ທ່ານພົນໂທ ເລຮຸຍວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມ ແລະຊີ້ນໍາກອງປະຊຸມ; ເຂົ້າຮ່ວມກອງປະຊຸມຍັງມີຜູ້ຕາງໜ້າການນໍາບັນດາກົມກອງຂຶ້ນກັບເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ.
    |
 |
|
ທ່ານພົນໂທ ເລຮຸຍວິ້ງ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ແຄ໊ງຮວ່ຽນ. |
ລາຍງານຜົນການນໍາພາປະຕິບັດໜ້າທີ່ ປີ 2022 ທີ່ກອງປະຊຸມ ໂດຍຊີ້ແຈ້ງວ່າ: ໃນປີຜ່ານມາ, ຄະນະພັກເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ, ຄະນະພັກທຸກຂັ້ນ ໄດ້ຕັ້ງໜ້າເປັນເຈົ້າການ, ແກ້ໄຂຄວາມຫຍຸ້ງຍາກ, ມີໄຫວພິບ, ມີຫົວຄິດປະດິດສ້າງໃນການຜັນຂະຫຍາຍບັນດາມາດຕະການ ເພື່ອຈັດຕັ້ງປະຕິບັດ, ເຮັດສໍາເລັດໜ້າທີ່ຂອງປີ 2022.
ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານພົນໂທ ເລຮຸຍວິ້ງ ຕີລາຄາສູງຄະນະປະຈໍາຄະນະພັກເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ໄດ້ເປັນເຈົ້າການກະກຽມຢ່າງຮອບຄອບ, ລະອຽດໃນທຸກດ້ານ. ຮ່າງບົດລາຍງານສະຫຼຸບ ແລະຮ່າງມະຕິ ໄດ້ຕີລາຄາໝາກຜົນປີ 2022 ຢ່າງເຂັ້ມງວດ, ຖືກລະດັບ, ແທດຈິງ, ກໍານົດທິດທາງ, ໜ້າທີ່ ປີ 2023 ຢ່າງຈະແຈ້ງ.
    |
 |
|
ທ່ານພົນຕີ ເຈິ່ນຫງອັກກວ໊ຽນ, ເລຂາຄະນະພັກ, ຫົວໜ້າການເມືອງເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ກ່າວຄໍາເຫັນກ່ຽວກັບທິດທາງ ໃນການນໍາພາ, ປະຕິບັດໜ້າທີ່ປີ 2023. ພາບ: ແຄ໊ງຮວ່ຽນ. |
ກ່ຽວກັບທິດທາງ, ໜ້າທີ່ໃນປີ 2023, ທ່ານພົນໂທ ເລຮຸຍວິ້ງ ສະເໜີໃຫ້ຄະນະພັກເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ຊາບຊຶມ, ຫັນມະຕິຂອງຄະນະພັກການທະຫານສູນກາງ ເປັນລະອຽດ, ໃນນັ້ນຕ້ອງໃສ່ໃຈວ່າ ປີ 2023 ແມ່ນປີບານພັບໃນການປະຕິບັດບັນດາເປົ້າໝາຍ, ຄາດໝາຍມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ມະຕິກອງປະຊຸມໃຫຍ່ອົງຄະນະພັກກອງທັບ ຄັ້ງທີ XI ແລະມະຕິກອງປະຊຸມໃຫຍ່ອົງຄະນະພັກ ເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ອາຍຸການ 2020-2025; ຫຼາຍແຜນນະໂຍບາຍ, ນະໂຍບາຍໃໝ່ຂອງພັກ, ລັດ ສືບຕໍ່ໄດ້ຮັບການ ຜັນຂະຫຍາຍຢ່າງເລິກເຊິ່ງກວ້າງຂວາງ; ຄະນະພັກການທະຫານສູນກາງ ໄດ້ປະກາດໃຊ້ ແລະຜັນຂະຫຍາຍຫຼາຍມະຕິກ່ຽວກັບຫົວເລື່ອງສະເພາະການຝຶກແອບ, ການສຶກສາ ແລະກໍ່ສ້າງ, ພະລາທິການ, ເຕັກນິກ, ການເງິນ, ວິທະຍາສາດ, ເຕັກໂນໂລຢີ ແລະສິ່ງແວດລ້ອມ.
    |
 |
|
ຜູ້ແທນເຂົ້າຮ່ວມການປຶກສາຫາລືທີ່ກອງປະຊຸມ. ພາບ: ແຄ໊ງຮວ່ຽນ. |
ເມື່ອກ່າວຄໍາເຫັນກ່ຽວກັບທິດທາງການນໍາພາ, ປະຕິບັດໜ້າທີ່ປີ 2023, ທ່ານພົນຕີ ເຈິ່ນຫງອັກກວ໊ຽນ, ເລຂາຄະນະພັກ, ຫົວໜ້າການເມືອງເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ເນັ້ນໜັກວ່າ ປີ 2023, ຍູ້ແຮງການກໍ່ສ້າງເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ “ປະຕິວັດ, ເປັນກໍາລັງຫຼວງ, ຍອດຢ້ຽມ, ທັນສະໄໝ”, ມີຄຸນນະພາບໂດຍລວມ, ລະດັບຄວາມຮູ້, ກໍາລັງແຮງ, ຄວາມສາມາດກຽມພ້ອມສູ້ຮົບນັບມື້ສູງຂຶ້ນ, ຮັບ ແລະເຮັດສໍາເລັດທຸກໜ້າທີ່ ທີ່ໄດ້ຮັບມອບໝາຍ.
ກ່ຽວກັບໜ້າທີ່, ມາດຕະການນໍາພາໃນໄລຍະຈະມາເຖິງແມ່ນ: ສຸມໃສ່ນໍາພາ, ຊີ້ນໍາຍົກສູງລະດັບຄວາມຮູ້, ຄວາມສາມາດກຽມພ້ອມສູ້ຮົບ...; ເປັນເສນາທິການສະເໜີກັບຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ກ່ຽວກັບການສູ້ຮົບປ້ອງກັນອາກາດ-ທະຫານອາກາດ; ກໍ່ສ້າງອົງຄະນະພັກເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ໃຫ້ໝັ້ນຄົງເຂັ້ມແຂງດ້ານການຈັດຕັ້ງ ແລະພະນັກງານ; ຍົກສູງຄຸນນະພາບ, ປະສິດທິຜົນວຽກງານກວດກາ, ຕິດຕາມກວດກາ ແລະປະຕິບັດລະບຽບວິໄນຂອງພັກ; ຕໍ່ສູ້ສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້...
ໂດຍ: ໄຊຊະນະ