ໃນບັນຍາກາດອັນອົບອຸ່ນ, ສະໜິດສະໜົມ, ທ່ານພົນເອກ ຟານວັນຢາງ ໄດ້ຢ້ຽມຢາມຖາມຂ່າວສຸຂະພາບ, ຊີວິດ, ການກະກຽມຕ້ອນຮັບບຸນປີໃໝ່ ແລະສົ່ງຄໍາອວຍພອນປີໃໝ່ ເຖິງທ່ານພົນເອກ ຟ້າມວັນຈ່າ ພ້ອມຄອບຄົວ.

leftcenterrightdel
ພົນເອກ ຟານວັນຢາງ ຢ້ຽມຢາມ ແລະອວຍພອນບຸນເຕັດ ພົນເອກ ຟ້າມວັນຈ່າ. ພາບ: qdnd.vn

ໂອກາດນີ້, ທ່ານລັດຖະມົນຕີ ຟານວັນຢາງ ຍັງແຈ້ງໃຫ້ທ່ານພົນເອກ ຟ້າມວັນຈ່າ ຮັບຊາບກ່ຽວກັບບາງໜ້າທີ່ຈຸດສຸມ ເຊິ່ງ ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ພວມສຸມໃສ່ປະຕິບັດ; ພ້ອມທັງປາດຖະໜາວ່າ ທ່ານພົນເອກ ຟ້າມວັນຈ່າ ຈະສືບຕໍ່ໃຫ້ຄວາມສົນໃຈຕິດຕາມ, ປະກອບຄໍາເຫັນອັນລໍ້າຄ່າເຂົ້າໃນພາລະກິດປັບປຸງການປ້ອງກັນຊາດ, ກໍ່ສ້າງກອງທັບ ແລະປົກປັກຮັກສາປະເທດຊາດ.

leftcenterrightdel
ພົນເອກ ຟານວັນຢາງ ໂອ້ລົມ ແລະອວຍພອນບຸນເຕັດ ພົນເອກ ຟ້າມວັນຈ່າ. ພາບ: qdnd.vn

ທ່ານພົນເອກ ຟ້າມວັນຈ່າ ສະແດງຄວາມຂອບໃຈຕໍ່ການເອົາໃຈໃສ່ຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ແລະທ່ານພົນເອກ ຟານວັນຢາງ ທີ່ໄດ້ມາຢ້ຽມຢາມ, ອວຍພອນບຸນເຕັດ ແລະມອບຂອງຂວັນເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດ. ທ່ານພົນເອກ ຟ້າມວັນຈ່າ ສະແດງຄວາມປິຕິຊົມຊື່ນຕໍ່ບັນດາໝາກຜົນ ເຊິ່ງ ພະນັກງານ, ນັກຮົບ ທົ່ວກອງທັບ ບັນລຸໄດ້ໃນປີຜ່ານມາ ແລະເຊື່ອໝັ້ນວ່າ ກອງທັບເຮົາ ຈະນັບມື້ນັບເຕີບໃຫຍ່ຂະຫຍາຍຕົວ, ຍາມໃດກໍປະຕິບັດສໍາເລັດໜ້າທີ່ທີ່ໄດ້ຮັບການມອບໝາຍ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ, ໜ້າທີ່ສ້າງສາ ແລະປົກປັກຮັກສາປະເທດຊາດ ໃນສະພາບການໃໝ່.

ທີ່ການຢ້ຽມຢາມ, ທ່ານພົນເອກ ຟານວັນຢາງ ໄດ້ມອບຂອງຂວັນບຸນເຕັດຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໃຫ້ທ່ານພົນເອກ ຟ້າມວັນຈ່າ; ອວຍພອນຄອບຄົວສະຫາຍອະດີດລັດຖະມົນຕີ ຟ້າມວັນຈ່າ ຢູ່ດີມີແຮງ, ຈົ່ງມີແຕ່ຄວາມຜາສຸກ ແລະວັດທະນາຖາວອນ.

ໂດຍ: ໄຊຊະນະ