leftcenterrightdel
ທ່ານປະທານປະເທດ ຫງວຽນຊວນຟຸກ ມອບຂໍ້ຕົກລົງເລື່ອນຊັ້ນພົນໂທ ໃຫ້ສະຫາຍ ຮີ່ງຈ໊ຽນຖັ໊ງ. ພາບ: qdnd.vn

ກ່າວຄໍາເຫັນທີ່ພິທີ, ທ່ານ ຫງວຽນຊວນຟຸກ ສະແດງຄວາມເຊື່ອໝັ້ນ ແລະປາດຖະໜາວ່າ ໃນໄລຍະຈະມາເຖິງ, ທ່ານພົນໂທ ຮີ່ງຈ໊ຽນຖັ໊ງ ຍາມໃດກໍ່ຮັກສາຫຼັກໝັ້ນເດັດດ່ຽວ, ຄຸນທາດການເມືອງໃຫ້ໝັ້ນຄົງ, ຈົ່ງຮັກພັກດີຕໍ່ເປົ້າໝາຍ, ອຸດົມຄະຕິຂອງພັກ, ຝຶກຝົນຫຼໍ່ຫຼອມ, ສ້າງຄຸນສົມບັດປະຕິວັດຂອງພະນັກງານ, ສະມາຊິກພັກຢ່າງບໍ່ຢຸດຢັ້ງ; ກໍາແໜ້ນສະພາບການທຸກດ້ານ, ປະຕິບັດພາລະບົດບາດເປັນເສນາທິການຕໍ່ກັບຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໃນການຊີ້ນຳໆພາທົ່ວກອງທັບປະຕິບັດໜ້າທີ່ກໍ່ສ້າງກອງທັບ, ປັບປຸງການປ້ອງກັນຊາດ, ປົກປັກຮັກສາປະເທດຊາດຢ່າງໝັ້ນຄົງໃນທຸກກໍລະນີໃຫ້ເປັນຢ່າງດີ.

ໂດຍ: ທູຈາງ