leftcenterrightdel
ບັນຍາກາດທີ່ການໂອ້ລົມສົນທະນານາຍທະຫານໜຸ່ມທະຫານຊາຍແດນຫວຽດນາມ ແລະນາຍຕໍາຫຼວດໜຸ່ມ ປ້ອງກັນຄວາມສະຫງົບ ລາວ. ພາບ: ຖ໋າຍກິມງາ.

ກ່າວຄໍາເຫັນທີ່ການໂອ້ລົມສົນທະນາ, ທ່ານພັນເອກພິເສດ ຫງວຽນແທັງຫາຍ ຮອງຫົວໜ້າຫ້ອງການເມືອງທະຫານຊາຍແດນຫວຽດນາມ, ຫົວໜ້າຄະນະຜູ້ແທນທະຫານຊາຍແດນຫວຽດນາມ ເນັ້ນໜັກວ່າ ຜ່ານລາຍການພົບປະແລກປ່ຽນໃນຄັ້ງນີ້, ນາຍທະຫານໜຸ່ມ ທະຫານຊາຍແດນຫວຽດນາມ ແລະນາຍຕໍາຫຼວດໜຸ່ມ ປ້ອງກັນຄວາມສະຫງົບ ລາວ ສືບຕໍ່ຢັ້ງຢືນບົດບາດປະຈັນບານ, ຂະຫຍັນຂັນເຄື່ອນ, ປະດິດສ້າງ, ເພີ່ມທະວີການຮ່ວມມື, ຮ່ວມແຮງຮ່ວມໃຈປົກປັກຮັກສາຄວາມສະຫງົບດ້ານການເມືອງ ແລະຄວາມເປັນລະບຽບຮຽບຮ້ອຍ ໃນສັງຄົມຢູ່ສອງຟາກຊາຍແດນ; ພ້ອມແລ້ວທີ່ຈະສືບທອດ ແລະສືບຕໍ່ໃຫ້ສົມກັບມໍລະດົກຂອງຮຸ່ນພໍ່ຮຸ່ນອ້າຍ, ເພີ່ມພູນຄູນສ້າງນ້ຳໃຈສາມັກຄີມິດຕະພາບແບບພິເສດ ຫວຽດນາມ - ລາວ ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

leftcenterrightdel
ຜູ້ແທນສອງຝ່າຍ ຢ້ຽມຊົມເຂດວາງສະແດງຮູບພາບທີ່ການໂອ້ລົມສົນທະນາ. ພາບ: ຖ໋າຍກິມງາ.

ທີ່ການໂອ້ລົມສົນທະນາ, ຜູ້ຕາງໜ້ານາຍທະຫານໜຸ່ມ ທະຫານຊາຍແດນຫວຽດນາມ ແລະນາຍຕໍາຫຼວດໜຸ່ມປ້ອງກັນຄວາມສະຫງົບ ລາວ ໄດ້ປະກອບຄໍາເຫັນຕີລາຄາກ່ຽວກັບໝາກຜົນບັນລຸໄດ້ໃນໄລຍະຜ່ານມາ, ແລກປ່ຽນບົດຮຽນທີ່ດີ, ວິທີເຮັດທີ່ມີຫົວຄິດປະດິດສ້າງໃນວຽກງານປະສານສົມທົບກັນໃນການປົກປັກຮັກສາຄວາມສະຫງົບດ້ານການເມືອງ ແລະຄວາມເປັນລະບຽບ ຮຽບຮ້ອຍໃນສັງຄົມຢູ່ສອງຟາກຊາຍແດນຂອງສອງປະເທດ.

leftcenterrightdel
ຜູ້ແທນສອງຝ່າຍ ຢ້ຽມຊົມ ເຮືອນຣົງ ໄຕງວຽນ. ພາບ: ຖ໋າຍກິມງາ.

ນາຍທະຫານໜຸ່ມທະຫານຊາຍແດນຫວຽດນາມ ແລະນາຍຕໍາຫຼວດໜຸ່ມປ້ອງກັນຄວາມສະຫງົບ ລາວ ສືບຕໍ່ເສີມຂະຫຍາຍບົດບາດປະຈັນບານ, ປະດິດສ້າງ, ສຸດໃຈ, ມີຈິດໃຈຕັດສິນໃຈສູງ, ມີເຈດຈໍານົງບືນຕົວຂຶ້ນຢ່າງແຂງແຮງ, ມີການປະກອບສ່ວນທີ່ສໍາຄັນ, ປະກອບສ່ວນປະຕິບັດໜ້າທີ່ການເມືອງຂອງສອງປະເທດ ຢ່າງມີໄຊ, ກໍ່ສ້າງເສັ້ນຊາຍແດນ ຫວຽດນາມ - ລາວ ແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ.

ລາຍການພົບປະແລກປ່ຽນນາຍທະຫານໜຸ່ມທະຫານຊາຍແດນຫວຽດນາມ ແລະນາຍຕໍາຫຼວດໜຸ່ມປ້ອງກັນຄວາມສະຫງົບ ລາວ ຈະສືບຕໍ່ດໍາເນີນບາງການເຄື່ອນໄຫວຢູ່ແຂວງບິ່ງດິ້ງ. 

ໂດຍ: ໄຊຊະນະ