ຮັບຮອງເອົາເນື້ອໃນກະກຽມໃຫ້ກອງປະຊຸມການເມືອງການທະຫານທົ່ວກອງທັບ ປີ 2021
ກປ.ອອນໄລ - ຕອນເຊົ້າວັນທີ 2 ທັນວາ, ຢູ່ຮ່າໂນ້ຍ, ກົມໃຫຍ່ເສນາທິການ ໄດ້ຈັດກອງປະຊຸມຮັບຮອງເອົາເນື້ອໃນກະກຽມໃຫ້ແກ່ກອງປະຊຸມການເມືອງການທະຫານທົ່ວກອງທັບ ປີ 2021. ທ່ານພົນໂທ ຫງວຽນເຕິນເກືອງ, ຫົວໜ້າກົມໃຫຍ່ເສນາທິການ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເປັນປະທານກອງປະຊຸມ.