ໃນຂອບເຂດການຢ້ຽມຢາມ, ບັນດານາຍທະຫານ ແລະລູກເຮືອໃນຄະນະຈະໄປຢ້ຽມຢາມ, ເຂົ້າຢ້ຽມຂໍ່ານັບການນໍານະຄອນໂຮ່ຈີມິນ, ກອງບັນຊາການທະຫານເຂດ 7, ກອງບັນຊາການທະຫານເຮືອເຂດ 2, ໄປວາງພວງມາລາຢູ່ອານຸສາວະລີປະທານໂຮ່ຈີມິນ. ບັນດາສະມາຊິກໃນຄະນະກໍ່ຈະເຂົ້າຮ່ວມການແລກປ່ຽນແຂ່ງຂັນກິລາມິດຕະພາບກັບພະນັກງານ, ນັກຮົບທະຫານເຮືອເຂດ 2, ແລກປ່ຽນວິຊາສະເພາະກ່ຽວກັບບາງຂົງເຂດໃນການເດີນທະເລ, ການຈັດຮູບແຖວ, ການແລກປ່ຽນຂໍ້ມູນຂ່າວສານຢູ່ທະເລ ແລະຢ້ຽມຊົມເຂດຮ່ອງຮອຍປະຫວັດສາດຢູ່ນະຄອນໂຮ່ຈີມິນ.

leftcenterrightdel
ນາຍທະຫານ ແລະລູກເຮືອໃນຄະນະຖ່າຍຮູບທີ່ລະນຶກທີ່ພິທີຕ້ອນຮັບ. ພາບ: ຊວນຢຸຍ
leftcenterrightdel
ຜູ້ຕາງໜ້າກອງບັນຊາການທະຫານເຮືອ ເຂດ 2 ມອບດອກໄມ້ໃຫ້ລູກເຮືອໃນຄະນະ. ພາບ: ຊວນຢຸຍ

ການຢ້ຽມຢາມຂອງກໍາປັ່ນທະຫານເຮືອອິນເດຍ 2 ລໍາ ໄດ້ປະກອບສ່ວນເພີ່ມທະວີການພົວພັນຮ່ວມມືລະຫວ່າງກໍາລັງທະຫານເຮືອ ແລະກອງທັບສອງປະເທດເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະອິນເດຍ (1972-2022).

ໂດຍ: ທູຈາງ