leftcenterrightdel
ກຸ່ມສູ້ຮົບ Bambiri ຖ່າຍຮູບເປັນທີ່ລະນຶກພາຍຫຼັງເວລາແລກປ່ຽນວຽກງານທີ່ເຄັ່ງຕຶງ. ພາບ: qdnd.vn

ສຳລັບທ່ານພັນຕີ ຫງວຽນວັນຫຽນ, ນາຍທະຫານຢູ່ຄະນະປະຕິບັດງານ MINUSCA (ສາທາລະນະລັດ ອາຟະຣິກາກາງ), ກໍ່ຄືເພື່ອນຮ່ວມອາຊີບຂອງອ້າຍແລ້ວ, ການໜູນຊ່ວຍ ແລະແບ່ງປັນຢ່າງຈິງໃຈຂອງເພື່ອນມິດສາກົນໄດ້ໃຫ້ກຳລັງໜູນຊ່ວຍອ້າຍຜ່ານຜ່າຄວາມຫຍຸ້ງຍາກ, ລຳບາກໃນການປະຕິບັດງານຢູ່ປະເທດທີ່ທຸກຍາກ, ຂາດສະຖຽນລະພາບທີ່ສຸດໃນໂລກ, ປະຕິບັດສຳເລັດໜ້າທີ່ທີ່ພັກ, ລັດ ແລະກອງທັບໄດ້ມອບໝາຍໃຫ້ເປັນຢ່າງດີ.

ເມື່ອຮັບໜ້າທີ່ເຄື່ອນໄຫວເປັນເອກະລາດ, ເຖິງວ່າໄດ້ກຽມພ້ອມຈິດຕະແລ້ວ, ແຕ່ເມື່ອໄປຮອດ Bambiri, ເມືອງເອກແຂວງ Ouaka ແຫ່ງສາທາລະນະລັດອາຟະຣິກາກາງ, ລາວຍັງຮູ້ສຶກປະຫຼາດໃຈຕໍ່ຄວາມຮ້າຍແຮງຂອງທໍາມະຊາດຢູ່ທີ່ນີ້. ເມື່ອໄປຕາມເສັ້ນທາງຢູ່ໃຈກາງແຂວງ Ouaka, ພັນຕີ ຫງວຽນວັນຫຽນ ບໍ່ສາມາດຮັບຮູ້ໄດ້ບັນດາສັນຍານກ່ຽວກັບລະບົບສາທາລະນະສຸກ, ການສຶກສາ, ໄຟຟ້າ, ນ້ຳປະປາ… ຢູ່ທີ່ນີ້. ທຸກສິ່ງທຸກຢ່າງບໍ່ຄືກັບຄວາມວາດນຶກຂອງທະຫານໝວກເບເລສີຟ້າຫວຽດນາມ.

leftcenterrightdel
ພັນຕີ ຫງວຽນວັນຫຽນ ແລະປະຊາຊົນທ້ອງຖິ່ນໄປສຳຫຼວດກໍາແໜ້ນສະພາບການຢູ່ບໍລິເວນ. ພາບ: qdnd.vn

ຄວາມຫຍຸ້ງຍາກນາໆປະການເມື່ອສອງເດືອນທຳອິດຢູ່ຄະນະປະຕິບັດງານ, ສະບຽງອາຫານ ແລະເຄື່ອງໃຊ້ຈຳເປັນທີ່ຂົນສົ່ງທາງອາກາດຈາກຫວຽດນາມ ບໍ່ສາມາດໄປເຖິງອາຟະຣິກາກາງ ໄດ້ຍ້ອນສະພາບຄວາມໝັ້ນຄົງຜັນແປຢ່າງສັບສົນ. ໃນຂະນະນັ້ນ, ແຫຼ່ງສະບຽງອາຫານທ້ອງຖິ່ນແມ່ນຂາດແຄນຫຼາຍ. ແຕ່ໃນຈຸດເວລາທີ່ຫຍຸ້ງຍາກນັ້ນ, ພັນຕີ ຫງວຽນວັນຫຽນ ກໍ່ສາມາດຮູ້ສຶກໄດ້ນໍ້າໃຈອັນອົບອຸ່ນ ແລະຈິດໃຈສາມັກຄີສາກົນຈາກເພື່ອນຮ່ວມອາຊີບຢ່າງຈະແຈ້ງ.

ບັນດາເພື່ອນຮ່ວມອາຊີບຂອງພັນຕີ ຫງວຽນວັນຫຽນ ທີ່ມາຈາກຫຼາຍປະເທດໄດ້ແບ່ງປັນສິ່ງທີ່ອ້າຍຂາດເຂີນໃນເວລາເກືອບ 2 ເດືອນບໍ່ໄດ້ຮັບສະບຽງອາຫານຈາກຫວຽດນາມ. ໃນຄາບເຂົ້າທ່ຽງແຕ່ລະວັນ, ເພື່ອນຮ່ວມອາຊີບຂອງອ້າຍຈາກເຊີເບຍ, ປາກີສະຖານ, ເນປານ, ໂມລັອກໂກ, ເຊຍຣາລີໂອນ, ກຳປູເຈຍ, ຣັດເຊຍ… ແຕ່ລະຄົນກະກຽມອາຫານຫຼາຍກວ່າປົກກະຕິ ເພື່ອແບ່ງໃຫ້ອ້າຍຢູ່ຫ້ອງການເຮັດວຽກ. ທຸກຄົນລ້ວນແຕ່ຮູ້ສຶກດີໃຈເມື່ອໄດ້ແບ່ງປັນກັບເພື່ອນຮ່ວມອາຊີບຫວຽດນາມ ແລະນີ້ກໍ່ແມ່ນໂອກາດເພື່ອໃຫ້ເຂົາເຈົ້າແນະນຳອາຫານຂອງປະເທດຕົນ. ການຊ່ວຍເຫຼືອທີ່ຈິງໃຈນັ້ນເຮັດໃຫ້ອ້າຍ ຮູ້ສຶກຄືວ່າໄດ້ດໍາລົງຊີວິດໃນຄອບຄົວຢ່າງແທ້ຈິງ.

ເພື່ອສະແດງຂອບອົກຂອບໃຈຕໍ່ບັນດາເພື່ອນຮ່ວມອາຊີບສາກົນ,  ພັນຕີ ຫງວຽນວັນຫຽນ ໄດ້ນຳເອົາຜັກຂຽວໂດຍອ້າຍປູກເອງມາມອບໃຫ້ເຂົາເຈົ້າ.

leftcenterrightdel
ຮ້ອຍເອກ Ljubisav Vicentijevic, ນາຍທະຫານຮັກສາສັນຕິພາບສາທາລະນະລັດເຊີເບຍ ເກັບກ່ຽວຜັກຂຽວໃນສວນຜັກໂດຍນາຍທະຫານຫວຽດນາມ ເພີ່ມພູນຜະລິດຜົນ. ພາບ: qdnd.vn

ປະຈຸບັນ, ພັນຕີ ຫງວຽນວັນຫຽນ ໄດ້ຮັບສິນຄ້າຈາກ ຫວຽດນາມ ຝາກມາແລ້ວ. ເພື່ອສະແດງຄວາມຂອບໃຈ ແລະສ້າງຄວາມໃກ້ຊິດສະໜິດສະໜົມກັບເພື່ອນຮ່ວມອາຊີບ, ໃນວັນພັກການ, ອ້າຍເຄີຍປຸງແຕ່ງອາຫານຫຼາຍເຍື່ອງຂອງຫວຽດນາມ ເພື່ອເຊີນໃຫ້ທຸກຄົນຮັບປະທານ. ອ້າຍແບ່ງປັນວ່າ: “ນີ້ກໍ່ແມ່ນໂອກາດ ເພື່ອໃຫ້ຂ້າພະເຈົ້າແນະນຳອາຫານຫຼາຍເຍື່ອງທີ່ເປັນເອກະລັກສະເພາະຂອງຫວຽດນາມ ທີ່ໄດ້ຮັບຄວາມນິຍົມໃນທົ່ວໂລກໃຫ້ເພື່ອນມິດສາກົນ. ເຂົາເຈົ້າມາຈາກຫຼາຍປະເທດ, ຖືສາສະໜາ ແລະວັດທະນະທໍາແຕກຕ່າງກັນ, ແຕ່ລ້ວນແຕ່ນິຍົມອາຫານທີ່ຂ້າພະເຈົ້າແຕ່ງເອງ, ນັບທັງພວກເພື່ອນທີ່ຖືສາສະໜາອິດສະລາມ."

ບັນດານາຍທະຫານໝວກເບເລສີຟ້າສາກົນນັບມື້ນັບໃກ້ຊິດສະໜິດສະໜົມກວ່າຜ່ານການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ແຂ່ງຂັນກິລານອກເວລາເຮັດວຽກ. ໃນແຕ່ລະຄືນ, ພັນຕີຫວຽດນາມ ແລະບັນດາເພື່ອນຮ່ວມອາຊີບພ້ອມກັນດື່ມນ້ຳຊາ ແລະກາເຟ, ແລະ ເລົ່າເລື່ອງກ່ຽວກັບຊີວິດຄອບຄົວ, ວັດທະນະທຳ, ປະເທດ, ແລະປະຊາຊົນຢູ່ທົ່ວທຸກແຫ່ງໃນໂລກ. ການໂອ້ລົມສົນທະນາ ແລະພົບປະແລກປ່ຽນກັນເຫຼົ່ານັ້ນໄດ້ກາຍເປັນຂົວຕໍ່ ເພື່ອຊ່ວຍໃຫ້ທະຫານຮັກສາສັນຕິພາບຂອງສະຫະປະຊາຊາດໃກ້ຊິດສະໜິດສະໜົມ, ເຂົ້າໃຈກັນກວ່າອີກ, ລະດົມກໍາລັງໃຈກັນມານະພະຍາຍາມປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ.

leftcenterrightdel
ພັນຕີ ຫງວຽນວັນຫຽນ ເຂົ້າຮ່ວມບັນດາການເຄື່ອນໄຫວພົບປະແລກປ່ຽນ, ມອບຂອງຂວັນເນື່ອງໃນໂອກາດວັນແມ່ຍິງສາກົນທີ 8 ເມສາ ຢູ່ກຸ່ມສູ້ຮົບ Bambari. ພາບ: qdnd.vn

ພັນຕີ ຫງວຽນວັນຫຽນ ຍັງໄດ້ຮັບການຊ່ວຍເຫຼືອຢ່າງຢ່າງສຸດໃຈຈາກເພື່ອມຮ່ວມອາຊີບໃນວຽກງານວິຊາສະເພາະ. ໂດຍຫາກໍ່ມາຮັບໜ້າທີ່, ເຮັດວຽກໃນສະພາບແວດລ້ອມສາກົນ, ຫຼາຍປະເທດ, ຫຼາຍພາສາ ແລະວັດທະນະທຳ, ສະນັ້ນຈະພົບກັບຄວາມຫຍຸ້ງຍາກເມື່ອປະຕິບັດວຽກງານ. ພາຍຫຼັງໄລຍະເວລາສັ້ນໆ, ດ້ວຍການໜູນຊ່ວຍຈາກບັນດາເພື່ອນຮ່ວມອາຊີບ ແລະຄວາມມານະພະຍາຍາມ, ຄົ້ນຄວ້າ, ຮ່ຳຮຽນຂອງຕົນ,  ນາຍທະຫານຫວຽດນາມ ໃນກຸ່ມສູ້ຮົບ Bambari ມີຄວາມຊຳນານໃນການປະຕິບັດໜ້າທີ່ກວ່າ, ໄດ້ຮັບການຕີລາຄາສູງຈາກຂັ້ນເທິງ, ໝູ່ເພື່ອນ ແລະບັນດາເພື່ອນຮ່ວມອາຊີບສາກົນ.

ເຄິ່ງອາຍຸການປະຕິບັດງານໄດ້ຜ່ານໄປ, ຄວາມຫຍຸ້ງຍາກລໍາບາກໃນເບື້ອງຕົ້ນກໍ່ຜ່ານພົ້ນໄປ. ປະຈຸບັນ, ສິ່ງທີ່ຝັງເລິກໃນຈິດໃຈຂອງພັນຕີ ຫງວຽນວັນຫຽນ ແມ່ນອາລົມຈິດ, ຄວາມສາມັກຄີສາກົນທີ່ບໍລິສຸດຜຸດຜ່ອງຂອງບັນດາເພື່ອນຮ່ວມອາຊີບທົ່ວໂລກ, ແລະປະຊາຊົນທ້ອງຖິ່ນ. ຍິ່ງປະສົບກັບຄວາມຫຍຸ້ງຍາກລຳບາກຫຼາຍເທົ່າໃດ, ອ້າຍຍິ່ງເຄົາລົບນັບຖືອາລົມຈິດ ແລະຮັກແພງດິນແດນ, ປະຊາຊົນຢູ່ທີ່ນີ້ກວ່າ. ບັນດາສິ່ງທີ່ລຽບງ່າຍເຫຼົ່ານີ້ໄດ້ກະຕຸ້ນອ້າຍ ແລະເພື່ອນຮ່ວມອາຊີບຂອງຕົນ ພ້ອມກັນມານະພະຍາຍາມກວ່າ, ຮ່ວມແຮງຮ່ວມໃຈອຸທິດສ່ວນເພື່ອພາລະກິດປົກປັກຮັກສາສັນຕິພາບອັນສູງສົ່ງ.

ໂດຍ: ທະນາພອນ