ເອົາໃຈໃສ່ສ້າງກຳລັງແຮງບົ່ມຊ້ອນເຂດປ້ອງກັນທະຫານເຂດ 1
ກປ.ອອນໄລ - ວັນທີ 24 ພຶດສະພາ, ຄະນະປະຕິບັດງານຂອງຄະນະຊີ້ນໍາຂັ້ນສູນກາງກ່ຽວກັບການປ້ອງກັນທະຫານເຂດ ແລະເຂດປ້ອງກັນ ນຳໂດຍທ່ານພົນໂທ ຮິ່ງຈ໊ຽນຖັ໊ງ ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ ໄດ້ລົງກວດກາໝາກຜົນການປະຕິບັດມະຕິສະບັບເລກທີ 21/2019/NĐ-CP ລົງວັນທີ 22 ກຸມພາ 2019 ຂອງລັດຖະບານ ວ່າດ້ວຍເຂດປ້ອງກັນ ຢູ່ທະຫານເຂດ 1.
    |
 |
ທ່ານພົນໂທ ຮິ່ງຈ໊ຽນຖັ໊ງ, ເປັນປະທານການກວດກາໝາກຜົນການປະຕິບັດມະຕິສະບັບເລກທີ 21/2019/NĐ-CP ລົງວັນທີ 22 ກຸມພາ 2019 ຂອງລັດຖະບານ ວ່າດ້ວຍເຂດປ້ອງກັນທີ່ທະຫານເຂດ 1. ພາບ: ກິມງອັກ. |
    |
 |
ບັນຍາກາດທີ່ການເຮັດວຽກ. ພາບ: ກິມງອັກ. |
ກ່າວຄຳເຫັນສະຫຼຸບການກວດກາ, ທ່ານພົນໂທ ຮິ່ງຈ໊ຽນຖັ໊ງ ຮຽກຮ້ອງຄະນະຊີ້ນຳການປ້ອງກັນທະຫານເຂດ ແລະເຂດປ້ອງກັນທະຫານເຂດ 1 ກໍ່ສ້າງ, ປັບປຸງແຜນການປ້ອງກັນທະຫານເຂດ; ປັບປຸງຄວາມຕັດສິນໃຈສູ້ຮົບ, ປັບປຸງບັນດາເອກະສານເມື່ອມີການດັດປັບກຳລັງ, ອາວຸດຍຸດໂທປະກອນຕາມແຜນການຂອງກະຊວງປ້ອງກັນປະເທດ ຢ່າງທັນການ; ຊີ້ນຳກໍ່ສ້າງບັນດາກິດຈະກຳປ້ອງກັນຊາດ, ເອົາໃຈໃສ່ຈຸດປ້ອງກັນທະຫານລາດ ແລະສຳນັກງານເຮັດວຽກຂອງກອງບັນຊາການທະຫານຂັ້ນຕາແສງ; ເພີ່ມທະວີການໝູນໃຊ້ບັນດາຫົວເລື່ອງ, ແຜນງານ, ຂໍ້ລິເລີ່ມວິທະຍາສາດເຂົ້າວຽກງານຊີ້ນຳ, ນຳພາມີລັກສະນະໃຊ້ໄດ້ສອງຢ່າງໃນການກໍ່ສ້າງ, ເຄື່ອນໄຫວປ້ອງກັນທະຫານເຂດ ແລະເຂດປ້ອງກັນ...
ໂດຍ: ແສງເດືອນ