ເຖິງວ່າໃນຊຸມວັນນີ້ອາກາດຢູ່ພາກກາງຮ້ອນເອົ້າຫຼາຍ, ນັບແຕ່ຮຸ່ງເຊົ້າ, ຊາວປະມົງ, ພະນັກງານ ແລະປະຊາຊົນນັບຮ້ອຍຄົນຢູ່ບັນດາຕາແສງແຄມທະເລເມືອງກວ໋າງແຈັ້ກ ໄດ້ເຕົ້າໂຮມກັນຢູ່ໃຈກາງຕາແສງກວ໋າງດົງ ເພື່ອເຂົ້າຮ່ວມລາຍການ “ຕໍາຫຼວດທະເລຮ່ວມເດີນທາງພ້ອມກັບຊາວປະມົງ”. ນີ້ແມ່ນລາຍການໂດຍພະນັກງານ, ນັກຮົບກອງຮ້ອຍ 102, ຕໍາຫຼວດທະເລເຂດ 1 ສົມທົບກັບຄະນະຂົນຂວາຍປະຊາຊົນຄະນະພັກແຂວງກວ໋າງບິ່ງ, ກອງບັນຊາການທະຫານຊາຍແດນແຂວງກວ໋າງບິ່ງ, ຄະນະພັກເມືອງກວ໋າງແຈັ້ກ ແລະອົງການຈັດຕັ້ງມະຫາຊົນ, ອຳນາດການປົກຄອງທ້ອງຖິ່ນ ຈັດຕັ້ງ.

leftcenterrightdel
ຜູ້ບັນຊາການກອງເຮືອ 102 ສົມທົບກັບຜູ້ບັນຊາການບັນດາອົງການ, ກົມກອງມອບຂອງຂວັນ ແລະທຸງຊາດໃຫ້ແກ່ຊາວປະມົງຢູ່ເມືອງກວ໋າງແຈັ້ກ. ພາບ: ແອັງທ໊າຍ-ດີ່ງແອັງ

ເຂົ້າຮ່ວມລາຍການແຕ່ຕອນເຊົ້າ, ຊາວປະມົງ ຫວູວັນກວ໋າງ, ບ້ານວິງເຊີນ, ຕາແສງກວ໋າງດົງ (ກວ໋າງແຈັ້ກ) ແບ່ງປັນວ່າ: “ຄອບຄົວຂ້າພະເຈົ້າ ເປັນຊາວປະມົງຫຼາຍລຸ້ນຄົນແລ້ວ. ປີ 1988, ພາຍຫຼັງສຳເລັດພັນທະການທະຫານເຂົ້າຮ່ວມການປົກປັກຮັກສາອະທິປະໄຕຢູ່ໝູ່ເກາະເຈື່ອງຊາ, ຂ້າພະເຈົ້າ ຖືກອອກຈາກກອງທັບກັບເມືອທ້ອງຖິ່ນ ແລະຕິດພັນກັບອາຊີບເດີນທະເລຈົນຮອດປະຈຸບັນ. ສໍາລັບຊາວປະມົງການໄປທະເລ, ມີໄພອັນຕະລາຍຫຼາຍ, ບາງເທື່ອຖືກກໍາປັ່ນຫາປາຂອງຕ່າງປະເທດບຸກໂຈມຕີ, ໄພທໍາມະຊາດ, ລົມພະຍຸ... ຄວາມເປັນຕາຍບໍ່ຮູ້ຈັກກ່ອນ. ແຕ່ໃນປະຈຸບັນ, ການໄປທະເລດີກວ່າຫຼາຍແລ້ວ. ຍ້ອນລັດໃຫ້ກູ້ຢືມທຶນຕໍ່ກໍາປັ່ນຂະໜາດໃຫຍ່ ແລະປະກອບອຸປະກອນທີ່ທັນສະໄໝ, ປອດໄພ, ພິເສດຍາມໃດກໍ່ກຳລັງທີ່ກ່ຽວຂ້ອງ, ຄື: ຕໍາຫຼວດທະເລ, ທະຫານເຮືອ, ທະຫານຊາຍແດນກໍ່ຮ່ວມເດີນທາງປ້ອງກັນ, ສະນັ້ນ ຊາວປະມົງມີຄວາມອຸ່ນອ່ຽນໃຈອອກໄປຫາປາຢູ່ທະເລ. ບາງເທື່ອຍ້ອນຂາດຄວາມເຂົ້າໃຈ, ພໍ່ແມ່ປະຊາຊົນໄດ້ລະເມີດຂໍ້ກຳນົດກ່ຽວກັບການຂຸດຄົ້ນຢູ່ທະເລ, ແຕ່ເມື່ອຕໍາຫຼວດ ທະເລໂຄສະນາ, ເຜີຍແຜ່ຍົກສູງຄວາມຮັບຮູ້ກ່ຽວກັບກົດໝາຍ, ພໍ່ແມ່ປະຊາຊົນກໍ່ປະຕິບັດຕາມກົດໝາຍຢ່າງເຂັ້ມງວດ…”.

ສັງເຂບການເຄື່ອນໄຫວບາງຢ່າງຢູ່ລາຍການ, ສະຫາຍພັນໂທ ຫງວຽນຢວານຮວ່ານ ຫົວໜ້າກອງເຮືອ 102 ໃຫ້ຮູ້ວ່າ: “ປະຕິບັດຕາມແຜນການທີ່ໄດ້ຮັບການອະນຸມັດຜ່ານຈາກຫົວໜ້າກອງບັນຊາການທະຫານເຂດ 1, ພະນັກງານ, ນັກຮົບກອງເຮືອ 102 ໄດ້ປະຕິບັດວຽກງານກະກຽມເປັນຢ່າງດີເພື່ອໃຫ້ລາຍການດັ່ງກ່າວແທດຈິງ, ມີປະສິດທິຜົນ, ນໍາມາເຊິ່ງຄວາມໝາຍເລິກເຊິ່ງ. ທີ່ລາຍການຄັ້ງນີ້, ກົມກອງໄດ້ສົມທົບກັບກຳລັງຈັດຕັ້ງແຈກຢາຍໃບປິວ 300 ໃບ, ປຶ້ມ 100 ຫົວ, ເອກະສານ ແລະໂຄສະນາກ່ຽວກັບກົດໝາຍວ່າດ້ວຍຕໍາຫຼວດທະເລຫວຽດນາມ, ກົດໝາຍທະເລຫວຽດນາມ, ກົດໝາຍວ່າດ້ວຍສິນໃນນ້ຳຫວຽດນາມ, ກົດໝາຍວ່າດ້ວຍປ້ອງກັນ, ຕ້ານຢາເສບຕິດ; ໂຄສະນາກ່ຽວກັບອະທິປະໄຕຄວາມໝັ້ນຄົງຢູ່ເຂດທະເລ, ໝູ່ເກາະຂອງປະເທດຊາດ; ໂຄສະນາການປ້ອງກັນ, ຕ້ານການຂຸດຄົ້ນສິນທະເລຢ່າງຜິດກົດໝາຍ, ບໍ່ລາຍງານ ແລະບໍ່ປະຕິບັດຕາມຂໍ້ກໍານົດ (IUU) ໃຫ້ແກ່ພະນັກງານ,  ປະຊາຊົນຕາແສງກວ໋າງກີມ ແລະກວ໋າງດົງ (ກວ໋າງແຈັ້ກ).

ມຸ່ງໄປເຖິງສະເຫຼີມສະຫຼອງ 77 ປີແຫ່ງວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ (ວັນທີ 27 ກໍລະກົດ), ຈາກແຫຼ່ງທຶນເພີ່ມພູນຜະລິດຜົນ ແລະສັງຄົມ, ກົມກອງໄດ້ມອບຂອງຂວັນ 35 ພູດ (ແຕ່ລະພູດ 1.000.000 ດົ່ງ) ໃຫ້ຄອບຄົວນະໂຍບາຍ, ທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຊາວປະມົງ, ນັກຮຽນປະສົບກັບຄວາມຫຍຸ້ງຍາກຢູ່ຕາແສງກວ໋າງດົງ; ສະໜັບສະໜູນເງິນ 25 ລ້ານດົ່ງ ເພື່ອກໍ່ສ້າງລະບົບໄຟຟ້າເຍືອງທາງໃຫ້ປະຊາຊົນຕາແສງກວ໋າງກີມ ແລະມອບທຸງຊາດ 100 ຜືນ, ເສື້ອຊູຊີບ 30 ຜືນ, ຊູຊີບກົມ 20 ຜືນໃຫ້ຊາວປະມົງຢູ່ທ່າເຮືອຫາປາເຟື໊ອກທິ້ງ, ຕາແສງກວ໋າງດົງ".

ເຂົ້າຮ່ວມລາຍການ, ສະຫາຍ ຟານຊວນແຄັ໊ງ ຮອງຫົວໜ້າຄະນະຂົນຂວາຍປະຊາຊົນຄະນະພັກແຂວງກວ໋າງບິ່ງ ໃຫ້ຮູ້ວ່າ: ໃນຊຸມປີຜ່ານມາ, ກອງເຮືອ 102, ຕໍາຫຼວດທະເລເຂດ 1 ໄດ້ສົມທົບກັນຢ່າງແໜ້ນແຟ້ນກັບຄະນະພັກ, ອຳນາດການປົກຄອງທ້ອງຖິ່ນແຂວງກວ໋າງບິ່ງ ຈັດຕັ້ງການເຄື່ອນໄຫວຂົນຂວາຍປະຊາຊົນທີ່ມີຄວາມໝາຍຫຼາຍຢ່າງ. ພິເສດດ້ວຍການຈັດຕັ້ງລາຍການ “ຕໍາຫຼວດທະເລຮ່ວມເດີນທາງພ້ອມກັບຊາວປະມົງ” ຢູ່ບັນດາເມືອງແຄມທະເລຂອງແຂວງກວ໋າງບິ່ງ, ປະກອບສ່ວນພ້ອມກັບຄະນະພັກ, ອຳນາດການປົກຄອງ ແລະກົມກອງ, ອົງການຈັດຕັ້ງມະຫາຊົນທ້ອງຖິ່ນປະຕິບັດວຽກງານໂຄສະນາ, ເຜີຍແຜ່, ສຶກສາອົບຮົມກົດໝາຍເປັນຢ່າງດີກໍ່ຄືຮັບປະກັນຊີວິດສັງຄົມ, ຍົກສູງຊີວິດທາງດ້ານວັດຖຸ ແລະຈິດໃຈໃຫ້ປະຊາຊົນ”.

ບັນດາການເຄື່ອນໄຫວດັ່ງກ່າວໄດ້ສະແດງໃຫ້ເຫັນອາລົມຈິດ,  ຄວາມຮັບຜິດຊອບຂອງພະນັກງານ, ນັກຮົບກອງເຮືອ 102, ຕໍາຫຼວດທະເລເຂດ 1 ໃນການຫັນແນວທາງ, ແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ, ກອງທັບ ແລະກຳລັງຕໍາຫຼວດທະເລກ່ຽວກັບວຽກງານຂົນຂວາຍປະຊາຊົນເປັນລະອຽດ, ປະກອບສ່ວນປັບປຸງ, ເພີ່ມທະວີ, ຮັດແໜ້ນສາຍພົວພັນສາມັກຄີສະໜິດຕິດພັນລະຫວ່າງທະຫານ-ປະຊາຊົນ, ສ້າງ “ທ່າຮົບໃນຈິດໃຈປະຊາຊົນ” ໃນການປົກປັກຮັກສາອະທິປະໄຕທະເລ,  ໝູ່ເກາະຂອງປະເທດຊາດ.

ໂດຍ: ເຈິ່ນຮວ່ຽນ