ລັດຖະມົນຕີປ້ອງກັນປະເທດ ມາເລເຊຍ
ງານວາງສະແດງ LIMA 2023 ຈະສ້າງຜົນງານຫຼາຍຢ່າງກ່ຽວກັບມູນຄ່າການຄ້າ
ກປ.ອອນໄລ - ວັນທີ 22 ພຶດສະພາ, ທ່ານ Mohamad Hasan ລັດຖະມົນຕີກະຊວງປ້ອງກັນປະເທດ ມາເລເຊຍ ໃຫ້ຮູ້ວ່າ ງານວາງສະແດງການບິນ ແລະການເດີນທະເລສາກົນ (LIMA) 2023 ທີ່ Langkawi ດໍາເນີນແຕ່ວັນທີ 23 ຫາວັນທີ 27 ພຶດສະພາ ຄາດວ່າຈະເຊັນຫຼາຍສັນຍາທີ່ມີມູນຄ່າທັງໝົດຂຶ້ນ 18 ຕື້ ringgit (RM) (ປະມານ 4 ຕື້ໂດລາສະຫະລັດ).
ກ່າວຄໍາເຫັນທີ່ກອງປະຊຸມຂ່າວພາຍຫຼັງລົງກວດກາສະພາບຕົວຈິງເຂດຈັດງານວາງສະແດງ, ທ່ານລັດຖະມົນຕີ Hasan ໃຫ້ຮູ້ວ່າ 10 ຕື້ RM ໃນຈໍານວນ 18 ຕື້ RM ແມ່ນກ່ຽວຂ້ອງເຖິງບັນດາຂໍ້ຕົກລົງໄດ້ ແລະພວມປະຕິບັດລະຫວ່າງກະຊວງປ້ອງກັນປະເທດ ມາເລເຊຍ ແລະບັນດາບໍລິສັດທີ່ກ່ຽວຂ້ອງ. ໃນຂອບເຂດງານວາງສະແດງ, ກະຊວງປ້ອງກັນປະເທດ ມາເລເຊຍ ຈະສ້າງສໍາເລັດສັນຍາສະບັບຕ່າງໆທີ່ໄດ້ປຶກສາຫາລືກ່ອນໜ້ານັ້ນ. ທ່ານ ສະແດງຄວາມຫວັງວ່າ LIMA 2023 ຈະສ້າງຜົນງານຫຼາຍຢ່າງກ່ຽວກັບມູນຄ່າການຄ້າໃຫ້ແກ່ກະຊວງປ້ອງກັນປະເທດ ແລະກະຊວງຄົມມະນາຄົມຂົນສົ່ງຂອງມາເລເຊຍ.
    |
 |
ທ່ານລັດຖະມົນຕີ Mohamad Hasan ເນັ້ນໜັກວ່າ LIMA 2023 ຈະສ້າງຜົນງານຫຼາຍຢ່າງກ່ຽວກັບມູນຄ່າການຄ້າ. ພາບ: bernama.com |
ນອກຈາກນີ້, ຕາມທ່ານລັດຖະມົນຕີ Hasan, LIMA 2023 ຈະສ້າງໂອກາດໃຫ້ບັນດາບໍລິສັດພາຍໃນ ແລະຕ່າງປະເທດ ແນະນຳເຕັກໂນໂລຊີ ແລະຍຸດໂທປະກອນການທະຫານ. ຈະມີ 5 ປະເທດເຂົ້າຮ່ວມງານວາງສະແດງການບິນ ແມ່ນລັດເຊຍ, ໄທ, ອິນໂດເນເຊຍ, ສ.ເກົາຫຼີ ແລະບັນດາປະເທດ ສະຫະລັດ ອາຣັບ ເອມີເລັດ (UAE). ນອກຈາກນີ້, ຍັງມີ 119 ຮູບຈໍາລອງເຮືອບິນ ແລະບິນສະແດງເທິງອາກາດ ກໍຄືກໍາປັ່ນທະເລ 40 ລໍາ, ໃນນັ້ນມີກໍາປັ່ນຂອງຫວຽດນາມ.
ພາຍຫຼັງຈັດຕັ້ງຄັ້ງຫຼ້າສຸດໃນປີ 2019, ງານວາງສະແດງປີນີ້ແມ່ນເຫດການທໍາອິດທີ່ຈັດຕັ້ງພາຍຫຼັງພະຍາດໂຄວິດ-19. ໂດຍມີປະມານ 1.200 ບໍລິສັດພາຍໃນ ແລະຕ່າງປະເທດ ກ່ຽວກັບການປ້ອງກັນຊາດ ລົງທະບຽນເຂົ້າຮ່ວມ, LIMA 2023 ແມ່ນເຫດການໃຫຍ່ສຸດທີ່ເຄີຍໄດ້ຈັດຕັ້ງຢູ່ ມາເລເຊຍ.
ໂດຍ: ໄຊຊະນະ