ໂອ້ລົມສົນທະນາສິລະປະຍຸດດ້ານການທະຫານໃນບັ້ນຮົບ ດ້ຽນບຽນຝຸ
    
    
    
        
            
ກປ.ອອນໄລ - “ສິລະປະຍຸດດ້ານການທະຫານ ໃນບັ້ນຮົບ ດ້ຽນບຽນຝຸ - ບົດຮຽນພຶດຕິກຳຕົວຈິງ ໃນການຝືກແອບການສູ້ຮົບໃນປັດຈຸບັນ” ແມ່ນຫົວຂໍ້ຂອງການໂອ້ລົມສົນທະນາ ໂດຍກອງບັນຊາການກອງພົນໃຫຍ່ທະຫານ 12 ສົມທົບກັບໜັງສືພິມກອງທັບປະຊາຊົນ ຈັດຂຶ້ນໃນຕອນເຊົ້າວັນທີ 4 ເມສາ, ຢູ່ແຂວງນິງບິ່ງ.
        
        
        
            
	
		
			
				     | 
		
		
			
				  | 
		
		
			| 
				ບັນດາຜູ້ແທນເຂົ້າຮ່ວມການໂອ້ລົມສົນທະນາ. ພາບ: vov.vn | 
		
	
	ການໂອ້ລົມສົນທະນາ ເພື່ອແນໃສ່ຢັ້ງຢືນຖານະບົດບາດ, ຄູນຄ່າປະຫວັດສາດ, ສາຍເຫດຍາດເອົາໄຊຊະນະຂອງບັ້ນຮົບ ດ້ຽນບຽນຝຸ, ເຮັດແຈ້ງສິລະປະຍຸດດ້ານການທະຫານ ໃນບັ້ນຮົບ ດ້ຽນບຽນຝຸ. ທີ່ການໂອ້ລົມສົນທະນາ, ມີຫຼາຍຄຳເຫັນລ້ວນແຕ່ຢັ້ງຢືນໜຶ່ງໃນບັນດາປັດໄຈສຳຄັນທີ່ສຸດ ປະກອບສ່ວນສ້າງຂຶ້ນໄຊຊະນະ ດ້ຽນບຽນຝຸ ແມ່ນຄວາມຕັດສິນໃຈຫັນປ່ຽນຈາກການ “ຕີໄວ, ຍາດໄຊຊະນະໄວ” ກາຍເປັນ “ຕີຢ່າງໝັ້ນແກ່ນ, ກ້າວເດີນຢ່າງໝັ້ນແກ່ນ”.
	ການໂອ້ລົມສົນທະນາ ກໍ່ຢັ້ງຢືນກຳລັງແຮງ ເຊິ່ງຫວຽດນາມຍາດໄດ້ໄຊຊະນະ, ໃນບັ້ນຮົບ ດ້ຽນບຽນຝຸ ແມ່ນກຳລັງແຮງຂອງສົງຄາມປະຊາຊົນ ຫວຽດນາມ, ພາຍໃຕ້ການຊີ້ນຳນຳພາຂອງພັກ, ແມ່ນຈິດໃຈສາມັກຄີຂອງທົ່ວກອງທັບ ແລະທົ່ວປວງຊົນ. ພ້ອມທັງແມ່ນການສົມທົບລະຫວ່າງກຳລັງແຮງທົ່ວປວງຊົນທັງຊາດ ກັບກຳລັງແຮງຍຸກສະໄໝ, ພ້ອມກັບການສະໜັບສະໜູນ, ການໜູນຊ່ວຍຂອງເພື່ອນມິດສາກົນ.
	ໂດຍ: ກວຽດເຕິມ