leftcenterrightdel
ພົນໂທ ຫງວຽນເຕິນເກືອງ ກວດກາສະໜາມຝຶກຊ້ອມຍຸດທະວິທີຂອງກອງພັນໃຫຍ່ 98, ກອງພົນ 316. ພາບ: qdnd.vn

ສະຫຼຸບການກວດກາ, ທ່ານພົນໂທ ຫງວຽນເຕິນເກືອງ ຍ້ອງຍໍຊົມເຊີຍບັນດາໝາກຜົນທີ່ພົ້ນເດັ່ນຂອງກອງພົນ 316 ໃນການປະຕິບັດໜ້າທີ່ໃນປີ 2022 ແລະຊຸມເດືອນຕົ້ນປີ 2023, ໂດຍສະເພາະແມ່ນໃນການປະຕິບັດໜ້າທີ່ອົບຮົມຫັດແອບ, ຮັກສາຄວາມສາມາດກຽມພ້ອມສູ້ຮົບ, ຈັດຕັ້ງການຝຶກຊ້ອມ... ນອກນີ້, ກອງພົນ 316 ຍັງໄດ້ຈັດຕັ້ງບັ້ນດໍາເນີນຊີວິດການເມືອງເປັນຢ່າງດີ, ພິເສດ ແມ່ນບັ້ນດໍາເນີນຊີວິດການເມືອງກ່ຽວກັບການກໍ່ສ້າງ, ປັບປຸງພັກ ແລະລະບົບການເມືອງ...

leftcenterrightdel
ພົນໂທ ຫງວຽນເຕິນເກືອງ ກວດກາຜົນການຍິງປືນ AK ບົດທີ 1 ສໍາລັບພະນັກງານອົບຮົມຫັດແອບກອງພັນທີ 7, ກອງພັນໃຫຍ່ 98. ພາບ: qdnd.vn

ທ່ານພົນໂທ ຫງວຽນເຕິນເກືອງ ກໍຍົກອອກບັນດາຈຸດທີ່ຍັງຄົງຂ້າງ, ຈໍາກັດຂອງກົມກອງ ແລະຮຽກຮ້ອງໃຫ້ຄະນະພັກ, ຄະນະບັນຊາ ກອງພົນ 316 ສຸມໃສ່ນໍາພາ, ຊີ້ນໍາແກ້ໄຂຢ່າງຂາດຂັ້ນ...

leftcenterrightdel
 
leftcenterrightdel
ພົນໂທ ຫງວຽນເຕິນເກືອງ ກວດກາວຽກງານກໍ່ສ້າງລະບຽບແບບແຜນຢູ່ກອງພັນທີ 8, ກອງພັນໃຫຍ່ 98. ພາບ: qdnd.vn

ກ່ຽວກັບໜ້າທີ່ຈຸດສຸມໃນໄລຍະຈະມາເຖິງ, ທ່ານພົນໂທ ຫງວຽນເຕິນເກືອງ ເນັ້ນໜັກວ່າ ກອງພົນ 316 ຕ້ອງສືບຕໍ່ຊາບຊຶມ ແລະຜັນຂະຫຍາຍປະຕິບັດບັນດາຄໍາສັ່ງ, ຂໍ້ກໍານົດກ່ຽວກັບໜ້າທີ່ກຽມພ້ອມສູ້ຮົບຢ່າງເຂັ້ມງວດ; ຮັກສາແບບແຜນປະຈໍາການຢູ່ທຸກຂັ້ນຢ່າງເຂັ້ມງວດ; ເອົາໃຈໃສ່ຫັດແອບແຜນການກຽມພ້ອມສູ້ຮົບ, ເຄື່ອນທັບຝຶກແອບ, ຍົກສູງກໍາລັງແຮງເຄື່ອນທີ່ຂອງທະຫານ ແລະກົມກອງ; ກະກຽມກໍາລັງ, ພາຫະນະ, ວັດຖຸຢ່າງຄົບຖ້ວນ, ສົມທົບຢ່າງແໜ້ນແຟ້ນກັບຄະນະພັກຂັ້ນ, ອໍານາດການປົກຄອງ ກໍາແໜ້ນ ແລະແກ້ໄຂບັນດາບັນຫາເກີດຂຶ້ນໃໝ່ຢ່າງທັນການ, ບໍ່ໃຫ້ຕົກຢູ່ໃນທ່າຮັບ, ບັງເອີນ.

ໂດຍ: ໄຊຊະນະ