ງານພົບປະແລກປ່ຽນໄດ້ຢືນຢັນຄວາມຕັດສິນໃຈ ແລະຄວາມມານະພະຍາຍາມຂອງກອງທັບ, ບັນດາກຳລັງປ້ອງກັນຊາຍແດນ ແລະທ້ອງຖິ່ນຂອງສອງປະເທດໃນການສ້າງຊາຍແດນຫວຽດນາມ - ຈີນ ແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພ້ອມກັນພັດທະນາ.

ຕອນເຊົ້າວັນທີ 12 ເມສາ, ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ນໍາໂດຍທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໄປແຂວງຢຸນນານ (ຈີນ) ເພື່ອເຂົ້າຮ່ວມບັນດາການເຄື່ອນໄຫວພົບປະແລກປ່ຽນມິດຕະພາບ.

ພິທີຕ້ອນຮັບທ່ານລັດຖະມົນຕີ ຟານວັນຢາງ ແລະຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດຂຶ້ນຢ່າງສົມກຽດຢູ່ດ່ານຊາຍແດນ Hekou (ຈີນ) ໂດຍທ່ານພົນໂທ Dong Jun ລັດຖະມົນຕີກະຊວງປ້ອງກັນປະເທດຈີນ ເປັນປະທານ. ຢູ່ທີ່ນີ້, ລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດ ໄດ້ດໍາເນີນພິທີເຄົາລົບຫຼັກໝາຍຊາຍແດນ, ທ່ານພົນໂທ Dong Jun ທາສີຫຼັກໝາຍຊາຍແດນ 102 (1) ຝ່າຍຈີນ; ເປັນສັກຂີພິຍານການລາດຕະເວນລວມທາງບົກລະຫວ່າງກໍາລັງປ້ອງກັນຊາຍແດນສອງປະເທດ.

ຈາກນັ້ນ, ທ່ານລັດຖະມົນຕີ ຟານວັນຢາງ ແລະທ່ານລັດຖະມົນຕີ Dong Jun ພ້ອມດ້ວຍຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດສອງປະເທດໄດ້ໄປຢ້ຽມຢາມໂຮງຮຽນປະຖົມ Beishan ເມືອງ Honghe ແຂວງຢຸນນານ ສປ ຈີນ. ລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດ ໄດ້ສະແດງຄວາມປິຕິຊົມຊື່ນທີ່ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຂອງຄູອາຈານ ແລະນັກຮຽນຂອງໂຮງຮຽນ.

leftcenterrightdel

ທ່ານລັດຖະມົນຕີ Dong Jun ແລະທ່ານລັດຖະມົນຕີ ຟານວັນຢາງ ຢ້ຽມຢາມໂຮງຮຽນປະຖົມ Beishan. ພາບ:  qdnd.vn

ຢ້ຽມຢາມ ແລະລະດົມກໍາລັງໃຈຄູອາຈານ ແລະນັກຮຽນຂອງໂຮງຮຽນປະຖົມ Beishan, ທ່ານນາງ ຢ່າງທິຢຸງ, ຮອງປະທານຄະນະກຳມະການປະຊາຊົນແຂວງລາວກາຍ ເນັ້ນໜັກວ່າ ຜ່ານການຈັດຕັ້ງຄັ້ງຕ່າງໆ, ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນ ຫວຽດນາມ - ຈີນ ໄດ້ຊຸກຍູ້ນໍ້າໃຈມິດຕະພາບ ແລະການຮ່ວມມືລະຫວ່າງອຳນາດການປົກຄອງ ແລະປະຊາຊົນເຂດຊາຍແດນຂອງສອງປະເທດ, ປະກອບສ່ວນກໍ່ສ້າງເສັ້ນຊາຍແດນຫວຽດນາມ-ຈີນ ແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ; ສ້າງເງື່ອນໄຂສະດວກໃຫ້ນັກສຶກສາອຸ່ນອ່ຽນໃຈຮ່ຳຮຽນ, ພັດທະນາຮອບດ້ານ, ອຸທິດຕົນ ເພື່ອປະເທດຊາດຫຼາຍກວ່າເກົ່າ; ພ້ອມທັງເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ໂຮງຮຽນປະຖົມ Beishan ຈະສືບຕໍ່ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້, ຍາມໃດກໍ່ປ່ຽນແປງໃໝ່, ປະດິດສ້າງ, ຍົກສູງຄຸນນະພາບການຮຽນ-ການສອນ.

ທ່ານລັດຖະມົນຕີ ຟານວັນຢາງ ແລະທ່ານລັດຖະມົນຕີ Dong Jun ໄດ້ມອບຂອງຂວັນທີ່ມີຄວາມໝາຍໃຫ້ໂຮງຮຽນປະຖົມ Beishan, ຫວັງວ່າໂຮງຮຽນ ຈະສືບຕໍ່ມີຫຼາຍການເຄື່ອນໄຫວ ເພື່ອລະດົມກຳລັງໃຈໃຫ້ນັກຮຽນມີຄວາມມຸ່ງມາດປາດຖະໜາຢາກອຸທິດຕົນໃຫ້ປະເທດຊາດ, ກາຍເປັນທູດໄວໜຸ່ມ, ສືບຕໍ່ນ້ຳໃຈສາມັກຄີ, ສະໜິດຕິດພັນ, ມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ສອງປະເທດຫວຽດນາມ-ຈີນ.

* ພາຍຫຼັງທີ່ອອກຈາກໂຮງຮຽນປະຖົມ Beishan, ທ່ານລັດຖະມົນຕີ ຟານວັນຢາງ ແລະທ່ານລັດຖະມົນຕີ Dong Jun ພ້ອມກັບຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ 2 ປະເທດ ໄດ້ໄປຢ້ຽມຢາມບ້ານ Batiaoban ເມືອງ Honghe ແຂວງຢຸນນານ. ຢູ່ທີ່ນີ້, ລັດຖະມົນຕີປ້ອງກັນປະເທດສອງປະເທດໄດ້ຮັບການຕ້ອນຮັບດ້ວຍພິທີຕ້ອນຮັບເປັນພິເສດຂອງທ້ອງຖິ່ນ.

ບ້ານ Batiaoban ໄດ້ຮັບການຮັບຮູ້ຈາກອໍານາດການປົກຄອງທ້ອງຖິ່ນເປັນບ້ານຕົວແບບທີ່ດີຢູ່ເຂດຊາຍແດນແຂວງຢຸນນານ. ໝູ່ບ້ານຕັ້ງຢູ່ກົງກັນຂ້າມບ້ານຟຽດ, ເມືອງບາວຖັ໊ງ, ແຂວງລາວກາຍ. ບ້ານ Batiaoban ມີ 5 ເຜົ່າດຳລົງຊີວິດຢູ່ຮ່ວມກັນ, ດ້ວຍ 31 ຄອບຄົວ, ມີປະຊາກອນ 109 ຄົນ. ຊຸມປີຜ່ານມາ, ໝູ່ບ້ານໄດ້ກາຍເປັນຕົວແບບໃນການກໍ່ສ້າງໝູ່ບ້ານທີ່ມີຄວາມຜາສຸກ, ໝັ້ນຄົງ ແລະສວຍງາມ.

ມອບຂອງຂວັນທີ່ມີຄວາມໝາຍໃຫ້ບ້ານ Batiaoban, ລັດຖະມົນຕີສອງທ່ານຫວັງວ່າທ້ອງຖິ່ນຈະນັບມື້ນັບພັດທະນາກວ່າອີກ ແລະນັບມື້ນັບມີການເຄື່ອນໄຫວແລກປ່ຽນກັບຫວຽດນາມ ເພື່ອເພີ່ມທະວີຄວາມເຂົ້າໃຈ, ຜ່ານນັ້ນປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດຢູ່ເຂດຊາຍແດນ.

* ໃນຂອບເຂດການເຄື່ອນໄຫວພົບປະແລກປ່ຽນມິດຕະພາບຢູ່ຈີນ, ວັນທີ 12 ເມສາ, ທ່ານລັດຖະມົນຕີ ຟານວັນຢາງ ແລະທ່ານລັດຖະມົນຕີ Dong Jun ໄດ້ໄປຢ້ຽມຢາມກອງຮ້ອຍ 27, ກອງພົນນ້ອຍທະຫານຊາຍແດນ 314 ແຂວງຢຸນນານ.

leftcenterrightdel
ທ່ານລັດຖະມົນຕີ Dong Jun ແລະທ່ານລັດຖະມົນຕີ ຟານວັນຢາງ ທີ່ກອງຮ້ອຍ 27, ກອງພົນນ້ອຍທະຫານຊາຍແດນ 314. ພາບ:  qdnd.vn

ໄປຢ້ຽມຢາມບັນດາສະຖານທີ່ ແລະຝຶກແອບຂອງກອງຮ້ອຍ 27, ທ່ານລັດຖະມົນຕີ ຟານວັນຢາງ ແລະທ່ານລັດຖະມົນຕີ Dong Jun ເຊື່ອໝັ້ນວ່າການຮ່ວມມືໃນການຄຸ້ມຄອງ ແລະປົກປັກຮັກສາຊາຍແດນ, ພິເສດແມ່ນລະຫວ່າງບັນດາກຳລັງຄຸ້ມຄອງ, ປ້ອງກັນຊາຍແດນ, ບັນດາທະຫານເຂດຕິດກັບຊາຍແດນ ແລະບັນດາທ້ອງຖິ່ນຂອງ ຫວຽດນາມ - ຈີນ ສືບຕໍ່ໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ, ບັນລຸໄດ້ຫຼາຍຜົນງານຢ່າງແທດຈິງ; ລະບົບເສັ້ນຊາຍແດນ ແລະຫຼັກໝາຍແຫ່ງຊາດໄດ້ຮັບການຮັກສາໄວ້ຢ່າງໝັ້ນຄົງ; ຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ເຂດຊາຍແດນໄດ້ຮັບການຮັບປະກັນ.

leftcenterrightdel
 
leftcenterrightdel

ລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດ ປູກຕົ້ນໄມ້ມິດຕະພາບທີ່ກອງຮ້ອຍ 27, ກອງພົນນ້ອຍທະຫານຊາຍແດນ 314. ພາບ:  qdnd.vn

ກ່າວຄຳເຫັນທີ່ກອງຮ້ອຍ 27, ທ່ານພົນຈັດຕະວາ ຮວ່າງຮືວຈ້ຽນ, ຮອງຜູ້ບັນຊາການ, ຫົວໜ້າເສນາທິການທະຫານຊາຍແດນຫວຽດນາມ ເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ບົນພື້ນຖານຄວາມຮັບຮູ້ລວມຂອງການນຳຂັ້ນສູງຂອງສອງປະເທດ ແລະບັນດາໝາກຜົນອັນດີງາມທີ່ບັນລຸໄດ້, ເຂດທະຫານພາກໃຕ້, ອໍານາດການປົກຄອງເຂດປົກຄອງຕົນເອງເຜົ່າຈ້ວງ ກວາງຊີ, ແຂວງຢຸນນານ ແລະກອງຮ້ອຍ 27 ຈະສືບຕໍ່ເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນ ແລະແທດຈິງກັບກອງບັນຊາການທະຫານຊາຍແດນ, ອໍານາດການປົກຄອງ 7 ແຂວງຊາຍແດນພາກເໜືອ ແລະທະຫານຊາຍແດນແຂວງລາວກາຍ ຂອງຫວຽດນາມ ປະກອບສ່ວນກໍ່ສ້າງເສັ້ນຊາຍແດນ ແລະເຂດຊາຍແດນ ຫວຽດນາມ - ຈີນ ໃຫ້ໝັ້ນຄົງ, ສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ.

*ໃນວັນດຽວກັນ, ລັດຖະມົນຕີກະຊວງປ້ອງກັນປະເທດສອງທ່ານ ແລະບັນດາຜູ້ແທນໄດ້ໄປຢ້ຽມຊົມງານວາງສະແດງຮູບພາບສະເຫຼີມສະຫຼອງ 10 ປີແຫ່ງການພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນຫວຽດນາມ - ຈີນ ດ້ວຍຫົວຂໍ້ “ກົມກຽວ, ຮັ່ງມີເຂັ້ມແຂງ, ປອດໄພ, ສວຍງາມ”.

leftcenterrightdel

ລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດ ຢ້ຽມຊົມງານວາງສະແດງຮູບພາບສະເຫຼີມສະຫຼອງ 10 ປີແຫ່ງການພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນຫວຽດນາມ - ຈີນ. ພາບ:  qdnd.vn

ພາຍຫຼັງ 10 ປີ ແລະ ຈັດຕັ້ງ 8 ຄັ້ງປະສົບຜົນສຳເລັດ, ການພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນຫວຽດນາມ - ຈີນ ໄດ້ກາຍເປັນຮູບແບບການຮ່ວມມືທີ່ມີປະສິດທິຜົນ ແລະເປັນເອກະລັກສະເພາະ; ສະແດງໃຫ້ເຫັນຄວາມຕັດສິນໃຈທາງດ້ານການເມືອງຂອງສອງຝ່າຍໃນການຮັດແໜ້ນນ້ຳໃຈສາມັກຄີ, ສະໜິດຕິດພັນລະຫວ່າງປະຊາຊົນ, ອຳນາດການປົກຄອງທ້ອງຖິ່ນ ແລະລະຫວ່າງກະຊວງປ້ອງກັນປະເທດສອງປະເທດ, ພ້ອມກັນສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະການຮ່ວມມື, ພັດທະນາ.

leftcenterrightdel

ທ່ານລັດຖະມົນຕີ Dong Jun ຕ້ອນຮັບທ່ານລັດຖະມົນຕີ ຟານວັນຢາງ ເຂົ້າຮ່ວມງານລ້ຽງ. ພາບ:  qdnd.vn

ສິ້ນສຸດການຢ້ຽມຢາມງານວາງສະແດງ, ທ່ານລັດຖະມົນຕີ Dong Jun ໄດ້ເປັນປະທານງານລ້ຽງ ຕ້ອນຮັບທ່ານລັດຖະມົນຕີ ຟານວັນຢາງ ແລະຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດສອງປະເທດ. ກ່າວຄຳເຫັນທີ່ງານລ້ຽງ, ທ່ານລັດຖະມົນຕີ Dong Jun ເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງການນຳຂັ້ນສູງຂອງສອງພັກ, ການພົວພັນຈີນ-ຫວຽດນາມ ຈະນັບມື້ນັບແໜ້ນແຟ້ນ ແລະຢຶດໝັ້ນບົນເສັ້ນທາງສັງຄົມນິຍົມ, ຮ່ວມແຮງຮ່ວມໃຈນໍາເອົາຄວາມຜາສຸກມາໃຫ້ສອງປະເທດ ແລະປະຊາຊົນສອງຊາດ; ປັບປຸງ ແລະພັດທະນາການພົວພັນລະຫວ່າງສອງກອງທັບ, ຮ່ວມແຮງຮ່ວມໃຈປົກປັກຮັກສາສັນຕິພາບຂອງແຕ່ລະປະເທດ ແລະພາກພື້ນ. 

ຕອນບ່າຍວັນທີ 12 ເມສາ, ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ໂດຍທ່ານລັດຖະມົນຕີ ຟານວັນຢາງ ນຳໜ້າໄດ້ກັບຄືນປະເທດ, ສິ້ນສຸດງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນ ຫວຽດນາມ - ຈີນ ຄັ້ງທີ 8 ຢ່າງຈົບງາມ.

ໂດຍ: ທະນາພອນ