*ໃນການພົບປະກັບທ່ານ Oniki Makoto ຮອງລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ, ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຟ້າມຮ່ວາຍນາມ ຢືນຢັນວ່າ, ການພົວພັນ ຫວຽດນາມ - ຍີ່ປຸ່ນ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່, ໄດ້ຮັບການຊຸກຍູ້, ພັດທະນາຢ່າງແຂງແຮງຈາກການນຳຂອງສອງຝ່າຍນັບມື້ນັບເປີດກວ້າງໃນຫຼາຍຂົງເຂດ ແລະເຂົ້າສູ່ລວງເລິກ, ນຳເອົາຜົນປະໂຫຍດແທດຈິງມາໃຫ້ປະຊາຊົນສອງປະເທດ. ໃນໄລຍະຈະມາເຖິງ, ທ່ານຮອງລັດຖະມົນຕີ ຟ້າມຮ່ວາຍນາມ ຫວັງວ່າ ກະຊວງປ້ອງກັນປະເທດຍີ່ປຸ່ນ ແລະໃນນາມສ່ວນຕົວທ່ານລັດຖະມົນຕີ ຈະເອົາໃຈໃສ່, ຊີ້ນຳບັນດາອົງການທີ່ກ່ຽວຂ້ອງຜັນຂະຫຍາຍບັນດາເນື້ອໃນການຮ່ວມມືທີ່ໄດ້ເຫັນດີເປັນເອກະພາບຢ່າງຮອບດ້ານ, ມີປະສິດທິຜົນ, ໃນນັ້ນມີຂົງເຂດອຸດສາຫະກຳປ້ອງກັນຊາດ, ການຄ້າການທະຫານ, ປະກອບສ່ວນເຮັດໃຫ້ການພົວພັນມິດຕະພາບການຮ່ວມມືລະຫວ່າງສອງປະເທດ, ສອງກະຊວງປ້ອງກັນປະເທດໃຫ້ເລິກເຊິ່ງກ່ວາອີກ. ທ່ານຮອງລັດຖະມົນຕີ ຟ້າມຮ່ວາຍນາມ ຫວັງວ່າຈະສືບຕໍ່ໄດ້ຮັບການສະໜັບສະໜູນ ແລະການເຂົ້າຮ່ວມຂອງກະຊວງປ້ອງກັນປະເທດ, ກໍາລັງປົກຮັກຮັກສາປະເທດ,   ບັນດາວິສາຫະກິດປ້ອງກັນຊາດຍີ່ປຸ່ນ ທີ່ງານວາງສະແດງປ້ອງກັນຊາດສາກົນຫວຽດນາມ ຄັ້ງທີ 2 ທີ່ຈະຈັດຕັ້ງໃນເດືອນ ທັນວາ ປີ 2024 ນີ້.

leftcenterrightdel
ທ່ານພົນໂທ ຟ້າມຮ່ວາຍນາມ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ພົບປະກັບທ່ານ Oniki Makoto ຮອງລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ. ພາບ: qdnd.vn

ສ່ວນທ່ານ Oniki Makoto ຮອງລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ ກໍ່ຈະມານະພະຍາຍາມຊຸກຍູ້ເພື່ອຜັນຂະຫຍາຍບັນດາໂຄງການ, ເນື້ອໃນຮ່ວມມືທີ່ລະອຽດຕາມເນື້ອໃນຈິດໃຈຂອງບົດບັນທຶກຊ່ວຍຈໍາກ່ຽວກັບການກໍານົດທິດຊຸກຍູ້ການຮ່ວມມືດ້ານອຸດສາຫະກຳປ້ອງກັນຊາດໃນເດືອນພຶດສະພາ ປີ 2019 ໃຫ້ເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ; ສະແດງຄວາມເຫັນດີຕໍ່ຄຳເຊື້ອເຊີນເຂົ້າຮ່ວມງານວາງສະແດງປ້ອງກັນຊາດສາກົນ ຫວຽດນາມ ຄັ້ງທີ 2.

leftcenterrightdel
ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຟ້າມຮ່ວາຍນາມ ພົບປະກັບທ່ານ Fukasawa Masaki, ຜູ້ອຳນວຍການໃຫຍ່ອົງການອຸປະກອນ, ເຕັກໂນໂລຊີ ແລະພະລາທິການ (ATLA). ພາບ: qdnd.vn

* ທີ່ການພົບປະກັບ ທ່ານ Fukasawa Masaki, ຜູ້ອໍານວຍການໃຫຍ່ອົງການອຸປະກອນ, ເຕັກໂນໂລຊີ ແລະພະລາທິການ (ATLA) ຂຶ້ນກັບກະຊວງປ້ອງກັນປະເທດຍີ່ປຸ່ນ, ທ່ານຮອງລັດຖະມົນຕີ ຟ້າມຮ່ວາຍນາມ ສະເໜີໃຫ້ສອງຝ່າຍສືບຕໍ່ຊຸກຍູ້ບັນດາເນື້ອໃນການຮ່ວມມື ຄື: ແລກປ່ຽນຄະນະຜູ້ແທນ, ຕັ້ງໜ້າສະໜັບສະໜູນເຫດການຕ່າງໆໃນງານວາງສະແດງຂອງກັນ ແລະກັນ; ຊຸກຍູ້ການຮ່ວມມືດ້ານການຖ່າຍຖອດເຕັກໂນໂລຊີ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ... ທ່ານ Fukasawa Masaki ໄດ້ເຫັນດີເປັນເອກະພາບຕໍ່ຂໍ້ສະເໜີຂອງທ່ານຮອງລັດຖະມົນຕີ ຟ້າມຮ່ວາຍນາມ, ພ້ອມທັງຫວັງວ່າ ຈະສືບຕໍ່ເພີ່ມທະວີການເຄື່ອນໄຫວທີ່ແທດຈິງໃນການຮ່ວມມືດ້ານອຸດສາຫະກຳປ້ອງກັນຊາດລະຫວ່າງສອງຝ່າຍ. ATLA ແລະບັນດາວິສາຫະກິດອຸດສາຫະກຳປ້ອງກັນຊາດຍີ່ປຸ່ນ ຈະສະໜັບສະໜູນ ແລະເຂົ້າຮ່ວມງານວາງສະແດງປ້ອງກັນຊາດສາກົນຫວຽດນາມ ຄັ້ງທີ 2.

ໂດຍ: ຈາງຫງວຽນ