leftcenterrightdel
ລັດຖະມົນຕີກະຊວງປ້ອງກັນປະເທດສາມປະເທດ ຫວຽດນາມ-ລາວ-ກໍາປູເຈຍ ພ້ອມດ້ວຍຜູ້ແທນ. ພາບ: qdnd.vn.

ທີ່ການພົບປະ, ລັດຖະມົນຕີກະຊວງປ້ອງກັນປະເທດສາມປະເທດ ໄດ້ແລກປ່ຽນກ່ຽວກັບສະພາບການໃນພາກພື້ນ ແລະໂລກ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ທິດທາງຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງ ຄື: ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຈັດຕັ້ງການຝຶກຊ້ອມຮ່ວມຊອກຫາ ກູ້ໄພກູ້ຊີບ, ຮ່ວມມືຕ້ານອາດຊະຍາກໍາຂ້າມຊາດ, ແບ່ງປັນຂໍ້ມູນທີ່ກ່ຽວຂ້ອງເຖິງບັນດາອິດທິກໍາລັງ ທີ່ຕ້ານທຳລາຍສາມປະເທດ...

ສະຫາຍພົນເອກ ຟານວັນຢາງ ສະແດງຄວາມຊົມຊື່ນເມື່ອເຫັນວ່າ ສາມປະເທດລ້ວນແຕ່ຮັກສາຄວາມໝັ້ນຄົງດ້ານການເມືອງ ແລະບັນລຸໄດ້ໝາກຜົນສໍາຄັນກ່ຽວກັບການພັດທະນາເສດຖະກິດ-ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.

leftcenterrightdel
ລັດຖະມົນຕີກະຊວງປ້ອງກັນປະເທດສາມປະເທດ ຫວຽດນາມ-ລາວ-ກໍາປູເຈຍ ຖ່າຍຮູບລວມ ພາຍຫຼັງສິ້ນສຸດການພົບປະ. ພາບ: qdnd.vn

ສະຫາຍພົນເອກ ຟານວັນຢາງ ສະເໜີໃນໄລຍະຈະມາເຖິງ, ກະຊວງປ້ອງກັນປະເທດສາມປະເທດ ຄວນເພີ່ມທະວີການແບ່ງປັນວິໄສທັດຍຸດທະສາດ; ຮັກສາການພົບປະປະຈໍາປີ ລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດສາມປະເທດ; ຍົກສູງຄວາມສາມາດສົມທົບກັນລະຫວ່າງກອງທັບສາມປະເທດ ໃນການຮັບມືກັບສິ່ງທ້າທາຍຄວາມໝັ້ນຄົງບໍ່ແມ່ນການທະຫານ; ຖືເປັນສໍາຄັນການໂຄສະນາ, ສຶກສາອົມຮົມໃຫ້ແກ່ກອງທັບ ແລະປະຊາຊົນ, ພິເສດແມ່ນຄົນຮຸ່ນໜຸ່ມກ່ຽວກັບປະຫວັດສາດ, ຄວາມໝາຍ, ຄວາມສໍາຄັນຂອງຄວາມສາມັກຄີ ລະຫວ່າງສາມປະເທດອີນດູຈີນ ທີ່ມີຕໍ່ຊາຕາກໍາຂອງແຕ່ລະປະເທດ; ສືບຕໍ່ສະໜັບສະໜູນເຊິ່ງກັນ ແລະກັນ ທີ່ບັນດາເວທີປາໄສຫຼາຍຝ່າຍສາກົນ ແລະພາກພື້ນ, ເປັນຕົ້ນແມ່ນກົນໄກໃນອາຊຽນ, ຄື: ADMM ແລະ ADMM+, ຜ່ານນັ້ນຍົກສູງຖານະບົດບາດຂອງແຕ່ລະປະເທດ.

ໂດຍ: ທູຈາງ