ຕອນເຊົ້າວັນທີ 23 ພຶດສະພາ, ທ່ານພົນຈັດຕະວາ ຟ້າມຍືຊວນ, ຮອງຜູ້ບັນຊາການເຫຼົ່າທັບເຮືອ ໄດ້ເຂົ້າຮ່ວມກອງປະຊຸມສໍາມະນາໂຕະມົນຜູ້ບັນຊາການທະຫານເຮືອ, ມີການພົບປະສອງຝ່າຍ ແລະຢ້ຽມຊົມຮ້ານວາງສະແດງຢູ່ໃນງານວາງສະແດງ. ບັນດາຄະນະຜູ້ແທນຂອງກະຊວງຕໍາຫຼວດ, ເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ແລະກອງບັນຊາການຕໍາຫຼວດທະເລຫວຽດນາມ ກໍ່ມາເຂົ້າຮ່ວມ ແລະຢ້ຽມຊົມງານວາງສະແດງຄັ້ງນີ້.

leftcenterrightdel
ທ່ານພົນຈັດຕະວາ ຟ້າມຍືຊວນ ຢ້ຽມຊົມຮ້ານວາງສະແດງຢູ່ໃນງານວາງສະແດງ. ພາບ: ງອັກຮືງ

ຄຽງຂ້າງກັນນັ້ນ, ກໍາປັ່ນ 20 ສັງກັດກອງພົນນ້ອຍ 172, ທະຫານເຮືອເຂດ 3 ພ້ອມດ້ວຍຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ນໍາໂດຍທ່ານພັນເອກພິເສດ ຫງວຽນກ໊ວກກວາງ ຮອງຜູ້ບັນຊາການທະຫານເຮືອເຂດ 3 ເປັນຫົວໜ້າຄະນະກໍ່ໄດ້ມາຮອດ Langkawi ແຕ່ວັນທີ 21 ພຶດສະພາ ເພື່ອເຂົ້າຮ່ວມງານວາງສະແດງ ແລະເຂົ້າຮ່ວມການເຄື່ອນໄຫວທີ່ກ່ຽວຂ້ອງ.

ທີ່ພິທີໄຂງານ LIMA 2023, ທ່ານ Mohamad Hasan ລັດຖະມົນຕີກະຊວງປ້ອງກັນປະເທດມາເລເຊຍ ໃຫ້ຮູ້ວ່າ, ຄາດວ່າ ງານ LIMA 2023 ຈະນຳມາເຊິ່ງສັນຍາຮ່ວມມືຫຼາຍສະບັບ, ມີມູນຄ່າຂຶ້ນເຖິງປະມານ 4 ຕື້ໂດລາສະຫະລັດ. ມີ 5 ປະເທດໄດ້ຈັດສົ່ງກອງກຳລັງບິນມາເຂົ້າຮ່ວມການສະແດງ ເຊິ່ງມີປະເທດ ລັດເຊຍ, ໄທ, ອິນໂດເນເຊຍ, ສ.ເກົາຫຼີ ແລະສະຫະລັດອາລັບເອມີເລດ (UAE), ນອກຈາກນັ້ນ ຍັງມີເຮືອບິນ 119 ລໍາກໍ່ໄດ້ນຳມາວາງສະແດງ.

ກໍ່ໃນຕອນບ່າຍວັນທີ 23 ພຶດສະພາ, ທ່ານ Anwar Ibrahim ນາຍົກລັດຖະມົນຕີມາເລເຊຍ ໄດ້ເປັນປະທານພິທີສວນສະໜາມກໍາປັ່ນທະຫານເຮືອ. ກໍາປັ່ນ 20 ຂອງທະຫານເຮືອປະຊາຊົນຫວຽດນາມ ເຂົ້າຮ່ວມເຫດການນີ້.

ໂດຍ: ໄຊນີດາ