ທີ່ການພົບປະກັບທ່ານພົນຈັດຕະວາ Anthony Rawlins, ຮັກສາການຮອງຜູ້ບັນຊາການກຳລັງປ້ອງກັນຊາດອົດສະຕາລີ (ADF), ທ່ານພົນຕີ ຫງວຽນຢວ້ານແອງ ໃຫ້ຂໍ້ສັງເກດວ່າ ການຢ້ຽມຢາມຂອງຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ໄດ້ດຳເນີນໄປໃນສະພາບການທີ່ພິເສດເມື່ອສອງປະເທດຫາກໍ່ຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເນື່ອງໃນໂອກາດການຢ້ຽມຢາມອົດສະຕາລີ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໃນເດືອນມີນາ ຜ່ານມາ. ການນຳກະຊວງປ້ອງກັນປະເທດ, ກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ໄດ້ຕີລາຄາສູງໝາກຜົນການຮ່ວມມືລະຫວ່າງກອງທັບສອງປະເທດໃນໄລຍະຜ່ານມາ, ເຊິ່ງໄດ້ຮັບການຜັນຂະຫຍາຍທີ່ເໝາະສົມກັບບັນດາເອກະສານຮ່ວມມືທີ່ສອງຝ່າຍໄດ້ລົງນາມ.

leftcenterrightdel
ທ່ານພົນຕີ ຫງວຽນຢວ້ານແອງ ແລະທ່ານພົນຈັດຕະວາ Anthony Rawlins, ຮັກສາການຮອງຜູ້ບັນຊາການກໍາລັງປ້ອງກັນຊາດອົດສະຕາລີ (ADF) ແລະບັນດາຜູ້ແທນເຂົ້າຮ່ວມ. ພາບ: ແທງເຟືອງ

ທ່ານພົນຕີ ຫງວຽນຢວ້ານແອງ ຢືນຢັນວ່າ ການຮ່ວມມືດ້ານການບຳລຸງສ້າງແມ່ນຈຸດທີ່ພົ້ນເດັ່ນໃນການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ. ອົດສະຕາລີ ແມ່ນປະເທດນຳໜ້າໃນການໜູນຊ່ວຍບຳລຸງສ້າງພາສາອັງກິດ ແລະວິຊາສະເພາະໃຫ້ແກ່ທະຫານຫວຽດນາມ ດ້ວຍຈຳນວນ 3.500 ກວ່າເທື່ອຄົນ. ກະຊວງປ້ອງກັນປະເທດອົດສະຕາລີ ແລະ ADF ມີຮາກຖານການສຶກສາທີ່ມີຊື່ສຽງ, ມີພື້ນຖານວັດຖຸອຸປະກອນບຳລຸງສ້າງທີ່ດີ, ມີຖັນແຖວຄູອາຈານທີ່ມີລະດັບຄວາມຮູ້ ແລະທັກສະສິດສອນທີ່ສາມາດຕອບສະໜອງບັນດາເປົ້າໝາຍການບຳລຸງສ້າງໃນຊຸດຕ່າງໆ, ບັນດາຂະແໜງການບຳລຸງສ້າງເໝາະສົມກັບຄວາມຕ້ອງການຂອງຫວຽດນາມ. ບົນພື້ນຖານນັ້ນ, ທ່ານພົນຕີ ຫງວຽນຢວ້ານແອງ ໄດ້ສະເໜີໃຫ້ສອງຝ່າຍແລກປ່ຽນຢ່າງກົງໄປກົງມາ, ແບ່ງປັນປະສົບການຕົວຈິງໃນວຽກງານບຳລຸງກໍ່ສ້າງ. ທ່ານພົນຕີ ຫງວຽນຢວ້ານແອງ ເຊື່ອໝັ້ນວ່າ ດ້ວຍຄວາມເອົາໃຈໃສ່, ສະໜັບສະໜູນຂອງການນຳຂັ້ນສູງ ແລະການນໍາຂອງກະຊວງປ້ອງກັນປະເທດ, ກອງທັບສອງປະເທດ, ໃນໄລຍະຈະມາເຖິງການພົວພັນຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ອົດສະຕາລີ ຈະສືບຕໍ່ພັດທະນາ, ເພື່ອຜົນປະໂຫຍດຂອງແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການພັດທະນາລວມຂອງພາກພື້ນ ແລະໃນໂລກ.

*ໃນຂອບເຂດການຢ້ຽມຢາມອົດສະຕາລີ, ທ່ານພົນຕີ ຫງວຽນຢວ້ານແອງ ໄດ້ໄປຢ້ຽມຢາມ ແລະເຮັດວຽກຢູ່ວິທະຍາຄານກອງທັບລາດຊະວົງອົດສະຕາລີ, ວິທະຍາຄານປ້ອງກັນຊາດອົດສະຕາລີ ແລະອົງການເສນາທິການຂຶ້ນກັບທະຫານບົກອົດສະຕາລີ.

ໂດຍ: ຈາງຫງວຽນ