ຫຼາຍກິດຈະກຳສະເຫຼີມສະຫຼອງວັນຄູຫວຽດນາມ
ກປ.ອອນໄລ - ວັນທີ 19 ພະຈິກ, ທ່ານພົນຈັດຕະວາ ຟ້າມເຈື່ອງເຊີນ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ໄດ້ນໍາໜ້າຄະນະປະຕິບັດງານໄປຢ້ຽມຢາມ ແລະອວຍພອນໂຮງຮຽນນາຍທະຫານບົກເລກ 2 ເນື່ອງໃນໂອກາດວັນຄູຫວຽດນາມ.
    |
 |
ທ່ານພົນຈັດຕະວາ ຟ້າມເຈື່ອງເຊີນ ອວຍພອນໂຮງຮຽນນາຍທະຫານບົກເລກ 2. ພາບ: qdnd.vn |
ທ່ານພົນຈັດຕະວາ ຟ້າມເຈື່ອງເຊີນ ໄດ້ອວຍພອນຄູອາຈານ, ພະນັກງານຄຸ້ມຄອງການສຶກສາຂອງໂຮງຮຽນນາຍທະຫານບົກເລກ 2 ແລະເນັ້ນໜັກວ່າ: ການປະຕິວັດອຸດສາຫະກຳ 4 ມີຜົນກະທົບຢ່າງແຮງໃສ່ຫຼາຍຂົງເຂດ, ໃນນັ້ນມີການສຶກສາ ແລະບຳລຸງສ້າງ, ຮຽກຮ້ອງໃຫ້ທາງໂຮງຮຽນຕ້ອງສືບຕໍ່ເອົາໃຈໃສ່ປ່ຽນແປງໃໝ່ວິທີການຮຽນ-ການສອນ ເພື່ອຮັບປະກັນເນື້ອແທ້; ຕິດແທດກັບຄວາມຮຽກຮ້ອງຕ້ອງການຕົວຈິງຢູ່ກົມກອງຮາກຖານ ເພື່ອດັດປັບເນື້ອໃນ ແລະວິທີການສອນ; ຕັ້ງໜ້າຊາບຊຶມບັນດາຄໍາສັ່ງຊີ້ນໍາ, ມະຕິຂອງພັກ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດກ່ຽວກັບການສຶກສາ ແລະບຳລຸງສ້າງໃນສະພາບການໃໝ່; ຍົກສູງຄຸນນະພາບການບໍາລຸງສ້າງບັນດາເປົ້າໝາຍຢ່າງບໍ່ຢຸດຢັ້ງ; ສົມທົບການຝຶກອົບຮົມ ແລະການບໍາລຸງສ້າງກັບການຝຶກຝົນຫຼໍ່ຫຼອມດ້ານຄຸນທາດການເມືອງ, ແນວຄິດ, ແບບແຜນການເຮັດວຽກ, ວິທີການເຮັດວຽກ... ໃຫ້ແກ່ນັກຄົ້ນຄວ້າ, ນັກສຶກສາ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຕົວຈິງພາຍຫຼັງຮຽນຈົບ...
    |
 |
ຄະນະປະຕິບັດງານມອບຂອງຂວັນໃຫ້ໂຮງຮຽນ. ພາບ: qdnd.vn |
ເນື່ອງໃນໂອກາດນີ້, ຄະນະພັກ, ຄະນະອຳນວຍການໂຮງຮຽນໄດ້ເຊີດຊູພະນັກງານ, ຄູອາຈານດີເດັ່ນ 28 ຄົນ, ມອບໃບຢັ້ງຢືນຄູອາຈານສອນເກັ່ງໃຫ້ 100 ຄົນ, ຮັບຮອງເອົາພະນັກງານອົງການດີເດັ່ນຂັ້ນໂຮງຮຽນປີ 2023 ຈຳນວນ 24 ຄົນ.
ໃນໂອກາດນີ້, ວິທະຍາຄານທະຫານບົກ; ໂຮງຮຽນນາຍທະຫານສື່ສານ; ວິທະຍາຄານການແພດກອງທັບ; ໂຮງຮຽນການທະຫານເຂດ 2 ກໍ່ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນຄູຫວຽດນາມ ເຊັ່ນດຽວກັນ.
ໂດຍ: ທະນາພອນ