ຝຶກອົບຮົມວຽກງານວິຊາສະເພາະໃຫ້ແກ່ພະນັກງານວາລະສານປ້ອງກັນຊາດ ກອງທັບປະຊາຊົນລາວ
ກປ.ອອນໄລ - ຕອນບ່າຍວັນທີ 8 ພຶດສະພາ, ຢູ່ກອງ 871 (ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ), ວາລະສານທົ່ວປວງຊົນປ້ອງກັນຊາດ ໄດ້ຈັດຕັ້ງພິທີເປີດຊຸດຝຶກອົບຮົມວິຊາສະເພາະໃຫ້ແກ່ພະນັກງານວາລະສານປ້ອງກັນຊາດ ກອງທັບປະຊາຊົນລາວ.
    |
 |
|
ສະຫາຍພົນຈັດຕະວາ ຕ້າກວາງຈວຽນ ກ່າວຄຳເຫັນເປີດຊຸດຝຶກອົບຮົມ. ພາບ: qdnd.vn |
ກ່າວຄຳເຫັນທີ່ພິທີໄຂ, ສະຫາຍພົນຈັດຕະວາ ຕ້າກວາງຈວຽນ, ຫົວໜ້າບັນນາທິການວາລະສານທົ່ວປວງປ້ອງກັນຊາດ ເນັ້ນໜັກວ່າ ໃນຊຸມປີຜ່ານມາ, ກອງທັບປະຊາຊົນຫວຽດນາມ ແລະກອງທັບປະຊາຊົນລາວ ໄດ້ມີການເຄື່ອນໄຫວຮ່ວມມືຫຼາຍຢ່າງ, ປະກອບສ່ວນສຳຄັນເຂົ້າໃນການປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ. ຊຸດຝຶກອົບຮົມຄັ້ງນີ້ແມ່ນສ່ວນໜຶ່ງໃນໂຄງການຮ່ວມມືປີ 2023 ລະຫວ່າງກອງທັບສອງປະເທດ.
    |
 |
|
ສະຫາຍພັນເອກ ທີມສາວ ດວງຈຳປາ ກ່າວຄໍາເຫັນທີ່ພິທີເປີດຊຸດຝຶກອົບຮົມ. ພາບ: qdnd.vn |
ໃນໄລຍະຝຶກອົບຮົມເປັນເວລາເກືອບ 1 ເດືອນ, ພະນັກງານຂອງວາລະສານປ້ອງກັນຊາດ ກອງທັບປະຊາຊົນລາວ ຈະໄດ້ແລກປ່ຽນກ່ຽວກັບການຈັດຕັ້ງ ແລະການເຄື່ອນໄຫວຂອງວາລະສານທົ່ວປວງຊົນປ້ອງກັນຊາດສື່ເອເລັກໂຕນິກ ເປັນພາສາຫວຽດນາມ, ພາສາອັງກິດ, ພາສາຈີນ; ການສ້າງ, ຄຸ້ມຄອງ, ການເຄື່ອນໄຫວຂອງເວັບໄຊວາລະສານທົ່ວປວງຊົນປ້ອງກັນຊາດ, ວຽກງານບັນນາທິການ; ບໍາລຸງສ້າງກ່ຽວກັບຂັ້ນຕອນບັນນາທິການ, ຄວາມຮຽກຮ້ອງສໍາລັບບົດຂຽນແຕ່ລະປະເພດຕາມຂໍລໍາ, ໄປທັດສະນະສຶກສາຕົວຈິງ, ແລກປ່ຽນບົດຮຽນກ່ຽວກັບວຽກງານຄົ້ນຄວ້າ ແລະໂຄສະນາເຜີຍແຜ່ຢູ່ບາງອົງການ, ກົມກອງຂອງກອງທັບປະຊາຊົນຫວຽດນາມ.
    |
 |
|
ຜູ້ແທນເຂົ້າຮ່ວມພິທີເປີດຊຸດຝຶກອົບຮົມຖ່າຍຮູບລວມ. ພາບ: qdnd.vn |
ສ່ວນສະຫາຍ ພັນເອກ ທີມສາວ ດວງຈຳປາ, ຫົວໜ້າບັນນາທິການວາລະສານປ້ອງກັນຊາດ ກອງທັບປະຊາຊົນລາວ ຕີລາຄາສູງຕໍ່ການສະໜັບສະໜູນຂອງວາລະສານທົ່ວປວງຊົນປ້ອງກັນຊາດໃນໄລຍະຜ່ານມາ; ຢືນຢັນວ່າພະນັກງານຂອງວາລະສານປ້ອງກັນຊາດ ກອງທັບປະຊາຊົນລາວ ຈະຍົກສູງຈິດໃຈຮັບຜິດຊອບ, ຮັບເອົາຄວາມຮູ້ທີ່ມີປະໂຫຍດຈາກຊຸດຝຶກອົບຮົມຄັ້ງນີ້ ເພື່ອໝູນໃຊ້ເຂົ້າໃນວຽກງານລະອຽດຂອງຕົນ ຢ່າງມີຫົວຄິດປະດິດສ້າງ, ແທດຈິງ, ປະກອບສ່ວນເຮັດໃຫ້ວຽກງານຄົ້ນຄວ້າ, ໂຄສະນາເຜີຍແຜ່ຂອງກອງທັບປະຊາຊົນລາວ ນັບມື້ນັບພັດທະນາ.
ໂດຍ: ທູຈາງ