leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ:​ ລີງຫງວຽນ.

ໂຄງການຄົ້ນຄວ້າໄດ້ສະແດງໃຫ້ເຫັນສາຍພົວພັນດ້ານປ້ອງກັນຊາດລະຫວ່າງຫວຽດນາມ-ກູບາ ໃນຕະຫຼອດ 60 ປີຜ່ານມາຢ່າງເປັນລະບົບ ແລະຮອບດ້ານ, ຜ່ານນັ້ນຢັ້ງຢືນແນວທາງອັນຖືກຕ້ອງຂອງພັກ, ລັດ ແລະກອງທັບສອງປະເທດ. ຜົນການຄົ້ນຄວ້າຂອງໂຄງການແມ່ນແຫຼ່ງເອກະສານອັນລ້ຳຄ່າກ່ຽວກັບການພົວພັນດ້ານປ້ອງກັນຊາດລະຫວ່າງຫວຽດນາມ-ກູບາ; ປະກອບສ່ວນປັບປຸງ ແລະເພີ່ມທະວີສາຍພົວພັນອັນດີງາມລະຫວ່າງປະຊາຊົນ, ກອງທັບຂອງສອງປະເທດໃນສະພາບການໃໝ່. ຈຸດປະສົງຂອງໂຄງການແມ່ນເພື່ອເກັບກໍາ, ບັນທຶກຄວາມຊົງຈໍາຂອງນັກຮົບເກົ່າ, ພະນັກງານຂອງສອງປະເທດ, ສອງກອງທັບຢ່າງສັດຊື່ຈິງໃຈ ແລະເປັນລະບົບກ່ຽວກັບການພົວພັນດ້ານປ້ອງກັນຊາດຫວຽດນາມ-ກູບາ (1960-2020).

ໃນກອງປະຊຸມ, ສະພາໄດ້ຮັບຮອງເອົາໂຄງການດ້ວຍຄະແນນສຽງເຫັນດີ 100%. ສະພາໄດ້ສະຫຼຸບວ່າໂຄງການດັ່ງກ່າວໄດ້ສໍາເລັດຈຸດປະສົງ, ເນື້ອໃນການຄົ້ນຄວ້າ; ມີຄຸນນະພາບ ແລະຄຸນຄ່າທາງວິທະຍາສາດ, ມີຄຸນຄ່າໃນການປະຕິບັດຕົວຈິງ.

ໂດຍ: ທະນາພອນ