ພາຍຫຼັງກວດກາສະພາບຕົວຈິງ ແລະຮັບຟັງກອງບັນຊາການທະຫານເຮືອເຂດ 4 ລາຍງານຜົນການປະຕິບັດໜ້າທີ່ປີ 2021, ແຜນປະຈໍາການກຽມພ້ອມສູ້ຮົບ ແລະວຽກງານກະກຽມຕ້ອນຮັບປີໃໝ່ປະຈໍາຊາດ ປີຂານ 2022, ທ່ານພົນໂທ ຫງວຽນເຕິນເກືອງ ໄດ້ຍ້ອງຍໍຊົມເຊີຍບັນດາໝາກຜົນທີ່ກົມກອງບັນລຸໄດ້ໃນໄລຍະຜ່ານມາ...

leftcenterrightdel
ທ່ານພົນໂທ ຫງວຽນເຕິນເກືອງ ພ້ອມດ້ວຍຄະນະ ລົງກວດກາຢູ່ກອງພົນນ້ອຍ 162. ພາບ: ວັນແຮ້ງ.

ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ທ່ານຫົວໜ້າກົມໃຫຍ່ເສນາທິການ ຮຽກຮ້ອງຄະນະພັກ, ກອງບັນຊາການທະຫານເຮືອເຂດ 4 ແລະພະນັກງານ, ນັກຮົບທົ່ວກົມກອງ ສືບຕໍ່ມານະພະຍາຍາມປະຕິບັດບັນດາເນື້ອໃນ, ຄວາມຮຽກຮ້ອງຕ້ອງການຫັນສະພາວະກຽມພ້ອມສູ້ຮົບໃຫ້ເປັນຢ່າງດີ; ສຸມໃສ່ຍົກສູງຄຸນນະພາບອົບຮົມຫັດແອບສູ້ຮົບ, ປ່ຽນແປງໃໝ່ການຈັດຕັ້ງ, ວິທີອົບຮົມຫັດແອບຢ່າງຂ້ຽວຂາດ, ນໍາໃຊ້ອາວຸດຍຸດໂທປະກອນໃໝ່, ທັນສະໄໝຢ່າງຊໍານິຊໍານານ; ຮັກສາກໍາລັງ, ພາຫະນະປະຈໍາການກຽມພ້ອມສູ້ຮົບຢ່າງເຂັ້ມງວດ, ຕິດຕາມກໍາແໜ້ນສະພາບການທະເລ, ໝູ່ເກາະຕາມໜ້າທີ່ທີ່ໄດ້ຈັດແບ່ງ; ສົມທົບຢ່າງແໜ້ນແຟ້ນກັບບັນດາກໍາລັງ ກຽມພ້ອມຜັນຂະຫຍາຍແຜນການປ້ອງກັນຮັບປະກັນຄວາມປອດໄພ, ໃຫ້ແກ່ບັນດາການເຄື່ອນໄຫວພັດທະນາເສດຖະກິດທະເລ, ໝູ່ເກາະຢ່າງເດັດຂາດ ແລະປະຕິບັດໜ້າທີ່ກູ້ໄພກູ້ຊີບ, ຊ່ວຍເຫຼືອຊາວປະມົງທໍາມາຫາກິນຢູ່ເຂດໄກຝັ່ງ, ປະກອບສ່ວນປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະຂອງປະເທດຊາດ...

leftcenterrightdel
ທ່ານພົນໂທ ຫງວຽນເຕິນເກືອງ ກວດກາວຽກງານກຽມພ້ອມສູ້ຮົບຢູ່ກອງພົນນ້ອຍ 162.  ພາບ: ວັນແຮ້ງ.

ສໍາລັບວຽກງານຈັດຕັ້ງການຕ້ອນຮັບບຸນປີໃໝ່ປະຈໍາຊາດປີຂານ 2022, ສະຫາຍຫົວໜ້າກົມໃຫຍ່ເສນາທິການ ຮຽກຮ້ອງທະຫານເຮືອເຂດ 4 ຍົກສູງສະຕິລະວັງຕົວ, ຮັກສາລະບອບປະຈໍາການກຽມພ້ອມສູ້ຮົບຢ່າງເຂັ້ມງວດ, ກໍາແໜ້ນສະພາບການ, ແກ້ໄຂທຸກກໍລະນີເປັນຢ່າງດີ ແລະທັນການ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບ, ບັງເອີນ, ຮັບປະກັນຄວາມປອດໄພໃນການປ້ອງກັນ, ຕ້ານພະຍາດໂຄວິດ-19, ບໍ່ປະໃຫ້ໂລກລະບາດແຜ່ລາມເຂົ້າກົມກອງ; ຮັບປະກັນລະບອບ, ນະໂຍບາຍຕ່າງໆ, ຈັດຕັ້ງໃຫ້ທະຫານຕ້ອນຮັບບຸນປີໃໝ່ຢ່າງເບີກບານມ່ວນຊື່ນ, ໂປ່ງໃສ, ປອດໄພ, ປະຢັດ, ກຽມພ້ອມສູ້ຮົບສູງ...

leftcenterrightdel
ຕາງໜ້າຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ທ່ານພົນໂທ ຫງວຽນເຕິນເກືອງ ໄດ້ມອບຂອງຂວັນປີໃໝ່ໃຫ້ກອງບັນຊາການທະຫານເຮືອເຂດ 4. ພາບ: ວັນແຮ້ງ.

ຕາງໜ້າຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ທ່ານພົນໂທ ຫງວຽນເຕິນເກືອງ ໄດ້ມອບຂອງຂວັນປີໃໝ່ ແລະອວຍພອນພະນັກງານ, ນັກຮົບທະຫານເຮືອເຂດ 4 ກ້າວສູ່ປີໃໝ່ປະຈໍາຊາດປີຂານ  2021 ມີສຸຂະພາບແຂງແຮງ, ມີຄວາມຜາສຸກ, ປະຕິບັດສໍາເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍ. ເນື່ອງໃນໂອກາດນີ້, ທ່ານພົນໂທ ຫງວຽນເຕິນເກືອງ ໄດ້ມອບຂອງຂວັນໃຫ້ນາຍທະຫານ 12 ຄົນຂອງທະຫານເຮືອເຂດ 4 ທີ່ປະສົບຄວາມຫຍຸ້ງຍາກ.

ໂດຍ: ໄຊຊະນະ