ໂດຍປະຕິບັດຕາມເອກະສານລົງນາມຮ່ວມມືລະຫວ່າງກອງບັນຊາການທະຫານແຂວງຮ່າຕິ້ງ ແລະກອງບັນຊາການທະຫານແຂວງບໍລິຄໍາໄຊ, ໃນເວລາແຕ່ວັນທີ 17 ກໍລະກົດ ຫາວັນທີ 4 ສິງຫາ, ກອງບັນຊາການທະຫານແຂວງຮ່າຕິ້ງ ໄດ້ຈັດຕັ້ງຊຸດຝຶກອົບຮົມໃຫ້ພະນັກງານການທະຫານ 20 ຄົນ ຂອງກອງບັນຊາການທະຫານແຂວງບໍລິຄໍາໄຊ ດ້ວຍບັນດາເນື້ອໃນລົງເລິກຂະແໜງກ່ຽວກັບ: ວຽກງານພັກ-ວຽກງານການເມືອງ; ວຽກງານພະລາທິການ ແລະຫຼາຍເນື້ອໃນສໍາຄັນອື່ນອີກ.

ຍ້ອນມີການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງບັນດາອົງການ, ກົມກອງ; ພິເສດແມ່ນວຽກງານກະກຽມເນື້ອໃນຫຼັກສູດ, ບົດສອນ, ເນື້ອໃນການຝຶກອົບຮົມຮັບປະກັນຄວາມແໜ້ນແຟ້ນ, ເໝາະສົມ, ຕິດພັນກັບຄວາມຮຽກຮ້ອງຕ້ອງການສະນັ້ນຊຸດຝຶກອົບຮົມຈຶ່ງໄດ້ສໍາເລັດໜ້າທີ່ເປັນຢ່າງດີ, ບັນລຸໝາກຜົນດີ. ຕາມນັ້ນ, ໝາກຜົນກວດກາ 100% ຂອງສໍາມະນາກອນ ບັນລຸປະເພດດີ, ເກັ່ງ; ໃນນັ້ນມີ 55% ບັນລຸປະເພດເກັ່ງ.

leftcenterrightdel
ພິທີອັດຊຸດຝຶກອົບຮົມໃຫ້ພະນັກງານການທະຫານແຂວງບໍລິຄໍາໄຊ. ພາບ: baohatinh.vn

ໃນວິວັດການຝຶກອົບຮົມ, ສໍາມະນາກອນໄດ້ໄປທັດສະນະສຶກສາ, ຮໍ່າຮຽນວຽກງານຝຶກອົບຮົມ, ສ້າງທັດສະນີຍະພາບສິ່ງແວດລ້ອມຢູ່ບາງອົງການ, ກົມກອງຂອງກອງທັບພາຍໃນແຂວງ.

ຜ່ານຊຸດຝຶກອົບຮົມໄດ້ຊ່ວຍໃຫ້ຖັນແຖວພະນັກງານການທະຫານກອງບັນຊາການທະຫານແຂວງບໍລິຄໍາໄຊ ກໍາແໜ້ນບາດກ້າວຜັນຂະຫຍາຍວຽກງານພັກ, ວຽກງານການເມືອງ, ວຽກງານຂົນຂວາຍປະຊາຊົນ, ວຽກງານພະລາທິການເພື່ອໝູນໃຊ້ຢ່າງມີປະສິດທິຜົນໃນວິວັດການປະຕິບັດໜ້າທີ່ຢູ່ບັນດາອົງການ, ກົມກອງ. ນີ້ກໍ່ແມ່ນພື້ນຖານປະກອບສ່ວນກໍ່ສ້າງກໍາລັງປະກອບອາວຸດສອງແຂວງໃຫ້ນັບມື້ນັບເຂັ້ມແຂງ, ປັບປຸ່ງທ່າປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຮັບປະກັນຄວາມໝັ້ນຄົງພັດທະນາຢູ່ເຂດຊາຍແດນ, ປະກອບສ່ວນເພີ່ມທະວີສາຍພົວພັນສາມັກຄີມິດຕະພາບແບບພິເສດລະຫວ່າງສອງແຂວງເວົ້າສະເພາະ ແລະສອງປະເທດຫວຽດນາມ-ລາວ ເວົ້າລວມ.

ໂດຍ: ຈາງຫງວຽນ