ຜົນການກວດກາພາຍຫຼັງສິ້ນສຸດການຝຶກແອບນັກຮົບໃໝ່ຂອງບັນດາກົມກອງຂຶ້ນກັບທະຫານເຂດ 1 ມີບົດຝຶກຊ້ອມ 100% ບັນລຸລະດັບດີ ແລະເກັ່ງ; ນັກຮົບໃໝ່ 100% ຮູ້ລອຍນ້ຳ, ກໍາແໜ້ນ ແລະປະຕິບັດຕາມບົດຫັດກາຍ, ທ່າຕີມວຍ, ຈັງຫວະດ້ານເຕັກນິກ, ຍຸດທະວິທີ , ລະບຽບງົດງາມ... ຮູ້ຈັກນໍາໃຊ້ເນື້ອໃນການຝຶກອົບຮົມເຂົ້າໃນການແກ້ໄຂສະຖານະການໃນການປະຕິບັດໜ້າທີ່ຢູ່ກົມກອງ.

leftcenterrightdel
ນັກຮົບໃໝ່ທີ່ກອງບັນຊາການທະຫານຊາຍແດນແຂວງເງະອານ ອ່ານ "10 ຄຳສາບານຕົວເປັນກຽດຂອງທະຫານ”. ພາບ: qdnd.vn

ຈຸດພົ້ນເດັ່ນໃນການຝຶກແອບນັກຮົບໃໝ່ຂອງທະຫານເຂດ 3 ແມ່ນບັນດາກົມກອງລ້ວນແຕ່ເປັນເຈົ້າການປະຕິບັດວຽກງານກະກຽມທຸກດ້ານເປັນຢ່າງດີ, ເອົາໃຈໃສ່ເສີມຂະຫຍາຍບົດບາດຂອງຖັນແຖວພະນັກງານທຸກຂັ້ນໃນການກໍາແໜ້ນ, ລະດົມກໍາລັງໃຈ, ຊ່ວຍເຫຼືອນັກຮົບໃໝ່ນັບແຕ່ຊຸມວັນ ທຳອິດທີ່ເຂົ້າເປັນທະຫານ... ຍ້ອນເຫດນັ້ນ, ຜົນການຝຶກແອບໄດ້ດີ, ສະໝ່ຳສະເໝີ.

leftcenterrightdel
ກວດແຖວກຽດຕິຍົດທີ່ພິທີສາບານຕົວຂອງນັກຮົບໃໝ່ ຢູ່ກອງພົນ 324, ທະຫານເຂດ 4. ພາບ: qdnd.vn

ບັນດາກົມກອງ ຂຶ້ນກັບທະຫານເຂດ 4 ປະຕິບັດຖືກຕາມທິດນໍາການຝຶກແອບແມ່ນ “ພື້ນຖານ, ແທດຈິງ, ໜັກແໜ້ນ”, ຖືການຝຶກແອບປະຕິບັດຕົວຈິງເປັນຫຼັກ, ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຄຸນທາດ, ຈິດຕະໃຫ້ແກ່ທະຫານ ເພື່ອປະຕິບັດເນື້ອໃນກວດກາ “3 ສຽງລະເບີດ” ໃຫ້ເປັນຢ່າງດີ... ຜົນການກວດກາຕີດິນລະເບີດ ແລະແກວ່ງໝາກແຕກ 100% ກົມກອງບັນລຸລະດັບເກັ່ງ  100%, ຍິງປືນ AK ບົດທີ 1 ມີ 95% ກົມກອງບັນລຸລະດັບດີ.

ຕາມການຕີລາຄາຂອງອົງການກ່ຽວຂ້ອງ, ຄຸນນະພາບການຝຶກແອບນັກຮົບໃໝ່ຂອງບັນດາກົມກອງ ຂຶ້ນກັບທະຫານເຂດ 5 ໄດ້ຍົກສູງຂຶ້ນຢ່າງຈະແຈ້ງ; ຜົນການກວດກາບົດຝຶກແອບຕ່າງໆ ລ້ວນແຕ່ບັນລຸໝາກຜົນ ແລະລື່ນກາຍເປົ້າໝາຍທີ່ວາງອອກ.

leftcenterrightdel
ນັກຮົບໃໝ່ຂອງກອງພົນ 363 (ເຫຼົ່າທັບທະຫານອາກາດ-ປ້ອງກັນອາກາດ) ປະຕິບັດພິທີຈູບທຸງກອງທັບ. ພາບ: qdnd.vn

ເພື່ອນໍາໃຊ້ຄຸນນະພາບການຝຶກແອບນັກຮົບໃໝ່, ບັນດາກົມກອງ ຂຶ້ນກັບທະຫານເຂດ 7 ກະກຽມທຸກດ້ານຢ່າງຮອບຄອບ ແລະເອົາໃຈໃສ່ເປັນພິເສດ ເຖິງການຝຶກຫັດຢ່າງແທດຈິງ. ບັນດານັກຮົບໃໝ່ນໍາໃຊ້ອາວຸດ, ຍຸດໂທປະກອນຢ່າງຊໍານີຊໍານານ, ມີກໍາລັງກາຍທີ່ດີ, ປະຕິບັດຕາມແບບແພນຂອງທະຫານ ຢ່າງເຂັ້ມງວດ, ກໍາແໜ້ນພາລະບົດບາດ, ໜ້າທີ່. ຜົນການກວດກາ, ເນື້ອໃນຝຶກແອບບັນລຸ້ລະດັບດີ ແລະເກັ່ງ 100%.

leftcenterrightdel
ຜູ້ບັນຊາການກອງພັນໃຫຍ່ 738 (ກອງບັນຊາການທະຫານແຂວງລອງອານ) ມອບປືນໃຫ້ນັກຮົບໃໝ່ທີ່ພິທີສາບານຕົວເຂົ້າເປັນທະຫານ. ພາບ: qdnd.vn

ບັນດາກົມກອງຂຶ້ນກັບທະຫານເຂດ 9 ໄດ້ຈັດການຝຶກແອບນັກຮົບໃໝ່ຢ່າງຖືກຕ້ອງ, ມີເນື້ອໃນລາຍການຄົບຖ້ວນ, ຖືການຝຶກແອບພື້ນຖານເປັນຫຼັກແຫຼ່ງ, ຝຶກແອບຈາກຕໍ່າເຖິງສູງ, ສົມທົບການຝຶກແອບກັບຝຶກຝົນຫຼໍ່ຫຼອມກໍາລັງກາຍໃຫ້ແກ່ທະຫານ. ຜົນການກວດກາການຝຶກແອບ ໃຫ້ນັກຮົບໃໝ່ສູງກວ່າປີກາຍ, ພິເສດແມ່ນໃນການກວດກາ “3 ສຽງລະເບີດ”, ອັດຕາບັນລຸລະດັບເກັ່ງໃນແຕ່ລະເນື້ອໃນເພີ່ມຂຶ້ນເກືອບ 2%.

ໂດຍ: ທູຈາງ