ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ພ້ອມກັບພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ; ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ແລະພົນເອກ Tea Banh ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດກໍາປູເຈຍ ເຂົ້າຮ່ວມ ແລະເຫັນປະຈັກຕາການຝຶກຊ້ອມ.

ນີ້ແມ່ນຄັ້ງທໍາອິດທີ່ລາຍການໄດ້ຈັດຕັ້ງຕາມຂໍ້ຕົກລົງທີ່ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດສາມປະເທດ ຢູ່ຮ່າໂນ້ຍ ໃນປີ 2019. ການຝຶກຊ້ອມມີການເຂົ້າຮ່ວມຂອງພະນັກງານ, ນັກຮົບກອງທັບສາມປະເທດເກືອບ 500 ຄົນ.

ໃນເວລາດໍາເນີນການຝຶກຊ້ອມ, ກໍາລັງກູ້ໄພກູ້ຊີບຂອງກອງທັບສາມປະເທດ ຈະສຸມໃສ່ສອງເນື້ອໃນຕົ້ນຕໍ ລວມມີວຽກງານຊອກຫາກູ້ຊີບຢູ່ເຂດນ້ຳຖ້ວມ ແລະວຽກງານຊອກຫາກູ້ໄພກູ້ຊີບຢູ່ເຂດດິນເຊາະເຈື່ອນ; ເຂດທີ່ເກີດກິດຈະກຳຖືກພັງທະລາຍ, ເຂດທີ່ມີທາດພິດເຄມີຮົ່ວໄຫຼອອກສິ່ງແວດລ້ອມ.

ຜ່ານລາຍການຝຶກຊ້ອມຄັ້ງນີ້, ກໍາລັງກູ້ໄພກູ້ຊີບຂອງກອງທັບສາມປະເທດ ຈະເປັນເຈົ້າການກວ່າ ໃນວຽກງານສົມທົບກັນ, ໜູນຊ່ວຍເຊິ່ງກັນ ແລະກັນເມື່ອໄພທຳມະຊາດເກີດຂຶ້ນ, ຮັບປະກັນໃຫ້ການດໍາລົງຊີວິດຂອງປະຊາຊົນມີຄວາມສະຫງົບ ກໍ່ຄືເພີ່ມທະວີຄວາມສະໜິດຕິດພັນ ແລະຊ່ວຍເຫຼືອເຊິ່ງກັນ ແລະກັນເມື່ອປະສົບກັບໄພທຳມະຊາດ. ການຝຶກຊ້ອມຮ່ວມມີສອງເນື້ອໃນຕົ້ນຕໍ ແມ່ນການກູ້ໄພກູ້ຊີບໃນນໍ້າ ແລະກູ້ໄພກູ້ຊີບຢູ່ເທິງບົກ.

ໜັງສືພິມກອງທັບປະຊາຊົນຫວຽດນາມ ເອເລັກໂຕນິກ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບກ່ຽວກັບການຝຶກຊ້ອມຮ່ວມກູ້ໄພກູ້ຊີບ ໃນຄັ້ງນີ້.

leftcenterrightdel
ການນໍາພັກ ແລະລັດລາວ ພ້ອມກັບລັດຖະມົນຕີກະຊວງປ້ອງກັນປະເທດສາມປະເທດ ຫວຽດນາມ, ລາວ ແລະກໍາປູເຈຍ ທີ່ພິທີເຄົາລົບທຸງ. ພາບ: qdnd.vn
leftcenterrightdel
ບັນດາສະມາຊິກຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມ ທີ່ການຝຶກຊ້ອມ. ພາບ: qdnd.vn
leftcenterrightdel
ຜູ້ຕາງໜ້າບັນດາກົມກອງເຂົ້າຮ່ວມການຝຶກຊ້ອມ. ພາບ: qdnd.vn
leftcenterrightdel
ເຮືອບິນ ພ້ອມກັບຖັນແຖວເຄື່ອນຍ້າຍຜ່ານເວທີ. ພາບ: qdnd.vn
leftcenterrightdel
ກໍາປັ່ນຂອງສາມປະເທດ ດໍາເນີນການລາດຕະເວນ ຢູ່ເຂດຖືກຜົນສະທ້ອນ. ພາບ: qdnd.vn
leftcenterrightdel
ລັດຖະມົນຕີສາມທ່ານ ພ້ອມກັບຄະນະຜູ້ແທນຂັ້ນສູງ ສັງເກດການເຄື່ອນໄຫວດໍາເນີນ ຢູ່ໂຮງໝໍສະໜາມ. ພາບ: qdnd.vn
leftcenterrightdel
ບັນດາສະມາຊິກ ທີ່ເຂົ້າຮ່ວມການຝຶກຊ້ອມຂອງກອງທັບປະຊາຊົນຫວຽດນາມ ໄດ້ຮັບປະດັບຫຼຽນໄຊມິດຕະພາບ ຂອງປະເທດລາວ. ພາບ: qdnd.vn

ໂດຍ:ຈາງຫງວຽນ