ນາຍທະຫານ 2 ຄົນ ໄປປະຕິບັດໜ້າທີ່ຮັກສາສັນຕິພາບຢູ່ Abyei. ພາບ: qdnd.vn

ນາຍທະຫານ 2 ຄົນທີ່ໄດ້ຮັບຂໍ້ຕົກລົງຄັ້ງນີ້ແມ່ນພັນເອກ ຫງວຽນທິລຽນ, ຖືກສົ່ງໄປເຮັດໜ້າທີ່ເປັນນາຍທະຫານປະສານງານການທະຫານ-ພົນລະເຮືອນ ແລະພັນໂທ ຫງວຽນດຶກແຢັງ ດໍາລົງຕຳແໜ່ງເປັນນາຍທະຫານເສນາ-ສູ້ຮົບຢູ່ຄະນະປະຕິບັດງານ UNISFA.

leftcenterrightdel
ທ່ານພົນໂທ ຮ່ວາງຊວນຈ໊ຽນ  ມອບໝາຍໜ້າທີ່ໃຫ້ແກ່ນາຍທະຫານ 2 ຄົນ. ພາບ: qdnd.vn

ກ່າວຄຳເຫັນທີ່ການມອບໝາຍໜ້າທີ່, ທ່ານພົນໂທ ຮ່ວາງຊວນຈ໊ຽນ ຮຽກຮ້ອງໃຫ້ນາຍທະຫານສອງຄົນ ຈົ່ງຊາບຊຶມ, ປະຕິບັດທັດສະນະ, ແນວທາງການຕ່າງປະເທດຂອງພັກ, ລັດ ແລະກອງທັບ; ປະຕິບັດລະບຽບວິໄນຂອງກອງທັບ, ຂໍ້ກໍານົດຂອງສະຫະປະຊາຊາດ, ກົດໝາຍຂອງປະເທດປະຈໍາຖິ່ນ ແລະຂໍ້ກໍານົດຮັບປະກັນຄວາມສະຫງົບປອດໄພກ່ຽວກັບຊີວິດອິນຊີ ແລະອາວຸດຍຸດໂທປະກອນຢ່າງເຂັ້ມງວດ. ທ່ານພົນໂທ ຮວ່າງຊວນຈ໊ຽນ ຮຽກຮ້ອງໃຫ້ກົມຮັກສາສັນຕິພາບຫວຽດນາມ ສົມທົບກັບບັນດາອົງການ, ກົມກອງໃນທົ່ວກອງທັບສ້າງບາດກ້າວບຸກທະລຸໃນວຽກງານບຳລຸງກໍ່ສ້າງແຫຼ່ງບຸກຄະລາກອນ, ກະກຽມກຳລັງເພື່ອປ່ຽນແທນໃຫ້ຕໍາແໜ່ງບຸກຄົນເວົ້າສະເພາະ ແລະຂັ້ນກົມກອງເວົ້າລວມ; ຕັ້ງໜ້າ, ເປັນເຈົ້າການສ້າງແຫຼ່ງກຳລັງໃຫ້ບັນດາຕຳແໜ່ງທີ່ຮຽກຮ້ອງຕ້ອງການມີວິຊາການວິຊາສະເພາະແຄບ ແລະເລິກເຊິ່ງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງ ສປຊ ໃຫ້ດີກວ່າອີກ...

ໂດຍ: ທູຈາງ