ທ່ານ Liuhonglin ເລຂາພັກໂຮງໝໍ Nanxi Shan ໄດ້ແນະນຳໃຫ້ຄະນະຜູ້ແທນຮັບຊາບກ່ຽວກັບປະຫວັດການກໍາເນີດ ແລະພັດທະນາຂອງໂຮງໝໍ, ພິເສດແມ່ນການໜູນຊ່ວຍ ແລະປິ່ນປົວທະຫານເສຍອົງຄະ ແລະເຈັບປ່ວຍຫວຽດນາມ ໃນໄລຍະຫວຽດນາມ ຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ.

leftcenterrightdel
ຄະນະນາຍທະຫານໜຸ່ມກອງທັບປະຊາຊົນຫວຽດນາມ ໄປຢ້ຽມຊົມຫໍພິພິທະພັນໂຮງໝໍ Nanxi Shan. ພາບ: ດັ້ງລວານ

ທ່ານພັນເອກພິເສດ ເຈິ່ນຮືວຢຸງ, ຮອງຫົວໜ້າຄະນະຊາວໜຸ່ມກອງທັບ-ຫົວໜ້າຄະນະໄດ້ຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງບັນດາການນຳຂອງໂຮງໝໍ Nanxi Shan; ພ້ອມທັງເນັ້ນໜັກວ່າ ໃນໄລຍະແຕ່ປີ 1969-1975, ໂຮງໝໍ Nanxi Shan ໄດ້ປິ່ນປົວທະຫານເສຍຄົງຄະ, ເຈັບປ່ວຍຂອງຫວຽດນາມ ກວ່າ 5.000 ຄົນ, ໄດ້ປະກອບສ່ວນພ້ອມກັບປະຊາຊົນຈີນ ຊ່ວຍເຫຼືອສົງຄາມຕໍ່ສູ້ກູ້ຊາດ, ຕ້ານອາເມລິກາ ຂອງປະຊາຊົນຫວຽດນາມ. ໂຮງໝໍ Nanxi Shan ແມ່ນໜຶ່ງໃນບັນດາສັນຍາລັກແຫ່ງມິດຕະພາບຫວຽດນາມ - ຈີນ. ຄະນະນາຍທະຫານໜຸ່ມກອງທັບປະຊາຊົນຫວຽດນາມ ຍາມໃດກໍ່ເຄົາລົບ, ຈົດຈຳ ແລະຮູ້ບຸນຄຸນຕໍ່ການຊ່ວຍເຫຼືອອັນລ້ຳຄ່ານັ້ນ ແລະຕັດສິນໃຈຈະສືບຕໍ່ພ້ອມກັນສ້າງສາ, ເພີ່ມພູນຄູນສ້າງ, ພັດທະນາຍົກລະດັບການພົວພັນມິດຕະພາບຫວຽດນາມ - ຈີນ ໃນໄລຍະຈະມາເຖິງດ້ວຍວຽກເຮັດທີ່ລະອຽດ, ແທດຈິງ.

ຕອນເຊົ້າວັນດຽວກັນ, ຄະນະໄດ້ໄປຢ້ຽມຢາມລ່ອງເຮືອຢູ່ແມ່ນ້ຳ Li jiang - ໜຶ່ງໃນບັນດາທັດສະນີຍະພາບທີ່ມີຊື່ສຽງຂອງນະຄອນ ກຸ້ຍລິນ. ຕາມແຜນການແລ້ວ, ວັນທີ 17 ມິຖຸນາ, ຄະນະນາຍທະຫານໜຸ່ມກອງທັບປະຊາຊົນຫວຽດນາມ ຈະອອກຈາກກວາງຊີ, ໄປນະຄອນຫຼວງປັກກິ່ງ, ສືບຕໍ່ເຄື່ອນໄຫວໃນຂອບເຂດຂອງລາຍການແລກປ່ຽນ.

ໂດຍ: ໄຊນີດາ