ຄະນະປະຕິບັດງານ ໄດ້ມອບເງິນໜູນຊ່ວຍການກໍ່ສ້າງ “ເຮືອນແຫ່ງມະຫາສາມັກຄີ” 12 ຫຼັງ (ແຕ່ລະຫຼັງມີມູນຄ່າ 50 ລ້ານດົ່ງ); ມອບເງິນໜູນຊ່ວຍການກໍ່ສ້າງ “ເຮືອນແຫ່ງສາຍຈິດມິດໃຈ” 5 ຫຼັງ (ແຕ່ລະຫຼັງມີມູນຄ່າ 80 ລ້ານດົ່ງ) ໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍທີ່ປະສົບກັບຄວາມຫຍຸ້ງຍາກ ຢູ່ບໍລິເວນເທດສະບານເມືອງ ເຮືອງຈາ ແລະເມືອງຕ່າງໆຄື:  ນາມດົງ, ອາເລື໊ອຍ, ຝູວາງ, ຝູລົກ, ຟອງດ່ຽນ; ມອບຂອງຂວັນ 57 ພູດ ໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍ ແລະ ຄອບຄົວທຸກຍາກຢູ່ບໍລິເວນແຂວງ ເທື່ອທຽນເຫ້ວ.

leftcenterrightdel
ທ່ານພົນຕີ ຟ້າມເຈື່ອງເຊີນ ພ້ອມດ້ວຍການນໍາຄະນະສະມາຊິກສະພາແຫ່ງຊາດແຂວງເທື່ອທຽນເຫ້ວ ມອບເງິນໜູນຊ່ວຍການກໍ່ສ້າງ “ເຮືອນແຫ່ງສາຍຈິດມິດໃຈ”. ພາບ: qdnd.vn

ກ່າວຄຳເຫັນທີ່ການພົບປະສັງສັນ, ມອບເງິນໜູນຊ່ວຍ ແລະຂອງຂວັນ, ທ່ານພົນຕີ ຟ້າມເຈື່ອງເຊີນ ເນັ້ນໜັກວ່າ: ພັກ ແລະລັດ ຍາມໃດກໍ່ເອົາໃຈໃສ່ເຖິງເປົ້າໝາຍນະໂຍບາຍ ແລະຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ. ດ້ວຍຄວາມຮັບຜິດຊອບ ແລະອາລົມຈິດຄວາມຮັກແພງຢ່າງເລິກເຊິ່ງ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໄດ້ສະເໜີໃຫ້ພັກ, ລັດ ປະກາດໃຊ້, ປະຕິບັດຫຼາຍແຜນນະໂຍບາຍ, ນະໂຍບາຍແນວຫຼັງ ກອງທັບ; ສຸມໃສ່ແກ້ໄຂລະບອບ ແລະນະໂຍບາຍທີ່ຄົງຂ້າງຫຼັງຈາກສົງຄາມ, ນະໂຍບາຍຕໍ່ກັບຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ, ການເຄື່ອນໄຫວຕອບບຸນແທນຄຸນ... ຮັບປະກັນຄວາມແທດຈິງ ແລະມີປະສິດທິຜົນ. ຜ່ານນັ້ນປະກອບສ່ວນເພີ່ມທະວີຄວາມສາມັກຄີລະຫວ່າງທະຫານ ແລະ ປະຊາຊົນ, ເຮັດໃຫ້ມູນເຊື້ອ, ຄຸນທາດອັນດີງາມຂອງທະຫານລຸງໂຮ່ ຍິ່ງເລິກເຊິ່ງຂຶ້ນຕື່ມ ...

ໂດຍ: ທູຈາງ