leftcenterrightdel
ທ່ານພົນໂທ ຝຸ່ງສີເຕິ້ນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ເປັນປະທານພິທີເປີດຊຸດອົບຮົມຫັດແອບ. ພາບ: qdnd.vn

ກ່າວຄໍາເຫັນທີ່ພິທີ, ທ່ານພົນໂທ ຝຸ່ງສີເຕິ້ນ ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ ໄດ້ຍ້ອງຍໍຊົມເຊີຍ ແລະອວຍພອນບັນດາຜົນງານ ເຊິ່ງສູນອົບຮົມຫັດແອບທະຫານຊາຍແດນ ບັນລຸໄດ້ໃນໄລຍະຜ່ານມາ; ຮຽກຮ້ອງໃຫ້ຄະນະພັກ, ຄະນະບັນຊາກົມກອງ ເຮັດດີວຽກງານສຶກສາອົບຮົມ, ຍົກສູງຄວາມຮັບຮູ້ໃຫ້ແກ່ພະນັກງານ, ນັກຮົບກ່ຽວກັບໜ້າທີ່ອົບຮົມຫັດແອບຢ່າງບໍ່ຢຸດຢັ້ງ; ສືບຕໍ່ຊາບຊຶມບັນດາຄໍາສັ່ງ, ມະຕິຂອງຂັ້ນເທິງກ່ຽວກັບວຽກງານອົບຮົມຫັດແອບຢ່າງເລິກເຊິ່ງກວ້າງຂວາງ; ປະຕິບັດທິດນໍາ, ທັດສະນະ, ຫຼັກການ ແລະການສົມທົບໃນການອົບຮົມຫັດແອບເປັນຢ່າງດີ, ຖືເປັນສໍາຄັນການອົບຮົມຫັດແອບຢ່າງຄົບຊຸດ, ລົງເລິກຕາມທິດທັນສະໄໝ; ຍູ້ແຮງຂະບວນການຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ, ຄົ້ນຄວ້າດ້ວຍຕົນເອງ ເພື່ອຍົກສູງຄວາມຮູ້ຄວາມສາມາດຂອງທະຫານ; ເອົາໃຈໃສ່ບໍາລຸງຖັນແຖວພະນັກງານທຸກຂັ້ນ, ໂດຍສະເພາະແມ່ນນາຍທະຫານ ຫາກໍ່ຈົບໂຮງຮຽນ.

leftcenterrightdel
ທ່ານພົນໂທ ຝຸ່ງສີເຕິ້ນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ກ່າວຄໍາເຫັນຊີ້ນໍາພິທີ. ພາບ: qdnd.vn

ຕອນບ່າຍວັນດຽວກັນ, ທີ່ພິທີເປີດຊຸດອົບຮົມຫັດແອບ ປະຈໍາປີ 2023 ຂອງໂຮງໝໍສູນກາງກອງທັບ 108, ທ່ານພົນໂທ ຝຸ່ງສີເຕິ້ນ ຮຽກຮ້ອງໃຫ້ຄະນະພັກ, ຄະນະອໍານວຍການໂຮງໝໍສູນກາງກອງທັບ 108 ມີແຜນນະໂຍບາຍ, ມາດຕະການຍົກສູງຮອບດ້ານຄຸນນະພາບບັນດາການເຄື່ອນໄຫວວິຊາສະເພາະ, ບໍາລຸງສ້າງຖັນແຖວພະນັກງານທີ່ມີຄຸນສົມບັດປະຕິວັດ, ເກັ່ງດ້ານວິຊາການ, ວິຊາສະເພາະ...

ຕອນເຊົ້າວັນດຽວກັນ, ກອງພັນໃຫຍ່ປືນໃຫຍ່ປ້ອງກັນອາກາດ 228, ກອງພົນ 365 (ເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ) ຈັດພິທີເປີດຊຸດອົບຮົມຫັດແອບ ປະຈໍາປີ 2023 ແລະປຸກລະດົມຂະບວນການແຂ່ງຂັນ “ຈົດຈໍາຄໍາສັ່ງສອນຂອງລຸງໂຮ່, ສ້າງຂະບວນການແຂ່ງຂັນປະຕິບັດສໍາເລັດໜ້າທີ່ 6 ເດືອນຕົ້ນປີ 2023”.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມພິທີ. ພາບ: qdnd.vn

ກ່າວຄໍາເຫັນຊີ້ນໍາທີ່ພິທີ, ທ່ານພົນຕີ ຫງວຽນວັນເຫງັຍ ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ ຮຽກຮ້ອງໃຫ້ກົມກອງ ສົມທົບກັນຢ່າງແໜ້ນແຟ້ນລະຫວ່າງການອົບຮົມຫັດແອບການທະຫານ ກັບການສຶກສາອົບຮົມດ້ານການເມືອງ; ລະຫວ່າງການອົບຮົມຫັດແອບກັບການກໍ່ສ້າງລະບຽບແບບແຜນ, ຄຸ້ມຄອງລະບຽບວິໄນ; ສຸມໃສ່ຍົກສູງຄຸນນະພາບການອົບຮົມຫັດແອບຍາມກາງຄືນ, ອົບຮົບຫັດແອບເຄື່ອນທີ່, ປະສານສົມທົບໜ່ວຍສູ້ຮົບ, ອົບຮົມຫັດແອບນັກຮົບໃໝ່...

leftcenterrightdel
ທ່ານພົນຕີ ຫງວຽນຈ້ອງບິ່ງ ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ ກ່າວຄໍາເຫັນຊີ້ນໍາທີ່ພິທີເປີດຊຸດອົບຮົມຫັດແອບຂອງກອງພົນນ້ອຍ 162. ພາບ: qdnd.vn

ຕອນເຊົ້າວັນທີ 1 ມີນາ, ກ່າວຄໍາເຫັນຊີ້ນໍາທີ່ພິທີເປີດຊຸດອົບຮົມຫັດແອບຂອງກອງພົນນ້ອຍ 162, ທະຫານເຮືອເຂດ 4, ທ່ານພົນຕີ ຫງວຽນຈ້ອງບິ່ງ ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ ຮຽກຮ້ອງໃຫ້ກົມກອງ ຍູ້ແຮງວຽກງານສຶກສາອົບຮົມດ້ານການເມືອງ, ຄຸ້ມຄອງແນວຄິດ, ສ້າງການຫັນປ່ຽນຢ່າງແຮງກ່ຽວກັບຄວາມຮັບຮູ້, ຄວາມຮັບຜິດຊອບຂອງພະນັກງານ, ນັກຮົບຕໍ່ກັບໜ້າທີ່ອົບຮົມຫັດແອບ.

leftcenterrightdel
ທ່ານພົນຈັດຕະວາ ຟ້າມເຈື່ອງເຊີນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ກ່າວຄໍາເຫັນທີ່ພິທີເປີດຊຸດອົບຮົມຫັດແອບ. ພາບ: qdnd.vn

ຕອນເຊົ້າວັນທີ 1 ມີນາ, ກ່າວຄໍາເຫັນຊີ້ນໍາທີ່ພິທີເປີດຊຸດອົບຮົມຫັດແອບ ປະຈໍາປີ 2023 ຂອງຕໍາຫຼວດທະເລ ເຂດ 1, ທ່ານພົນຈັດຕະວາ ຟ້າມເຈື່ອງເຊີນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ຮຽກຮ້ອງໃຫ້ກົມກອງ ສືບຕໍ່ຊາບຊຶມ, ປະຕິບັດທິດນໍາອົບຮົມຫັດແອບ “ໂດຍພື້ນຖານ, ແທດຈິງ, ໝັ້ນຄົງໜັກແໜ້ນ” ເປັນຢ່າງດີ; ເອົາໃຈໃສ່ຍົກສູງຄຸນນະພາບວຽກງານພັກ, ວຽກງານການເມືອງ, ລະດົມກໍາລັງໃຈພະນັກງານ, ນັກຮົບແກ້ໄຂຄວາມຫຍຸ້ງຍາກລໍາບາກ, ສູ້ຊົນປະຕິບັດບັນດາເປົ້າໝາຍ, ຄາດໝາຍອົບຮົມຫັດແອບ ປີ 2023 ໃຫ້ເປັນຢ່າງດີ; ພ້ອມທັງມີມາດຕະການຍົກສູງຄຸນນະພາບສັງລວມ, ກໍາລັງແຮງສູ້ຮົບຂອງກົມກອງ, ຕັດສິນໃຈກໍ່ສ້າງກໍາລັງຕໍາຫຼວດທະເລຫວຽດນາມ “ປະຕິວັດ, ເປັນກໍາລັງຫຼວງ, ຍອດຢ້ຽມ, ທັນສະໄໝ”, ປະຕິບັດສໍາເລັດໜ້າທີ່ທີ່ໄດ້ຮັບມອບໝາຍ ໃຫ້ເປັນຢ່າງດີ.  

ໂດຍ: ໄຊຊະນະ