leftcenterrightdel
ທ່ານພົນຕີ ຟ້າມເຈື່ອງເຊີນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ເປັນປະທານກອງປະຊຸມ. ພາບ: ຫງອັກຫ໋າຍ

ພາຍຫຼັງຮັບຟັງບົດລາຍງານ ໂດຍກົມຮັກສາສັນຕິພາບຫວຽດນາມ ສະເໜີ ແລະຄໍາເຫັນຂອງກົມກອງທີ່ກ່ຽວຂ້ອງ, ທ່ານພົນຕີ ຟ້າມເຈື່ອງເຊີນ, ຫົວໜ້າຄະນະປະຕິບັດງານໄດ້ຕີລາຄາສູງວຽກງານກະກຽມ ແລະເຫັນດີເປັນເອກະພາບຕໍ່ບາງເນື້ອໃນກ່ຽວກັບແຜນການຢ້ຽມຢາມ, ລະດົມກໍາລັງໃຈ ແລະກວດກາກອງຊ່າງແສງ ເລກ 2 ຂອງກອງທັບປະຊາຊົນຫວຽດນາມ ທີ່ພວມປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານ UNISFA; ລາຍການເຮັດວຽກກັບຜູ້ຕາງໜ້າບັນດາອົງການກ່ຽວຂ້ອງຂອງຄະນະປະຕິບັດງານ UNISFA, ຢ້ຽມຢາມກົມກອງຂອງກອງທັບບັນດາປະເທດເພື່ອນມິດ ແລະການນໍາທ້ອງຖິ່ນຢູ່ Abyei. 

ທ່ານພົນຕີ ຟ້າມເຈື່ອງເຊີນ ຮຽກຮ້ອງໃຫ້ກົມຮັກສາສັນຕິພາບຫວຽດນາມ ສືບຕໍ່ສົມທົບກັບກົມພົວພັນຕ່າງປະເທດ (ກະຊວງປ້ອງກັນປະເທດ) ປະສານສົມທົບກັນຢ່າງແໜ້ນແຟ້ນກັບ ສປຊ ແລະບັນດາອົງການທີ່ກ່ຽວຂ້ອງເພື່ອໃຫ້ການຢ້ຽມຢາມປະສົບຜົນສໍາເລັດ ແລະບັນລຸເປົ້າໝາຍທີ່ໄດ້ວາງອອກ. ສະມະຊິກແຕ່ລະຄົນໃນຄະນະປະຕິບັດງານ ແລະບັນດາກົມກອງທີ່ກ່ຽວຂ້ອງເປັນເຈົ້າການກະກຽມໃຫ້ການປະຕິບັດງານດີທີ່ສຸດ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ ແລະສຸຂະພາບໃນການປະຕິບັດງານ; ບັນດາອົງການສື່ມວນຊົນເປັນເຈົ້າການປະຕິບັດວຽກງານໂຄສະນາເປັນຢ່າງດີ, ປະກອບສ່ວນຍົກສູງຖານະບົດບາດ, ອິດທິພົນຊື່ສຽງຂອງກອງທັບປະຊາຊົນຫວຽດນາມ ໃນການເຊື່ອມໂຍງເຂົ້າກັບສາກົນ ແລະການພົວພັນດ້ານປ້ອງກັນຊາດ.

ໂດຍ: ເຈິ່ນຮວ່ຽນ