ຕາມຂ່າວຈາກໂຮງໝໍສະໜາມ ຂັ້ນ 2 ເລກ 4 ຫວຽດນາມ ເຂົ້າຮ່ວມຄະນະປະຕິບັດງານຮັກສາສັນຕິພາບ ສປຊ ຢູ່ ຊູດັງໃຕ້, ການເຄື່ອນໄຫວອາສາສະໝັກຂອງບັນດາແພດໝໍໂຮງໝໍຫວຽດນາມ ໄດ້ດໍາເນີນໃນເວລາທີ່ພາກພື້ນກ້າວເຂົ້າສູ່ລະດູຝົນ (ເດືອນສິງຫາ). ແພດໝໍຂອງໂຮງໝໍສະໜາມ ຂັ້ນ 2 ເລກ 4 ໄດ້ດໍາເນີນການເຄື່ອນໄຫວກວດ, ປິ່ນປົວພະຍາດອາສາສະໝັກທີ່ມີຄວາມໝາຍນີ້, ໜູນຊ່ວຍປະຊາຊົນທ້ອງຖິ່ນແກ້ໄຂສ່ວນໜຶ່ງຂອງຜົນຮ້າຍຢ້ອນຫຼັງຈາກນໍ້າຖ້ວມຢູ່ໂຮງໝໍ Bentiu (ລັດ Unity, ຊູດັງໃຕ້).

leftcenterrightdel
ແພດໝໍໝວກເບເລສີຟ້າຫວຽດນາມ ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນຢູ່ຊູດັງໃຕ້. ພາບ: qdnd.vn

ຄະນະນັກອາສາສະໝັກຂອງໂຮງໝໍສະໜາມ ຂັ້ນ 2 ເລກ 4 ນໍາໂດຍທ່ານພັນຕີ ເລຫວຽດແອງ ຮອງຫົວໜ້າຂະແໜງວິຊາສະເພາະໄດ້ມອບຢາທີ່ມີຄວາມຈໍາເປັນ, ອຸປະກອນປະເພດຕ່າງໆເພື່ອປ້ອງກັນ, ຕ້ານພະຍາດໃຫ້ແກ່ໂຮງໝໍ Bentiu. ຄະນະກໍ່ກວດ, ປິ່ນປົວພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນກວ່າ 200 ຄົນທີ່ຖືກຜົນສະທ້ອນຈາກນໍ້າຖ້ວມຢ່າງໜັກໜ່ວງທີ່ສຸດ, ໃນນັ້ນສຸມໃສ່ແມ່ຍິງ ແລະຜູ້ອາຍຸສູງ.

ບັນດາແພດໝໍຫວຽດນາມ ແບ່ງປັນວ່າ ການເຄື່ອນໄຫວອາສາສະໝັກໄດ້ນໍາເອົາຄວາມຮູ້ສຶກຫຼາຍລະດັບມາໃຫ້ເຂົາເຈົ້າ, ນັ້ນແມ່ນຄວາມຜາສຸກເມື່ອໃຫ້ໄປ ແລະແບ່ງປັນ, ແຜ່ຂະຫຍາຍສານກ່ຽວກັບປະເທດຫວຽດນາມ ເຕັມໄປດ້ວຍຄວາມກະລຸນາ, ຮັກຫອມສັນຕິພາບ.

ມີຄວາມຕື້ນຕັນໃຈຕໍ່ການເຄື່ອນໄຫວອາສາສະໝັກຂອງແພດໝໍຫວຽດນາມ, ຫົວໜ້າໂຮງໝໍ Bentiu ໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ນໍ້າໃຈຈິງໃຈ, ອົບອຸ່ນຂອງບັນດານັກຮົບໝວກເບເລສີຟ້າຫວຽດນາມ ເວົ້າສະເພາະ ແລະຂອງປະຊາຊົນຫວຽດນາມ ເວົ້າລວມທີ່ສະຫງວນໃຫ້ປະຊາຊົນຊູດັງໃຕ້.

ໂດຍ: ຈາງຫງວຽນ