ໂດຍປະຕິບັດຕາມຂໍ້ຕົກລົງຮ່ວມມືວ່າດ້ວຍການປ້ອງກັນຊາຍແດນລະຫວ່າງກອງບັນຊາການທະຫານຊາຍແດນ, ກະຊວງປ້ອງກັນປະເທດຫວຽດນາມ ແລະກົມທະຫານຊາຍແດນ, ກົມໃຫຍ່ເສນາທິການ, ກອງທັບປະຊາຊົນລາວ, ບົດບັນທຶກຊ່ວຍຈໍາການພົບປະເຈລະຈາ ຄັ້ງທີ 13 ລະຫວ່າງກອງບັນຊາການທະຫານຊາຍແດນສອງແຂວງ ດ້ຽນບຽນ ແລະເຊີນລາ ກັບກອງບັນຊາການທະຫານສອງແຂວງ ຜົ້ງສາລີ ແລະຫຼວງພະບາງ, ໃນລະຫວ່າງວັນທີ 3 ຕຸລາ ຫາວັນທີ 26 ຕຸລາ, ກອງບັນຊາການທະຫານຊາຍແດນແຂວງ ເຊີນລາ ຜັນຂະຫຍາຍແຜນການຝຶກອົບຮົມດ້ານປ້ອງກັນຊາຍແດນໃຫ້ພະນັກງານກອງບັນຊາການທະຫານແຂວງຫຼວງພະບາງ, ສປປ ລາວ ຈໍານວນ 20 ສະຫາຍ.

leftcenterrightdel
ສະຫາຍພັນເອກພິເສດ ຫງວຽນວັນຮືງ, ຮອງຫົວໜ້າການທະຫານ, ຫົວໜ້າເສນາທິການ ກອງບັນຊາການທະຫານຊາຍແດນແຂວງເຊີນລາ ກ່າວຄໍາເຫັນທີ່ພິທີເປີດ. ພາບ: ວີ່ຮ້ຽນ

ການເປີດຊຸດຝຶກອົບຮົມຄັ້ງນີ້ຈະຊ່ວຍໃຫ້ສອງກົມກອງ ຮັດແໜ້ນຄວາມສາມັກຄີ, ມີຄວາມສະໜິດສະໜົມ, ຍົກສູງປະສິດທິຜົນຂອງການຄຸ້ມຄອງ ແລະປົກປັກຮັກສາຊາຍແດນຂຶ້ນຕື່ມ.

ໃນໄລຍະຝຶກອົບຮົມຢູ່ກອງບັນຊາການທະຫານຊາຍແດນແຂວງເຊີນລາ, ນັກສໍາມະນາກອນ ຈະໄດ້ຮັບຄວາມຮູ້ພື້ນຖານດ້ານການເມືອງ, ການທະຫານ, ການຄຸ້ມຄອງ ແລະປົກປັກຮັກສາຊາຍແດນແຫ່ງຂາດ; ໄດ້ຮັບການແນະນຳກ່ຽວກັບປະຫວັດສາດແຫ່ງການພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດ ຫວຽດນາມ - ລາວ; ໄປທັດສະນະສຶກສາກ່ຽວກັບວຽກງານກໍ່ສ້າງແບບແຜນຢູ່ບາງດ່ານຊາຍແດນສັງກັດທະຫານຊາຍແດນແຂວງເຊີນລາ.

ກ່າວຄຳເຫັນທີ່ພິທີເປີດ, ສະຫາຍພັນເອກພິເສດ ຫງວຽນວັນຮືງ, ຮອງຫົວໜ້າການທະຫານ, ຫົວໜ້າເສນາທິການກອງບັນຊາການທະຫານຊາຍແດນແຂວງເຊີນລາ ຮຽກຮ້ອງວ່າ, ສຳລັບຄະນະຈັດຕັ້ງ, ຕ້ອງກະກຽມເນື້ອໃນການຝຶກອົບຮົມ ແລະວັດຖຸໃຫ້ຮັບປະກັນ ແລະຄົບຖ້ວນ; ຈັດຕັ້ງການຝຶກອົບຮົມໃຫ້ຖືກຕ້ອງ, ຄົບຕາມເນື້ອໃນ, ຫຼັກສູດ ແລະເວລາທີ່ໄດ້ກໍານົດໄວ້. ບັນດາສະຫາຍຄູອາຈານທີ່ເຂົ້າຮ່ວມການສິດສອນຕ້ອງໄດ້ກະກຽມບົດສອນຢ່າງຄົບຖ້ວນ.  ສຳລັບນັກສຳມະນາກອນແລ້ວ, ໃນເວລາຝຶກອົບຮົມຕ້ອງຕັ້ງໜ້າຮໍ່າຮຽນ, ເປັນເຈົ້າການໃນການແລກປ່ຽນ, ຖອດຖອນບົດຮຽນເຊິ່ງກັນ ແລະກັນໃນວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ.

ໂດຍ: ໄຊນີດາ