ທີ່ການຕ້ອນຮັບ, ພົນໂທ ຮວ່າງຊວນຈຽນ ຢັ້ງຢືນວ່າ ຫວຽດນາມ ແລະຣູມານີ ມີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານ. ປະຊາຊົນຫວຽດນາມ ຍາມໃດກໍ່ຈົດຈໍາການຊ່ວຍເຫຼືອອັນລໍ້າຄ່າດ້ານວັດຖຸ, ຈິດໃຈຂອງປະເທດ ແລະປະຊາຊົນຣູມານີ ໃນການຕໍ່ສູ້ຍາດເອົາເອກະລາດ, ທ້ອນໂຮມປະເທດຊາດເປັນເອກະພາບໃນເມື່ອກ່ອນ ແລະພາລະກິດສ້າງສາ, ປົກປັກຮັກສາປະເທດຊາດປະຈຸບັນ.

leftcenterrightdel
ພົນໂທ ຮວ່າງຊວນຈຽນ ຕ້ອນຮັບທ່ານນາງ Cristina Romila ເອກອັກຄະລັດຖະທູດຣູມານີ ປະຈໍາ ຫວຽດນາມ. ພາບ: ເຟືອງລິງ.

ທ່ານນາງ Cristina Romila ຢັ້ງຢືນວ່າ ຣູມານີ ຖືເປັນສໍາຄັນການພົວພັນມິດຕະພາບທີ່ເປັນມູເຊື້ອ ແລະການຮ່ວມມືຮອບດ້ານໃນປະຫວັດສາດກວ່າ 70 ປີ ລະຫວ່າງຫວຽດນາມ ແລະຣູມານີ; ພ້ອມທັງສະແດງຄວາມຫວັງຢາກເຮັດໃຫ້ການພົວພັນລະຫວ່າງສອງປະເທດເລິກເຊິ່ງກວ່າອີກໃນໄລຍະຈະມາເຖິງ, ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ, ພິເສດແມ່ນໃນຂົງເຂດຮ່ວມມືດ້ານປ້ອງກັນຊາດ.

ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດໃຫ້ເໝາະສົມກັບຄວາມສາມາດ ແລະຄວາມຕ້ອງການຂອງແຕ່ລະປະເທດໃນບາງຂົງເຂດຢ່າງມີປະສິດທິຜົນກວ່າອີກ, ຄື: ຮັກສາການແລກປ່ຽນ, ການພົບປະພົວພັນຕ່າງປະເທດທຸກຂັ້ນ, ເປັນຕົ້ນແມ່ນຂັ້ນສູງຕາມຮູບການທີ່ເໝາະສົມ; ກໍ່ສ້າງພະນັກງສານ; ຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ; ແລກປ່ຽນບົດຮຽນກ່ຽວກັບການເຂົ້າຮ່ວມກໍາລັງຮັກສາສັນຕິພາບ ສປຊ...

ໂດຍ: ຈາງຫງວຽນ