ກ່າວຄໍາເຫັນທີ່ກອງປະຊຸມຂ່າວ, ທ່ານພົນຈັດຕະວາ ເຈິ່ນວັນຊວນ ໃຫ້ຮູ້ວ່າ ເຂົ້າຮ່ວມລາຍການພົບປະແລກປ່ຽນ “ຕໍາຫຼວດທະເລຫວຽດນາມ ແລະເພື່ອນມິດ” ຄັ້ງທີ 1 ມີກໍາລັງປະຕິບັດກົດໝາຍບົນທະເລຂອງ 7 ປະເທດ, ລວມມີ: ຕໍາຫຼວດທະເລຫວຽດນາມ, ຄະນະກໍາມະການແຫ່ງຊາດປ້ອງກັນຄວາມສະຫງົບໃນການເດີນທະເລກໍາປູເຈຍ, ຕໍາຫຼວດທະເລຈີນ, ຕໍາຫຼວດທະເລອິນໂດເນເຊຍ, ອົງການປະຕິບັດກົດໝາຍບົນທະເລມາເລເຊຍ, ກໍາລັງປົກປັກຮັກສາຝັ່ງທະເລຟິລິບປິນ, ສູນບັນຊາການເດີນທະເລໄທ. ລາຍການຈະປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ສ້າງຄວາມເຫັນດີເຫັນພ້ອມສູງໃນວິວັດການສົມທົບ, ການຮ່ວມມືປະຕິບັດໜ້າທີ່ລະຫວ່າງຕໍາຫຼວດທະເລຫວຽດນາມ ແລະກໍາລັງປະຕິບັດກົດໝາຍບົນທະເລບັນດາປະເທດໃນພາກພື້ນ, ພິເສດແມ່ນບັນດາປະເທດຖານບ້ານໃກ້ເຮືອນຄຽງ, ບັນດາປະເທດມີເຂດທະເລຕິດຈອດກັນ. ນີ້ກໍ່ແມ່ນພື້ນຖານເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວການທູດຂອງຕໍາຫຼວດທະເລຫວຽດນາມ ໃນໄລຍະຈະມາເຖິງ, ດ້ວຍເປົ້ົ້າໝາຍຮ່ວມແຮງຮ່ວມໃຈ, ປະກອບກຳລັງເຫື່ອແຮງເພື່ອທະເລແຫ່ງສັນຕິພາບ, ວັດທະນາຖາວອນ, ການຮ່ວມມື ແລະພັດທະນາ.

leftcenterrightdel
ບັນຍາກາດທີ່ກອງປະຊຸມຂ່າວ. ພາບ: qdnd.vn

ຕາມແຜນການແລ້ວ, ລາຍການພົບປະແລກປ່ຽນ “ຕໍາຫຼວດທະເລຫວຽດນາມ ແລະເພື່ອນມິດ” ຄັ້ງທີ 1 ຈະດໍາເນີນຢູ່ຮ່າໂນ້ຍ ແຕ່ວັນທີ 8 ຮອດວັນທີ 11 ທັນວາ, ດ້ວຍບັນດາເນື້ອໃນຕົ້ນຕໍ, ຄື: ເຂົ້າຢ້ຽມຂໍ່ານັບລັດຖະມົນຕີກະຊວງປ້ອງກັນປະເທດ; ພົບປະ, ແລກປ່ຽນສອງຝ່າຍລະຫວ່າງຕໍາຫຼວດທະເລຫວຽດນາມ ແລະບັນດາຄະນະ; ລາຍການພົບປະແລກປ່ຽນ, ກອງປະຊຸມສໍາມະນາ; ບັນດາຄະນະເຂົ້າຮ່ວມງານວາງສະແດງປ້ອງກັນຊາດສາກົນຫວຽດນາມ ປີ 2022 ແລະຢ້ຽມຊົມບາງປູຊະນີຍະສະຖານປະຫວັດສາດ, ວັດທະນະທໍາຢູ່ຮ່າໂນ້ຍ.

ໂດຍ: ໄຊນີດາ