ກ່າວຄໍາເຫັນທີ່ພິທີໄຂ, ທ່ານພັນເອກພິເສດ ຫງວຽນເວິນຢາງ, ຮອງຫົວໜ້າກົມເສນາຮັກ ຢັ້ງຢືນວ່າ: ໃນການຕໍ່ສູ້ປົດປ່ອຍຊາດ, ສ້າງສາ ແລະປົກປັກຮັກສາປະເທດຊາດ ແລະປະຕິບັດໜ້າທີ່ສາກົນຢູ່ກໍາປູເຈຍ, ປະຊາຊົນເມືອງລົກນີງ ຍາມໃດກໍ່ສາມັກຄີ, ອຸ້ມຊູຊ່ວຍເຫຼືອພະນັກງານ, ນັກຮົບບັນດາກົມກອງ ກອງທັບປະຊາຊົນຫວຽດນາມ ແລະບັນດາກົມກອງກໍາລັງປະກອບອາວຸດກໍາປູເຈຍ ສູ້ຮົບ, ປະກອບສ່ວນປົດປ່ອຍຊາດຢູ່ແຕ່ລະປະເທດ.

leftcenterrightdel
ບັນດາແພດໝໍ ດໍາເນີນການວິເຄາະເລືອດໃຫ້ປະຊາຊົນເມືອງລົກນີງ. ພາບ: ຫງວຽນຫຽນ.

ການກວດພະຍາດ ແລະແຈກຢາໂດຍບໍ່ເສຍຄ່າ ຢູ່ເມືອງລົກນີງ ຂອງທີມງານແພດໝໍກອງທັບສອງປະເທດໃນຄັ້ງນີ້ ແມ່ນເພື່ອແນໃສ່ສະແດງໃຫ້ເຫັນອາລົມຈິດ, ຄວາມຮັບຜິດຊອບ, ຄວາມຮູ້ບຸນຄຸນຂອງພະນັກງານ, ນັກຮົບທີ່ມີຕໍ່ປະຊາຊົນ, ຄອບຄົວນະໂຍບາຍ, ເພີ່ມພູນຄູນສ້າງມູນເຊື້ອສາມັກຄີ, ມິດຕະພາບ, ການຮ່ວມມືແບບພິເສດລະຫວ່າງກອງທັບ ແລະປະຊາຊົນສອງປະເທດ. ນີ້ກໍແມ່ນການເຄື່ອນໄຫວທີ່ແທດຈິງມຸ່ງໄປເຖິງເຫດການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ກໍາປູເຈຍ ຄັ້ງທີ 1 ປີ 2022.

ໃນວັນທີ 11 ພຶດສະພາ, ຄະນະປະຕິບັດງານ ໄດ້ຈັດການກວດພະຍາດ, ແຈກຢາໂດຍບໍ່ເສຍຄ່າ, ມອບຂອງຂວັນໃຫ້ແກ່ປະຊາຊົນກວ່າ 600 ຄົນ. ຕາມແຜນການແລ້ວ, ໃນລະຫວ່າງວັນທີ 11-12 ພຶດສະພາ, ຄະນະປະຕິບັດງານ ຈະຈັດການກວດພະຍາດ, ແຈກຢາໂດຍບໍ່ເສຍຄ່າ, ມອບຂອງຂວັນໃຫ້ແກ່ປະຊາຊົນເມືອງລົກນີງ ກວ່າ 1.000 ຄົນ.

ໂດຍ: ທູຈາງ