ນັກຂ່າວ: ຂໍຮຽນສະຫາຍ, ໃນການຕໍ່ຕ້ານ ກໍ່ຄືໃນໄລຍະສັນຕິພາບ, ປັດໄຈດ້ານການເມືອງ ແລະຈິດໃຈຍາມໃດກໍ່ແມ່ນກຳລັງແຮງຂອງກອງທັບຫວຽດນາມ. ສະນັ້ນກົມກອງ ໄດ້ເຮັດຫຍັງແດ່ເພື່ອເສີມຂະຫຍາຍບັນຫາສຳຄັນນີ້?

ສະຫາຍພັນເອກພິເສດ ຫງວຽນທຽນກວນ: ໃນຊຸມປີຜ່ານມາ, ຄະນະພັກ, ກອງບັນຊາການທະຫານເຮືອເຂດ 3 ໄດ້ຖືເປັນສໍາຄັນການເສີມຂະຫຍາຍປັດໄຈດ້ານການເມືອງ, ຈິດໃຈ, ປຸກລຸກຄວາມຮັກຕໍ່ທະເລ, ໝູ່ເກາະ ແລະກໍາປັ່ນໃຫ້ພະນັກງານນັກຮົບຫຼາຍລຸ້ນຄົນເປັນປະຈໍາ. ຕາມນັ້ນແລ້ວ, ບັນດາອົງການ, ກົມກອງໄດ້ສຸມໃສ່ບໍາລຸງສ້າງ,  ສຶກສາອຸດົມຄະຕິປະຕິວັດ, ສະພາບໜ້າທີ່, ກຳນົດກົນອຸບາຍ, ເລ່ລ່ຽມຂອງອິດທິກໍາລັງທີ່ເປັນປໍລະປັກ. ຈາກນັ້ນ ພະນັກງານ, ລູກເຮືອທຸກຄົນ ລ້ວນແຕ່ຮັບຮູ້ໄດ້ວ່າມີທະເລ, ໝູ່ເກາະ ແລະໄຫຼ່ທະວີບຄືໃນທຸກວັນນີ້ ແມ່ນຍ້ອນມີການອຸທິດເຫື່ອແຮງຮັກສາຂອງລູ້ນພໍ່, ລຸ້ນອ້າຍ ມາເປັນເວລານັບພັນປີ. ບົນຈິດໃຈນັ້ນ, ທະຫານເຮືອເຂດ 3 ສຸມໃສ່ບຳລຸງສ້າງຖັນແຖວພະນັກງານ, ນັກຮົບທີ່ມີຄຸນນະທາດດ້ານການເມືອງ, ມີລະດັບຄວາມຮູ້ຮອບດ້ານ, ມີຄວາມສາມາດໃນການຈັດຕັ້ງປະຕິບັດ, ມີຄວາມສາມາດນໍາໃຊ້ຄວາມກ້າວໜ້າດ້ານວິທະຍາສາດເຕັກນິກການທະຫານທີ່ທັນສະໄໝຢ່າງມີຫົວຄິດປະດິດສ້າງ, ນໍາໃຊ້ອາວຸດຢ່າງຊຳ ນານ, ບືນຕົວຂຶ້ນເປັນເຈົ້າອາວຸດ, ອຸປະກອນທີ່ມີຢູ່ແລ້ວ.

leftcenterrightdel
ສະຫາຍພັນເອກພິເສດ ຫງວຽນທຽນກວນ (ທີ 3 ຈາກຂວາ) ກວດກາການປະຕິບັດວັນເຕັກນິກຢູ່ກອງພົນນ້ອຍ 172. ພາບ: qdnd.vn

ນັກຂ່າວ: ເພື່ອຕອບສະໜອງຄວາມຕ້ອງການຂອງໜ້າທີ່, ຈຸດໃໝ່ໃນການປະຕິບັດທິດນຳຝຶກແອບແມ່ນຫຍັງແດ່, ຂໍຮຽນສະຫາຍ?

ສະຫາຍພັນເອກພິເສດ ຫງວຽນທຽນກວນ: ເພື່ອໃຫ້ກໍາປັ່ນຢູ່ທະເລປະຕິບັດສຳເລັດໜ້າທີ່ເປັນຢ່າງດີ, ຄະນະພັກ, ກອງບັນຊາການທະຫານເຮືອເຂດ 3 ຖືເປັນສໍາຄັນການຝຶກແອບຫຼາຍແຜນງານ, ເປັນຕົ້ນແມ່ນສຸມໃສ່ເນື້ອໃນສັບສົນ. ຖ້າຫາກວ່າໃນເມື່ອກ່ອນ, ກົມກອງໄດ້ຝຶກແອບຕາມທິດ “ພື້ນຖານ, ແທດຈິງ, ໝັ້ນແກ່ນ, ຄົບຊຸດ, ລົງເລິກ, ໃກ້ຊິດກັບສະໜາມຮົບ, ເຄື່ອງປະກອບ, ຈັດຕັ້ງພະນັກງານ”, ປະຈຸບັນຕໍ່ໜ້າສະພາບຕົວຈິງຢູ່ທະເລດ້ວຍບັນດາປັດໄຈທີ່ຄາດຄະເນໄດ້ຍາກ, ໜ້າທີ່ທີ່ໄດ້ມອບໝາຍນັບມື້ນັບໜັກໜ່ວງ, ຄະນະພັກ, ກອງບັນຊາການທະຫານເຮືອເຂດ 3 ໄດ້ກໍານົດຍົກສູງເປັນການຝຶກແອບຍອດຢ້ຽມ. ໝາຍຄວາມວ່າວຽກງານຝຶກແອບຕ້ອງຍອດຢ້ຽມທັງດ້ານແນວຄິດ, ຍຸດທະວິທີ, ການປະສົມປະສານລະຫວ່າງກໍາປັ່ນແຕ່ລະລຳ, ລະຫວ່າງກໍາປັ່ນໃນກອງກໍາປັ່ນ ແລະລະຫວ່າງກອງກຳປັ່ນໃນທຸກກຳລັງ; ທັງຍອດຢ້ຽມໃນການນໍາໃຊ້ອາວຸດ, ອຸປະກອນ ແລະເຕັກນິກ.

ຄຽງຂ້າງນັ້ນ, ບັນດາອົງການ, ກົມກອງໃນທົ່ວເຂດຍັງສືບຕໍ່ຍູ້ແຮງການຂົນຂວາຍ “ຄຸ້ມຄອງ, ຂຸດຄົ້ນອາວຸດຍຸດໂທປະກອນເຕັກນິກໃຫ້ດີ, ທົນທານ, ປອດໄພ, ປະຢັດ ແລະປອດໄພໃນການສັນຈອນ”, ຍົກສູງລັກສະນະຄົບຊຸດ, ລັກສະນະຊັດເຈນ, ເຕັກນິກ ແລະການນຳໃຊ້ລະບົບອາວຸດຍຸດໂທປະກອນ, ກົນຈັກ, ອຸປະກອນເຕັກນິກ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການຝຶກແອບ, ກຽມພ້ອມສູ້ຮົບ ແລະຮັບໃຊ້ການສູ້ຮົບໃນສະພາບການໃໝ່...

ນັກຂ່າວ: ຂໍສະຫາຍໃຫ້ຮູ້ ບົດຮຽນໃນວຽກງານຝຶກແອບ, ກຽມພ້ອມສູ້ຮົບຂອງທະຫານເຮືອ ເຂດ 3?

ສະຫາຍພັນເອກພິເສດ ຫງວຽນທຽນກວນ: ບົດຮຽນໃນວຽກງານຝຶກແອບຂອງທະຫານເຮືອເຂດ 3 ແມ່ນການປະຕິບັດຄວາມຮຽກຮ້ອງ “5 ໃກ້ຊິດ” (ໃກ້ຊິດໜ້າທີ່, ເປົ້າໝາຍ, ແຜນງານ, ອາວຸດຍຸດໂທປະກອນ ແລະສະໜາມຮົບ). ໃນຊຸມປີກ່ອນ, ທະຫານເຮືອເຂດ 3 ພຽງແຕ່ຕັ້ງບັນຫາຄຸນນະພາບການຝຶກແອບຕິດພັນກັບຄວາມຮັບຜິດຊອບຂອງຄະນະພັກ, ຜູ້ບັນຊາການ, ແຕ່ປະຈຸບັນແມ່ນຄຸນນະພາບການຝຶກແອບ ຕິດພັນກັບຄວາມຮັບຜິດຊອບຂອງແຕ່ລະຄົນ. ການຝຶກແອບຢູ່ທະເລ ຍາມໃດກໍ່ຄິດໄລ່ຢ່າງລະອຽດເຖິງແຜນງານເພື່ອປະຢັດແຕ່ຍັງເສີມຂະຫຍາຍລັກສະນະ ແລະຜົນປະໂຫຍດຂອງອຸປະກອນ, ພາຫະນະ ແລະພື້ນຖານວັດຖຸ...

ນັກຂ່າວ: ໃນຊຸມປີຜ່ານມາ, ຂະບວນການແຂ່ງຂັນເດັດຂາດມີໄຊຂອງທະຫານເຮືອເຂດ 3 ຍາມໃດກໍ່ບັນລຸປະສິດທິຜົນຢ່າງແທດຈິງ. ສະຫາຍ ສາມາດແບ່ງປັນບົດຮຽນໃນການຈັດຕັ້ງການເຄື່ອນໄຫວແຂ່ງຂັນຂອງກົມກອງໄດ້ບໍ?

ສະຫາຍພັນເອກພິເສດ ຫງວຽນທຽນກວນ: ຂະບວນການແຂ່ງຂັນເດັດຂາດມີໄຊ ແມ່ນກຳລັງໜູນຊຸກຍູ້ກົມກອງປະຕິບັດສຳເລັດໜ້າທີ່, ສະນັ້ນ, ການປະຕິບັດຕ້ອງກຳນົດເນື້ອໃນ, ຄາດໝາຍການແຂ່ງຂັນຢ່າງລະອຽດ, ລວມສຸນ. ເນື້ອໃນແຂ່ງຂັນ ຕິດແທດກັບແຕ່ລະວຽກງານ, ແຕ່ລະບຸກຄົນເພື່ອປະຕິບັດໃຫ້ມີປະສິດທິຜົນສູງສຸດ. ທະຫານເຮືອເຂດ 3 ກໍານົດວ່າແມ່ນກຳລັງສຳຄັນໃນການປະຕິບັດໜ້າທີ່ປົກປັກຮັກສາອະທິປະໄຕຢູ່ທະເລ, ໝູ່ເກາະ, ຊອກຫາກູ້ໄພກູ້ຊີບຢູ່ທະເລຂອງເຫຼົ່າທັບເຮືອ.

ໜ້າທີ່ການເມືອງຈຸດສຸມຂອງກົມກອງແມ່ນການຝຶກແອບ,  ກຽມພ້ອມສູ້ຮົບ, ສະນັ້ນໃນຊຸມປີຜ່ານມາ, ຂະບວນການແຂ່ງຂັນເດັດຂາດມີໄຊ ຂອງທະຫານເຮືອເຂດ 3 ຍາມໃດກໍ່ມຸ່ງໄປເຖິງການຍົກສູງຄຸນນະພາບການຝຶກແອບ, ເປັນຕົ້ນແມ່ນການຝຶກແອບໃຫ້ກຳລັງປະຕິບັດໜ້າທີ່ປົກປັກຮັກສາອະທິປະໄຕຢູ່ທະເລ, ໝູ່ເກາະ, ຊອກຫາກູ້ໄພກູ້ຊີບຢູ່ທະເລ. ເນື້ອໃນ ແລະຄາດໝາຍແຂ່ງຂັນແມ່ນສຸມໃສ່ແກ້ໄຂບັນຫາສຳຄັນ, ໜ້າທີ່ພື້ນຖານ. ຍ້ອນແນວນັ້ນ, ຂະບວນການແຂ່ງຂັນເດັດຂາດມີໄຊຂອງອົງການ, ກົມກອງ ຖືກຕ້ອງຕາມສະພາບຕົວຈິງ, ຫຼີກລ້ຽງສະພາບອອກຄຳຂວັນລ້າໆ.

ນັກຂ່າວ: ຂໍຂອບໃຈສະຫາຍ!

ໂດຍ: ເຈິ່ນຮວ່ຽນ