ຕາມແຜນການແລ້ວ, ແຕ່ວັນທີ 6 ຮອດວັນທີ 12 ທັນວາ 2021, ທີ່ນະຄອນ ມ໊ອງກ໊າຍ (ແຂວງກວາງນິງ), ເສນາຮັກສອງຝ່າຍຈະຈັດຕັ້ງຝຶກຊ້ອມການປະສານສົມທົບຂອງສຳນັກບັນຊາລະຫວ່າງເສນາຮັກສອງປະເທດ ແລະຝຶກຊ້ອມດ້ວຍເນື້ອໃນຕ່າງໆ, ລວມມີ: ຜັນຂະຫຍາຍກໍາລັງຊອກຫາ, ປະຖົມພະຍາບານ (ໜູນຊ່ວຍດ້ານການແພດໃນລະດັບ 1); ຜັນຂະຫຍາຍການຮັບ, ປະຖົມພະຍາບານໃຫ້ຜູ້ຖືກເຄາະຮ້າຍຢູ່ໂຮງໝໍສະໜາມ ຂັ້ນ 2 ຂອງເສນາຮັກສອງປະເທດ (ໜູນຊ່ວຍດ້ານການແພດລະດັບ 2); ປະຕິບັດການປ້ອງກັນ, ຕ້ານໂລກອະຫິວາໃຫ້ປະຊາຊົນຢູ່ບໍລິເວນຖືກຜົນສະທ້ອນຈາກແຜ່ນດິນໄຫວ...

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn

ຍ້ອນການຝຶກຊ້ອມໄດ້ຜັນຂະຫຍາຍໃນໄລຍະສັ້ນ, ແຕ່ຈຳນວນວຽກງານຫຼາຍ, ພະຍາດໂຄວິດ-19 ມີການຜັນແປຢ່າງສັບສົນ, ຍ້ອນເຫດນັ້ນ, ເພື່ອໃຫ້ການຝຶກຊ້ອມສໍາເລັດຜົນ, ປອດໄພ, ທ່ານພົນຈັດຕະວາ ຫງວຽນຮຸ່ງຖັ໊ງ ຮອງຫົວໜ້າການເມືອງ, ຫົວໜ້າເສນາທິການກົມໃຫຍ່ພາລະທິການຮຽກຮ້ອງໃຫ້ບັນດາອົງການ, ກົມກອງຊາບຊຶມໜ້າທີ່ຢ່າງເລິກເຊິ່ງ, ກໍາແໜ້ນແຜນການ, ປະຕິບັດສໍາເລັດວຽກງານກະກຽມທຸກດ້ານ; ເປັນເຈົ້າການໃນການສົມທົບກັບຄະນະປະເທດເພື່ອນບ້ານເພື່ອແລກປ່ຽນ, ເປັນເອກະພາບຕໍ່ເນື້ອໃນທີ່ກ່ຽວຂ້ອງເຖິງການຝຶກ ແລະກິດຈະກໍາຕ່າງໆໂດຍໄວ.

ໂດຍ: ກວຽດເຕີມ